ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ເປີດເຜີຍໃນວັນທີ 7 ກໍລະກົດ ຜ່ານມາວ່າ, ປີກາຍນີ້ ຍອດມູນຄ່າອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນມີຫຼາຍກວ່າ 1,000 ຕື້ຢວນ, ອີງຕາມການຄາດຄະເນໃນເບື້ອງຕົ້ນ, ຈັງຫວະການເຕີບໂຕຂອງອຸດສາຫະກໍາດັ່ງກ່າວໃນປີນີ້ຈະບັນລຸຫຼາຍກວ່າ 30%. ພ້ອມດຽວກັນນີ້, ຈີນຈະຕິດຕາມຜົນສະທ້ອນຂອງປັນຍາປະດິດຕໍ່ການປະກອບອາຊີບ ເພື່ອຊຸກຍູ້ໃຫ້ປັນຍາປະດິດສ້າງອາຊີບໃໝ່ ແລະ ເພີ່ມຄວາມສາມາດໃຫ້ແກ່ອາຊີບດັ້ງເດີມ, ລວມເຖິງການສົ່ງເສີມການປະຍຸກໃຊ້ປັນຍາປະດິດໃນອາຊີບທີ່ “ອັນຕະລາຍ, ເປີະເປື້ອນ, ເໝື່ອຍ ແລະ ໜັກ” ເປັນບຸລິມະສິດ.
ນອກນີ້, ຈີນຍັງຈະດໍາເນີນການຮ່ວມມືສາກົນດ້ານປັນຍາປະດິດຢ່າງກວ້າງຂວາງ, ຊຸກຍູ້ເຕັກໂນໂລຊີປັນຍາປະດິດໃນທິດທາງແບບເປີດແຫຼ່ງ ຫຼື ໂອເພັນຊອສ ແລະ ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ, ສະໜັບສະໜູນປະເທດເຂດໂລກໃຕ້ເສີມສ້າງຄວາມສາມາດດ້ານປັນຍາປະດິດ ແລະ ເຂົ້າຮ່ວມການຄຸ້ມຄອງສາກົນໃນຂົງເຂດປັນຍາປະດິດຢ່າງຕັ້ງໜ້າ.

