Homeຂ່າວຕ່າງປະເທດການລົງທຶນໂດຍກົງຈາກຕ່າງປະເທດທົ່ວໂລກ ເຕີບໂຕ 6%

ການລົງທຶນໂດຍກົງຈາກຕ່າງປະເທດທົ່ວໂລກ ເຕີບໂຕ 6%

ວິທະຍຸ ໂທລະພາບ ສູນກາງຈີນ, ອີງຕາມ “ບົດລາຍງານ ວ່າດ້ວຍ ການລົງທຶນໂລກປີ 2026” ທີ່ກອງປະຊຸມສະຫະ ປະຊາຊາດ ວ່າດ້ວຍການຄ້າ ແລະ ການພັດທະນາ ເປີດເຜີຍໃນວັນທີ 7 ກໍລະກົດ ນີ້ ສະແດງໃຫ້ເຫັນວ່າ: ໃນປີ 2025, ການລົງທຶນໂດຍກົງ ຈາກຕ່າງປະເທດທົ່ວໂລກ ບັນລຸເຖິງ 1.600 ຕື້ໂດລາສະຫະລັດ, ເຕີບໂຕ 6% ເຊິ່ງໄດ້ສິ້ນສຸດຈັງຫວະ ການຫລຸດລົງ ເປັນເວລາ 2 ປີລຽນຕິດ, ແຕ່ການຟື້ນຕົວ ດັ່ງກ່າວ ຍັງປາກົດມີ ຈຸດພິເສດ ບາງດ້ານ ຄື: ມີຂອບເຂດປົກຄຸມຈໍາກັດ, ພື້ນຖານບອບບາງ ແລະ ບໍ່ສົມ ດຸນ. ປີ 2025, 80% ຂອງການລົງທຶນໂດຍກົງ ຈາກຕ່າງ ປະເທດ ແມ່ນມາ ຈາກ 20 ກຸ່ມເສດຖະກິດ, ໃນນັ້ນ, ການລົງທຶນທີ່ໄຫລເຂົ້າກຸ່ມເສດຖະກິດ ທີ່ພັດທະນາແລ້ວໄດ້ເຕີບໂຕ 11%, ຂະນະທີ່ການລົງທຶນທີ່ໄຫລເຂົ້າ ກຸ່ມເສດ ຖະກິດ ທີ່ກໍາລັງພັດທະນາ ເຕີບໂຕພຽງແຕ່ 2% ເທົ່ານັ້ນ. ນອກນີ້, ບັນດາ ອຸດສາຫະກໍາ ຍຸດທະສາດ ເຊັ່ນ: ພື້ນຖານໂຄງລ່າງ ດ້ານປັນຍາປະດິດ, ວັດ ສະດຸ ເຄິ່ງຕົວນໍາ (ເຊມິຄອນດັກເຕີ) ແລະ ເຕັກໂນໂລຊີພະລັງງານ ເປັນຕົ້ນ ໄດ້ກວມເອົາທຶນ ຂອງໂຄງການລົງທຶນ ໃນທົ່ວໂລກເກືອບເຄິ່ງໜຶ່ງ ເຊິ່ງສະ ແດງໃຫ້ເຫັນຢ່າງເຕັມທີ່ວ່າ: ການຟື້ນຕົວຄັ້ງນີ້ມີຂອບເຂດປົກຄຸມ ບໍ່ກວ້າງ ຄືເກົ່າ. ທ່າອຽງໃນປີ 2026 ຍັງຄົງເຕັມໄປດ້ວຍ ສິ່ງທ້າທາຍ. ຄວາມບໍ່ແນ່ ນອນ ຂອງນະໂຍບາຍ ການຄ້າ, ຄວາມເຄັ່ງຕຶງ ຂອງພູມສາດການເມືອງ ແລະ ຄວາມຂັດແຍ້ງກັນໄດ້ສົ່ງຜົນກະທົບຕໍ່ ການວາງນະໂຍບາຍ ການລົງ ທຶນ ຢ່າງຕໍ່ເນື່ອງ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments