ວິທະຍຸ ກະຈາຍສຽງຫວຽດນາມ, ກອງປະຊຸມສຸດຍອດ ກຸ່ມອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ປີ 2026 ຈັດຂຶ້ນຢູ່ຕວັກກີ ລະຫວ່າງວັນທີ7-8ມິຖຸນານີ້ ໄດ້ຮັບການຕີລາຄາວ່າ: ແມ່ນບາດລ້ຽວສຳຄັນ, ແຫ່ງທີ່ສຳພັນທະມິດການທະຫານ ຕ້ອງຜະເຊີນໜ້າກັບບັນດາສິ່ງທີ່ຫຍຸ້ງຍາກ ກ່ຽວກັບໂຄງສ້າງ, ງົບປະມານ ແລະ ນັບທັງຄວາມສາມັກຄີພາຍໃນ. ກອງປະຊຸມສຸດຍອດນາໂຕ ປີນີ້ແມ່ນການພົບປະຂັ້ນສູງທຳອິດ ລະຫວ່າງ ການນຳບັນດາປະເທດໃນສຳພັນທະມິດ ນັບແຕ່ເກີດການປະທະກັນຢູ່ຕາເວັນອອກກາງ ເມື່ອເດືອນກຸມພາ 2026, ເຫດການໄດ້ເປັນຂີດໝາຍການແຕກແຫງຢ່າງຮ້າຍແຮງ ລະຫວ່າງ ສ.ອາເມລິກາ ກັບ ບັນດາພັນທະມິດຫລັກໃນນາໂຕ. ດັ່ງນັ້ນ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງກັບວໍຊິງຕັນ. ບັນຫາທຳອິດນາໂຕ ຕ້ອງແກ້ໄຂຄວາມສາມັກຄີພາຍໃນກຸ້ມ. ກ່ອນທີ່ດຳເນີນກອງປະຊຸມສຸດຍອດປີນີ້, ບັນດາເຈົ້າໜ້າທີ່ຂັ້ນສູງຂອງ ສ.ອາເມລິກາ ໄດ້ຕຳໜິຕິຕຽນ ນາໂຕ ຢ່າງລ້ຽນຕິດ, ຈາກເລື່ອງ ບັນດາພັນທະມິດໃນ ນາໂຕ ປະຕິເສດສະໜັບສະໜູນ ສ.ອາເມລິກາ ໃນການປະທະກັນກັບ ອີຣານ, ລະດັບການເພີ່ມງົບປະມານດ້ານປ້ອງກັນຊາດ ຂອງບັນດາປະເທດສະມາຊິກ ຍັງຊັກຊ້າ, ຕະຫລອດຮອດຄຳກ່າວຫາ ນາໂຕ ເອົາໃຈໃສ່ຫລາຍເຖິງບັນຫາຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຂະນະທີ່ ລະເລີຍທັກສະແກ້ໄຂບັນຫາ. ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ເອີ້ນການພົວພັນ ລະຫວ່າງ ສ.ອາເມລິກາ ແລະ ນາໂຕ ແມ່ນ “ແປກປະຫລາດ” ດ້ວຍເຫດຜົນທີ່ວ່າ ສ.ອາເມລິກາ ໄດ້ຈ່າຍເງິນເປັນຈຳນວນຫລາຍ ເພື່ອປົກປ້ອງບັນດາປະເທດ ນາໂຕ ໃນຂະນະນັ້ນ ບໍ່ໄດ້ຮັບຜົນປະໂຫຍດໃດເລີຍ.ໄປພ້ອມກັບ ບັນດາຄຳຕຳໜິຕິຕຽນນັ້ນ, ອຳນາດການປົດຄອງ ອາເມລິກາ ກໍ່ມີບັນດາການກະທຳກໍ່ຄວາມກົດດັນ ເມື່ອປະກາດຫລຸດຜ່ອນຈຳນວນທະຫານຕັ້ງທັບຢູ່ເຢຍລະມັນ, ຈັດກຳລັງທະຫານຄືນໃໝ່ ຢູ່ບາງປະເທດ, ຫລຸດຜ່ອນຄຳໝັ້ນສັນຍາປ້ອງກັນຄວາມສະຫງົບຢູ່ເອີຣົບ ແລະ ຊ້ຳບໍ່ໜຳຍັງນາບຂູ່ ຈະຖອນຕົວອອກຈາກນາໂຕ. ທ່ານ ຊາ ຄູບຈັນ (Charles Kupchan), ນັກຄົ້ນຄວ້າຂັ້ນສູງຢູ່ສະພາພົວພັນຕ່າງປະເທດ (CFR) ທັງເປັນສາດສະດາຈານການພົວພັນກັບສາກົນ ຢູ່ມະຫາວິທະຍາໄລ ຈອດທາວ (Georgetown) ຂອງ ສ.ອາເມລິກາ, ໃຫ້ຂໍ້ສັງເກດວ່າ: “ຖ້າຫາກ ທ່ານ ໂດນັນ ທຣຳ ຖອນ ສ.ອາເມລິກາ ອອກຈາກ ນາໂຕ, ນັ້ນຈະແມ່ນການສັນສະເທື່ອນ ດ້ານພູມສາດການເມືອງ. ການກະທຳນີ້ ຈະທຳລາຍສຳພັນທະມິດ ທີ່ເຄີຍສວມບົດບາດ ເປັນເສົ້າຄ້ຳໃຫ້ໂລກຕາເວັນຕົກ ໃນຫລາຍດ້ານ ນັບແຕ່ເມື່ອ ນາໂຕ ໄດ້ຮັບການສ້າງຕັ້ງຂຶ້ນ ພາຍຫລັງ ຊຸມເດືອນປີຫລັງສົງຄາມໂລກຄັ້ງທີ 2. ເພາະວ່ານີ້ບໍ່ ພຽງແຕ່ແມ່ນສຳພັນທະມິດ ດ້ານການທະຫານເທົ່ານັ້ນ. ຫາກນີ້ ຍັງແມ່ນສຳພັນທະມິດ ດ້ານການເມືອງ, ເປັນລະບອບລະບຽບການສ່ອງແສງ ບັນດາຜົນປະໂຫຍດລວມ, ບັນດາຄຸນຄ່າລວມ ແລະ ຄຳໝັ້ນສັນຍາລວມ ອີກດ້ວຍ”. ເພື່ອຫລຸດຜ່ອນ ຄວາມເຄັ່ງຕຶງກັບ ວໍຊິງເຕັນ, ເຈົ້າໜ້າທີ່ນາໂຕ ຫລາຍຄົນໄດ້ເນັ້ນໜັກເຖິງເລື່ອງ ບັນດາປະເທດສະມາຊິກ ພວມຍູ້ແຮງລາຍຈ່າຍດ້ານປ້ອງກັນຊາດ, ຍົກສູງຄວາມເປັນເຈົ້າເພື່ອແບ່ງປັນພາລະດ້ານການເງິນກັບ ສ.ອາເມລິກາ. ສຳລັບການສ້າງຮູບແບບນາໂຕ 3.0 ຖ້າຜ່ານຜ່າບັນດາຄວາມແຕກແຫງ ທີ່ກ່ຽວຂ້ອງເຖິງການປະທະກັນ ຢູ່ຕາເວັນອອກກາງ ຫລື ບັນດາຄວາມບໍ່ລົງລອຍກັນ ໃນການໃຊ້ຈ່າຍ ດ້ານປ້ອງກັນຊາດໄດ້, ສ.ອາເມລິກາ ແລະ ບັນດາປະເທດ ພັນທະມິດ ນາໂຕ, ພິເສດແມ່ນບັນດາສະມາຊິກຢູ່ເອີຣົບ ຈະຕ້ອງແກ້ໄຂສິ່ງທ້າທາຍໃຫຍ່ອື່ນນັ້ນແມ່ນສ້າງຮູບແບບນາໂຕໃໝ່ໃນອະນາຄົດ ຫລື ເອີ້ນວ່າ ນາໂຕ 3.0 (ຖັດຈາກ ນາໂຕ 1.0 ໄລຍະສົງຄາມເຢັນ; ນາໂຕ 2.0 ພາຍຫລັງ ໄລຍະສົງຄາມເຢັນ ຮອດປີ 2022), ນັບທັງທິດສະດີສົງຄາມ, ການຈັດຕັ້ງຂອງລະບົບ, ຂະໜາດອຸປະກອນຕະຫລອດຮອດມາດຕະຖານອາວຸດ. ທ່ານ ມາກ ຣູເຕ(Mark Rutte), ເລຂາທິການໃຫຍ່ ນາໂຕ ຍ້ອມຮັບວ່າ: “ທ່ານ ເຮັກເສັດ(Hegseth), ລັດຖະມົນຕີກະຊວງສົງຄາມ ອາເມລິກາ ໄດ້ຊີ້ແຈ້ງ ຄວາມຈຳເປັນ ຕ້ອງສ້າງ ນາໂຕ 3.0, ກໍຄືການສ້າງໂຄງປະກອບ ສຳພັນທະມິດຄືນໃໝ່ ໃຫ້ສອດຄ່ອງກັບ ສັງກາດທັນສະໄໝ. ກ່ຽວກັບບັນຫານີ້, ພວກເຮົາທຸກຄົນລ້ວນແຕ່ເຫັນດີເຫັນພ້ອມ. ພວກເຮົາ ຕ້ອງສັງເກກດຄວາມຈິງນຳກັນ ຢ່າງກົງໄປກົງມາ. ສຳພັນທະມິດນີ້ພວມຜ່ານຜ່າການຫັນປ່ຽນຢ່າງເລິກເຊິ່ງ, ກວ້າງຂວາງ, ອາດຈະແມ່ນການປ່ຽນແປງໃຫຍ່ທີ່ສຸດໃນປະຫວັດສາດ, ເພື່ອສ້າງນາໂຕ 3.0 ນີ້” .ບັນຫາທີ່ວາງອອກ ສຳລັບນາໂຕ ແມ່ນຕ້ອງກຳນົດແຈ້ງ ບັນດາບຸລິມະສິດ ຂອງຮູບແບບ 3.0. ທ່ານ ຟຣິດດຣິກ ເມີສ(Friedrich Merz), ນາຍົກລັດຖະມົນຕີ ເຢຍລະມັນ ແບ່ງປັນທັດສະນະນີ້ວ່າ: “ນາໂຕ ຕ້ອງເປັນຂີດໝາຍຂອງ ເອີຣົບ ຫລາຍກວ່າອີກ ເພື່ອສາສາດຮັກສາ ລັກສະນະຂ້າມອັດລັງຕິກ. ຂ້າພະເຈົ້າຖືວ່າ ນັ້ນແມ່ນວິທີສະແດງຖືກຕ້ອງທີ່ສຸດ. ໃນຊຸມປີມໍ່ໆມານີ້, ພວກເຮົາ ບໍ່ເອົາໃຈໃສ່ຫລາຍເຖິງຄວາມໝັ້ນຄົງ ຂອງຕົນເອງ, ປະຈຸບັນພວກເຮົາຕ້ອງມານະພະຍາຍາມເອົາໃຈໃສ່ຫຼາຍໃຫ້ບັນຫານີ້”.ເຖິງຢ່າງໃດກໍ່ຕາມ, ກ່ອນທີ່ສຸມໃສ່ໃຫ້ແກ່ ນາໂຕ 3.0, ສິ່ງທ້າທາຍໃຫຍ່ສຸດຕໍ່ກັບສຳພັດທະມິດນີ້ ຍັງແມ່ນຄວາມສາມັກຄີ ພາຍໃນກຸ່ມ, ບໍ່ພຽງແຕ່ໃນການພົວພັນ ລະຫວ່າງ ອາເມລິກາ ກັບບັນດາປະເທດສະມາຊິກອື່ນ ເທົ່ານັ້ນ, ຫາກໃນເລື່ອງສະໜັບສະໜູນອູແກຣນ ແລະ ແກ້ໄຂການພົວພັນທີ່ສັບສົນກັບປະເທດເຈົ້າພາບ ຕວັກກີ ອີກດ້ວຍ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

