Homeຂ່າວດ່ວນຄະນະນຳເມືອງຈຳພອນ ຕິດຕາມສະພາບຂຶ້ນ ແລະ ພື້ນທີ່ທີ່ໄດ້ຮັບຜົນກະທົບຈາກພະຍຸໄມສັກ

ຄະນະນຳເມືອງຈຳພອນ ຕິດຕາມສະພາບຂຶ້ນ ແລະ ພື້ນທີ່ທີ່ໄດ້ຮັບຜົນກະທົບຈາກພະຍຸໄມສັກ

ແຫລ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຄະນະນຳຂອງເມືອງຈຳພອນ ນຳໂດຍທ່ານ ສີໂທ ທໍລະທາ ເລຂາຄະນະບໍລິຫານງານພັກເມືອງຈຳພອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມກວດກາພື້ນທີ່ຕົວຈິງ ຢູ່ບໍລິເວນອ່າງນ້ຳເຊຈຳພອນ ທີ່ລະດັບນ້ຳພວມເພີ່ມສູງຂຶ້ນ ໃນວັນທີ 08 ກໍລະກົດ 2026.

ໃນການລົງກວດກາຄັ້ງນີ້ ພົບວ່າລະດັບນ້ຳເຊຈຳພອນ ປະຈຳວັນທີ 08 ກໍລະກົດ 2026 ແທກໄດ້ 7,38 ແມັດ ຊຶ່ງຍັງຄົງຢູ່ໃນລະດັບເຕືອນໄພເບື້ອງຕົ້ນ. ເນື່ອງຈາກໃນໄລຍະຫລາຍວັນຜ່ານມາ ໄດ້ເກີດມີຝົນຕົກໜັກຕິດຕໍ່ກັນໃນຂອບເຂດທົ່ວເມືອງ ຈຶ່ງເຮັດໃຫ້ເກີດມີນ້ຳຖ້ວມຂັງໃນຫລາຍຈຸດ ໂດຍສະເພາະ ເຂດເລາະລຽບຕາມສາຍເຊຈຳພອນ ແລະ ຈຸດທີ່ຕ່ຳທີ່ມີຄວາມສ່ຽງ ຊຶ່ງນ້ຳເຊໄດ້ເລີ່ມໄຫລເຂົ້າຖ້ວມເນື້ອທີ່ນາ ຂອງປະຊາຊົນບາງສ່ວນ.

ໂອກາດດຽວກັນນີ້, ທ່ານ ສີໂທ ທໍລະທາ ຍັງໄດ້ລົງເບິ່ງສະພາບການຕົວຈິງຢູ່ 04 ກຸ່ມບ້ານ ຄື: ກຸ່ມບ້ານທີ 01, 05, 09 ແລະ ກຸ່ມບ້ານທີ 11 ທີ່ມີຄວາມສ່ຽງໄພນ້ຳຖ້ວມ ພ້ອມທັງໄດ້ຕິດຕາມກວດກາເສັ້ນທາງ ແລະ ຂົວຂ້າມນ້ຳ ທີ່ມີການເປ່ເພຊຸດໂຊມ ໂດຍສະເພາະ ຂົວຫ້ວຍຊຽງດ້ວງ ຢູ່ບ້ານແກ້ງກອກທົ່ງ ແລະ ຂົວຫ້ວຍໝາກມີ້ ຢູ່ບ້ານໜອງອີງ ເພື່ອເກັບກຳຂໍ້ມູນໃນການວາງແຜນບູລະນະສ້ອມແປງຄືນໃໝ່ ໃຫ້ປະຊາຊົນສາມາດສັນຈອນໄປ-ມາໄດ້ຢ່າງສະດວກ ແລະ ປອດໄພໃນລະດູຝົນນີ້.

ສຳລັບຄວາມຄືບໜ້າໃນການຜະລິດເຂົ້ານາປີ ທົ່ວເມືອງຈຳພອນ ມີເນື້ອທີ່ແຜນການ 22.500 ເຮັກຕາ ໃນນີ້, ການປູກພືດລະດູຝົນປະຕິບັດໄດ້ 1.756 ເຮັກຕາ ເທົ່າກັບ 24%, ສະເພາະການປູກເຂົ້ານາປີ ປະຈຳປີ 2026 ແມ່ນສາມາດຈັດຕັ້ງປະຕິບັດໄດ້ແລ້ວເຖິງ 96% ຂອງເນື້ອທີ່ທັງໝົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments