Homeຂ່າວໜ້າໜຶ່ງສື່ມວນຊົນ ເປັນກະບອກສຽງອັນແຫລມຄົມ-ຕໍ່ສູ້ປົກປ້ອງຕ້ານທັດສະນະຜິດເຂວ, ຕ້ານການບິດເບືອນຂອງຄົນບໍ່ດີ

ສື່ມວນຊົນ ເປັນກະບອກສຽງອັນແຫລມຄົມ-ຕໍ່ສູ້ປົກປ້ອງຕ້ານທັດສະນະຜິດເຂວ, ຕ້ານການບິດເບືອນຂອງຄົນບໍ່ດີ

ກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ I ມີຄວາມສໍາຄັນທາງປະຫວັດສາດ ເນື່ອງຈາກວ່າໄລຍະຜ່ານມາ, ການຈັດຕັ້ງກອງປະຊຸມໃນລັກສະນະດັ່ງກ່າວ ແມ່ນບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ ແຕ່ກໍໄດ້ມີການຊີ້ນຳຢ່າງໃກ້ຊິດ ຈາກຄະນະພັກ-ຄະນະນຳ ຂອງອົງການສື່ມວນຊົນຂຶ້ນກັບ. ພາຍຫລັງໂອນສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ເຫັນວ່າ ວຽກງານສື່ມວນຊົນມີຄວາມສຳຄັນທີ່ສຸດ ໃນການເປັນກະບອກສຽງອັນແຫລມຄົມ ໃຫ້ແກ່ພັກໃນການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ລັດ ພ້ອມທັງຕໍ່ສູ້ປົກປ້ອງຕ້ານທັດສະນະຜິດເຂວ, ຕ້ານການບິດເບືອນຂອງຄົນບໍ່ດີ.

ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 8 ກໍລະກົດ 2026 ໃນໂອກາດຂໍ່ານັບຮັບຕ້ອນ ກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງທີ I ທີ່ຈະຂື້ນລະຫວ່າງວັນທີ 13-15 ກໍລະກົດ 2026 ນີ້ວ່າ: ໃນຕົ້ນປີ 2026 ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງ ວ່າດ້ວຍແຕ່ງຕັ້ງຄະນະຮັບຜິດຊອບລວມ ໃນການກະກຽມດຳເນີນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I. ຈາກນັ້ນກໍມີຂໍ້ຕົກລົງແບ່ງຄວາມຮັບຜິດຊອບພາຍໃນລວມມີ ໜ່ວຍງານເນື້ອໃນ; ​ໜ່ວຍງານໂຄສະນາ-ຂະບວນການ; ໜ່ວຍງານປ້ອງກັນ ແລະ ຮັກສາສຸຂະພາບ; ໜ່ວຍງານປິ່ນອ້ອມ ເປັນຕົ້ນ ໜ່ວຍງານເສດຖະກິດ, ບຸກຄະລາກອນ ແລະ ບໍລິຫານພິທີການ. ການກະກຽມກອງປະຊຸມສື່ມວນຊົນທົ່ວປະເທດຄັ້ງນີ້, ໄດ້ລິເລີ່ມພາຍຫລັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII​ ຂອງພັກສິ້ນສຸດລົງ ໃຊ້ເວລາປະມານ 5 ເດືອນ, ມາເຖິງປັດຈຸບັນທັງ 4 ໜ່ວຍງານທີ່ໄດ້ແບ່ງປັນຄວາມຮັບຜິດຊອບແມ່ນມີຄວາມພ້ອມໃນການກະກຽມມີ ຂໍ້ສະດວກຄື: ໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງ, ​ຄະນະເລຂາທິການສູນກາງພັກ ແລະ ການນຳຂັ້ນສູງພັກ-ລັດ; ຄວາມເປັນເຈົ້າການຂອງບັນດາພາກສ່ວນຕ່າງໆ, ອະນຸກຳມະການຕ່າງໆ ທີ່ໄດ້ຖືກມອບໝາຍມີຄວາມຕັ້ງໜ້າຫ້າວຫັນໃນການກະກຽມ ແລະ ດຳເນີນກິດຈະກຳຕ່າງໆ; ຄວາມເປັນຈິດໜຶ່ງໃຈດຽວຂອງພະນັກງານ, ສະມາຊິກພັກ ທົ່ວຄະນະໂຄສະນາອົບຮົມ ແລະ ບັນດາສື່ມວນຊົນ ໄດ້ປະກອບສ່ວນສະໜອງຂໍ້ມູນທີ່ອຸດົມສົມບູນ ແລະ ໄດ້ມີການສຳມະນາວິທະຍາສາດຢ່າງເປັນຂະບວນ ການ. ເຖິງຢ່າງໃດກໍຕາມ ກໍຍັງມີຂໍ້ຫຍຸ້ງຍາກໃນບາງດ້ານເປັນຕົ້ນ ກອງປະຊຸມໃນຄັ້ງນີ້ເປັນເທື່ອທໍາອິດ ຍັງບໍ່ທັນມີບົດຮຽນ; ການສະຫລຸບ, ການບັນທຶກຂໍ້ມູນສະໜອງໃຫ້ແກ່ການສະຫລຸບຕີລາຄາໃຫ້ມີຄວາມຊັດເຈນ ບາງດ້ານແມ່ນຈຳກັດ ຂາດລັກສະນະສົມທຽບ; ຄວາມຫຍຸ້ງຍາກໃນການເຮັດສາລະຄະດີ ແລະ ການວາງສະແດງຮູບພາບ ຊຶ່ງເວລາການກະກຽມບໍ່ຫລາຍປານໃດ.

ກອງປະຊຸມໃນຄັ້ງນີ້, ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ ຮອບດ້ານໃນຂົງເຂດສື່ມວນຊົນ ຊຶ່ງກອງປະຊຸມຈະໄດ້ຕີລາຄາຄືນ ການຈັດຕັ້ງປະຕິບັດບັນດານິຕິກຳ ກໍຄື ການປະຕິບັດພາລະບົດບາດຂອງສື່ມວນຊົນ, ກວດກາເບິ່ງໂຄງປະກອບກົງຈັກການຈັດຕັ້ງ, ພະນັກງານເຮັດວຽກງານສື່; ການພັດທະນາພື້ນຖານໂຄງລ່າງ, ວັດຖຸເຕັກນິກ ແລະ ບໍລິຫານການເງິນ ໃຫ້ມີຄວາມເປັນລະບົບ ແລະ ເຂັ້ມແຂງ; ພ້ອມທັງວາງແຜນພັດທະນາວຽກງານສື່ໄປສູ່ຄຸນນະພາບໃໝ່. ນອກຈາກສະຫລຸບຕີລາຄາການເຄື່ອນໄຫວ ຂອງສື່ມວນຊົນແລ້ວ, ຍັງຈະໄດ້ຈັດຝຶກອົບຮົມໃຫ້ຖັນແຖວສື່ມວນຊົນ; ລວມມີ 3​ ບົດຂຶ້ນບັນຍາຍ ຄື: ເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ວຽກງານສື່ມວນຊົນ; ຍົກສູງຈັນຍາບັນຂອງສື່ມວນຊົນ ແລະ ການເຊື່ອມຊຶມນິຕິກຳ ແລະ ກົດໝາຍກ່ຽວຂ້ອງກັບວຽກງານສື່ມວນຊົນ.

ບົນພື້ນຖານກອງປະຊຸມ ຈະໄດ້ອອກມະຕິຂອງກົມການເມືອງສະບັບໃໝ່ ປ່ຽນແທນມະຕິ ເລກທີ 36/ກມສພ ທີ່ໄດ້ປະກາດໃຊ້ແຕ່ປີ 1993. ເປົ້າໝາຍຫລັກ ແມ່ນເພື່ອສ້າງການຫັນປ່ຽນວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ໄດ້ຮັບການພັດທະນາຮອບດ້ານ. ສ້າງໃຫ້ສື່ມວນຊົນປະຕິບັດບົດບາດຄົບ 4 ລັກສະນະຂອງຕົນ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນຳ ແລະ ລັກສະນະຕໍ່ສູ້; ພ້ອມທັງປະຕິບັດໃຫ້ເປັນຈິງແນວຄິດຊີ້ນຳ ຂອງສະຫາຍເລຂາທິການໃຫຍ່ ທີ່ວ່າ: ສື່ມວນຊົນແມ່ນຜູ້ທີ່ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ກ້າຜ່ານອຸປະສັກ, ຜູ້ມັກຄວາມຈິງ ແລະ ຜູ້ຍິງຖືກຕ້ອງ; ຢາກໃຫ້ສື່ມວນຊົນຖືເອົາແນວຄິດຊີ້ນຳນີ້ໄປປະຕິບັດໃຫ້ເປັນຈິງ.

ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ຮຽກຮ້ອງຕໍ່ສື່ມວນຊົນທົ່ວປະເທດຈົ່ງຮັກສາມູນເຊື້ອໃນອະດີດ, ປັດຈຸບັນ ແລະ ສືບຕໍ່ເສີມຂະຫຍາຍຜົນງານຂອງຕົນໃຫ້ສູງເດັ່ນຂຶ້ນ. ປະຕິບັດບົດບາດເປັນກະບອກສຽງອັນແຫລມຄົມໃຫ້ພັກ; ປະຕິບັດກົດໝາຍໃຫ້ເຂັ້ມງວດ ແລະ ມີຈັນຍາບັນອາຊີບແນໃສ່ພັດທະນາສື່ມວນຊົນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments