ວິທະຍຸ ກະຈາຍສຽງຫວຽດນາມ, ເພື່ອເພີ່ມທະວີການຫັນເປັນດີຈີຕອນ ໃນການຄຸ້ມຄອງຄວາມປອດໄພ, ຫລັກອະນາໄມການອອກແຮງງານໃນອາຊຽນ ມຸ່ງໄປເຖິງວິໄສທັດອາຊຽນ 2024 ແມ່ນຫົວຂໍ້ ຂອງເວທີປາໄສຄວາມປອດໄພທາງໄຊເບີ, ຫລັກອະນາໄມການອອກແຮງງານອາຊຽນ (ASEAN-OSHNET) ຄັ້ງທີ 13(AOC-13) ຜັນຂະຫຍາຍ ໃນວັນທີ 7 ກໍລະກົດ ຢູ່ນະຄອນດ່ານັ້ງ ຂອງ ສສ ຫວຽດນາມ. ເຫດການສ້າງຂີດໝາຍເລື່ອງຫວຽດນາມ ຮັບບົດບາດເປັນປະທານອາຍຸການ 2026–2027. ເຂົ້າຮ່ວມເວທີປາໄສມີຜູ້ແທນ ປະມານ 120 ຄົນ ມາຈາກ 11 ປະເທດສະມາຊິກອາຊຽນ, ຄະນະເລຂາອາຊຽນ, ສປ ຈີນ,ຍີ່ປຸ່ນ ແລະ ບັນດາອົງການຈັດຕັ້ງສາກົນ. ເວທີປາໄສສຸມໃສ່ປຶກສາຫາລື 4 ທິດທາງໃຫຍ່ຄື: ສ້າງຂອບນະໂຍບາຍລວມຂອງອາຊຽນ ກ່ຽວກັບການໝູນໃຊ້ການຫັນເປັນດີຈີຕອນ ໃນການປ້ອງກັນຄວາມປອດໄພ, ຫລັກອະນາໄມການອອກແຮງງານ, ຕິດພັນກັບມາດຕະຖານສາກົນ ກ່ຽວກັບຄຸນສົມບັດ AI ແລະ ການປົກປ້ອງຂໍ້ມູນ; ຊຸກຍູ້ການແບ່ງປັນໃນພາກຕົວຈິງເປັນຢ່າງດີ ລະຫວ່າງ ບັນດາປະເທດສະມາຊິກ; ຮັບປະກັນການຫັນເປັນດີຈີຕອນ ກວມລວມ; ສ້າງບັນດາຂໍ້ສະເໜີແນະລະອຽດ ຍື່ນສະເໜີຕໍ່ກອງປະຊຸມລັດຖະມົນຕີແຮງງານອາຊຽນ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

