ວິທະຍຸ ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້, ຄະນະກຳມະການໂອລິມປິກສາກົນ ປະກາດວ່າ: ໄດ້ຍົກເລີກການໂຈະສິດການເປັນສະມາຊິກ ຂອງຄະນະກຳມະການໂອລິມປິກຣັດເຊຍ ເປັນການຊົ່ວຄາວ ເຊິ່ງໝາຍຄວາມວ່າ: ນັກກິລາຣັດເຊຍ ຈະສາມາດເຂົ້າຮ່ວມການແຂ່ງຂັນກິລາສາກົນຢ່າງເຕັມທີ່. ທ່ານ ນາງ ເຄີສຕີ ໂຄເວນທຣີ ປະທານຄະນະກຳມະການໂອລິມປິກສາກົນ ກ່າວວ່າ: ພວກເຮົາຫວັງວ່າ ສາມາດຮັບປະກັນໃຫ້ນັກກິລາທຸກຄົນ ມີໂອກາດເຂົ້າຮ່ວມງານກິລາໂອລິມປິກ ໂດຍບໍ່ຕ້ອງແບກຫາບຄວາມຮັບຜິດຊອບຕໍ່ການກະທຳຂອງລັດຖະບານ ປະເທດເຂົາເຈົ້າ. ຫລັງຈາກເກີດການປະທະກັນ ລະຫວ່າງ ຣັດເຊຍ ແລະ ອູແກຣນໃນເດືອນກຸມພາ 2022, ຄະນະກຳມະການໂອລິມປິກສາກົນ ໄດ້ໂຈະສິດການເປັນສະມາຊິກ ຂອງຄະນະກຳມະການໂອລິມປິກຣັດເຊຍ ເປັນການຊົ່ວຄາວ, ໃນຫລາຍປີຜ່ານມາ, ນັກກິລາຣັດເຊຍ ສາມາດເຂົ້າຮ່ວມການແຂ່ງຂັນກິລາສາກົນພຽງແຕ່ໃນຖານະ “ນັກກິລາບຸກຄົນທີ່ເປັນກາງ” ເທົ່ານັ້ນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

