Homeຂ່າວດ່ວນເມືອງນາກາຍ ລະດົມກຳລັງຊ່ວຍເຫລືອປະຊາຊົນ 3 ບ້ານ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມຂັງ

ເມືອງນາກາຍ ລະດົມກຳລັງຊ່ວຍເຫລືອປະຊາຊົນ 3 ບ້ານ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມຂັງ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 5-7 ກໍລະກົດ 2026, ເມືອງນາກາຍ ແຂວງຄໍາມ່ວນ ໄດ້ຮັບຜົນກະທົບຈາກອິດທິພົນຂອງພາຍຸໝູນເຂດຮ້ອນ ໄມສັກ ສົ່ງຜົນໃຫ້ມີຝົນຕົກໜັກຕໍ່ເນື່ອງໃນຫລາຍພື້ນທີ່, ເຮັດໃຫ້ລະດັບນ້ຳໃນສາຍນ້ຳຫີນບູນ (ບໍລິເວນປາກຖ້ຳກອງລໍ-ນາຕານ) ເພີ່ມສູງຂຶ້ນຢ່າງໄວວາ ຈາກ 30 ຊັງຕີແມັດ ເປັນ 1.30 ແມັດ ເຮັດໃຫ້ເກີດສະພາບນ້ຳຖ້ວມຂັງ, ໄຫລຜ່ານເສັ້ນທາງ ແລະ ເຂົ້າຖ້ວມເຮືອນຊານບ້ານຊ່ອງຂອງປະຊາຊົນ.

ເຫດການດັ່ງກ່າວ ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 3 ບ້ານ ຂອງຕາແສງນາຕານ-ເມືອງຫລວງ ຄື: ບ້ານນາຕານ, ບ້ານນາຫ້າງ ແລະ ບ້ານທ່າຂັນແກ້ວ. ນອກຈາກນ້ຳຖ້ວມຂັງເຮືອນຊານແລ້ວ, ຍັງສົ່ງຜົນກະທົບຕໍ່ລະບົບໄຟຟ້າ ທີ່ຕ້ອງໄດ້ຕັດການສະໜອງ ເພື່ອຄວາມປອດໄພຂອງປະຊາຊົນ, ຊຶ່ງປະຊາຊົນໃນພື້ນທີ່ດັ່ງກ່າວ ພວມຕ້ອງການຄວາມຊ່ວຍເຫລືອຢ່າງຮີບດ່ວນ ເປັນຕົ້ນ ນ້ຳດື່ມ ແລະ ນ້ຳໃຊ້ທີ່ສະອາດ.

ຕໍ່ບັນຫາດັ່ງກ່າວ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ພ້ອມດ້ວຍການນຳເມືອງ ແລະ ຄະນະຕາແສງນາຕານ-ເມືອງຫລວງ ໄດ້ສົມທົບກັບກອງບັນຊາການທະຫານເມືອງ ເພື່ອປະຕິບັດງານກູ້ໄພຢ່າງຮີບດ່ວນ ໃນການຂົນຍ້າຍຊັບສິນທີ່ຈຳເປັນ ແລະ ສັດລ້ຽງຂຶ້ນສູ່ບ່ອນປອດໄພ. ພ້ອມນັ້ນ ການນໍາຂັ້ນເມືອງ ຍັງໄດ້ມອບໝາຍໃຫ້ກອງເລຂາຄຸ້ມຄອງໄພພິບັດ ແລະ ວິຊາການລົງຕິດຕາມສະພາບການຢ່າງໃກ້ຊິດ ແລະ ລາຍງານສະຖານະການໃຫ້ຂັ້ນເທິງຮັບຊາບທຸກໆຊົ່ວໂມງ ຊຶ່ງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ເມືອງ ພວມເລັ່ງຊອກຫາວິທີທາງ ເພື່ອໃຫ້ການຊ່ວຍເຫລືອ ແລະ ບັນເທົາທຸກໃນເບື້ອງຕົ້ນ. ປັດຈຸບັນ, ສະພາບຝົນຍັງສືບຕໍ່ຕົກເປັນບາງໄລຍະ, ລະດັບນ້ຳຫລຸດລົງພຽງເລັກນ້ອຍ (ປະມານ 20-30 ຊັງຕີແມັດ) ແລະ ຍັງມີລັກສະນະນ້ຳຖ້ວມຂັງເນື່ອງຈາກນ້ຳໄຫລລະບາຍໄດ້ຊ້າ.

ສຳລັບມູນຄ່າຄວາມເສຍຫາຍລວມນັ້ນ ທາງການຂອງເມືອງຈະໄດ້ລົງກວດກາ ແລະ ປະເມີນຜົນເສຍຫາຍຢ່າງລະອຽດອີກຄັ້ງ ພາຍຫລັງລະດັບນ້ຳຫລຸດລົງສູ່ສະພາວະປົກກະຕິ. ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ ຈົ່ງມີສະຕິລະວັງຕົວ ແລະ ຕິດຕາມການແຈ້ງເຕືອນສະພາບອາກາດຢ່າງໃກ້ຊິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments