ການຄຸ້ມຄອງເກັບລາຍຮັບງົບປະມານ ໂດຍການຫັນເປັນທັນສະໄໝ ພາຍຫລັງການຜັນຂະຫຍາຍ ແລະ ນໍາໃຊ້ລະບົບຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ (TaxRIS) ທີ່ມີຫົວໜ່ວຍວິສາຫະກິດຫລາຍກວ່າ 195.000 ຫົວໜ່ວຍ, ເຮັດໃຫ້ສາມາດຄຸ້ມຄອງ, ຕິດຕາມການເກັບລາຍຮັບຜ່ານລະບົບດັ່ງກ່າວ ໄດ້ເພີ່ມຂຶ້ນ 251% ທຽບໃສ່ກ່ອນການນໍາໃຊ້ລະບົບ ຫລື ເພີ່ມຂຶ້ນສະເລ່ຍຫລາຍກວ່າ 20% ໃນແຕ່ລະປີ.
ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງເກັບລາຍຮັບງົບປະມານ ໂດຍການຫັນເປັນທັນສະໄໝມີຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ບັນຫາຄົງຄ້າງຕ່າງໆ ໃນວາລະດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026ວ່າ: ໄລຍະກ່ອນການເກັບລາຍຮັບຫັນເປັນທັນສະໄໝ ສ່ວນໃຫຍ່ໄດ້ເກັບລາຍຮັບເປັນເງິນສົດ, ແຕ່ພາຍຫລັງກະຊວງການເງິນ ໄດ້ສຸມໃສ່ຫັນເປັນທັນສະໄໝນັບແຕ່ປີ 2020 ເປັນຕົ້ນມາ ບວກກັບການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະຄຳສັ່ງເລກທີ 18/ນຍ ແລະ ດຳລັດເລກທີ 205 ຮອດປັດຈຸບັນ, ອັດຕາສ່ວນການຈັດເກັບລາຍຮັບຜ່ານລະບົບທະນາຄານ ເຄື່ອງມືທັນສະໄໝອື່ນໆກວມເອົາ 95% ແລະ ເກັບເປັນເງິນສົດມີພຽງ 5% ຂອງລາຍຮັບທັງໝົດ. ການຫັນເປັນທັນສະໄໝຂອງຂະແໜງພາສີ ສາມາດເກັບລາຍຮັບໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 3 ປີຜ່ານມາ, ທຽບໄລຍະດຽວກັນ ສະເລ່ຍປີລະ 34%, ປັດຈຸບັນ ນໍາໃຊ້ຢູ່ນະຄອນຫລວງວຽງຈັນ ແລະ ຈະຜັນຂະຫຍາຍໄປຂອບເຂດທົ່ວປະເທດ.
ພາຍຫລັງການຜັນຂະຫຍາຍ ແລະ ນໍາໃຊ້ລະບົບຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ ທີ່ມີບັນດາຫົວໜ່ວຍວິສາຫະກິດຫລາຍກວ່າ 195.000 ຫົວໜ່ວຍ, ເຮັດໃຫ້ສາມາດຄຸ້ມຄອງ ຕິດຕາມເກັບລາຍຮັບຜ່ານລະບົບໄດ້ເພີ່ມຂຶ້ນ 251% ທຽບໃສ່ກ່ອນການນໍາໃຊ້ລະບົບ ຫລື ເພີ່ມຂຶ້ນສະເລ່ຍຫລາຍກວ່າ 20% ໃນແຕ່ລະປີ; ການເກັບອາກອນຈາກການຄ້າທາງເອເລັກໂຕນິກ (Digital Tax) ໂດຍສະເພາະການລົງທະບຽນຂອງຫົວໜ່ວຍທີ່ບໍ່ມີທີ່ຕັ້ງຢູ່ປະເທດລາວ (Microsoft, FaceBook, Youtube, Netfix ແລະ ອື່ນໆ) ທີ່ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ທ້າຍປີ 2024 ເປັນຕົ້ນມາ ສາ ມາດເກັບລາຍຮັບໄດ້ປະມານ 12 ລ້ານໂດລາສະຫະລັດ; ໄດ້ສຳເລັດການຜັນຂະຫຍາຍລະບົບຄຸ້ມຄອງໃບເກັບເງິນອາກອນເອເລັກໂຕຣນິກ (E-Tax Invoice) ຢູ່ 4 ແຂວງ ຄື: ແຂວງວຽງຈັນ (ເມືອງວັງວຽງ), ແຂວງຫລວງພະບາງ (ນະຄອນຫລວງພະບາງ), ແຂວງຈຳປາສັກ (ເສັ້ນທາງເລກ 16) ແລະ ນະຄອນຫລວງວຽງຈັນ, ສາມາດເກັບລາຍຮັບເພີ່ມຂຶ້ນໄດ້ 25 ຕື້ກວ່າກີບ. ຖ້າຫາກສາມາດຜັນຂະຫຍາຍ ແລະ ນໍາໃຊ້ຢ່າງເປັນລະບົບກັບທຸກຫົວໜ່ວຍທຸລະກິດ ຈະເຮັດໃຫ້ລາຍຮັບຂອງທ້ອງຖິ່ນເພີ່ມຂຶ້ນ ແລະ ເກີນແຜນ, ພ້ອມທັງເປັນການປັບປຸງການຖືບັນຊີທີ່ຖືກຕ້ອງ ແລະ ເປັນເງື່ອນໄຂໃຫ້ຫົວໜ່ວຍທຸລະກິດເຂົ້າເຖິງສິນເຊື່ອ ຜ່ານກອງທຶນເພື່ອການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ໄດ້ເພີ່ມຂຶ້ນ; ສຳເລັດການເຊື່ອມຕໍ່ຖານຂໍ້ມູນທີ່ດິນແຫ່ງຊາດ ກັບລະບົບຄຸ້ມຄອງລາຍຮັບສ່ວຍສາອາກອນ, ສາມາດດຶງຂໍ້ມູນຕອນດິນໄດ້ 2 ລ້ານກວ່າຕອນ ແລະ ສຳເລັດການກຳນົດທີ່ຕັ້ງຂອງຕອນດິນ 1,4 ລ້ານຕອນ; ປະຊາຊົນສາມາດນໍາໃຊ້ແອັບປະເພດການນໍາໃຊ້ທີ່ດິນ (ປັກມຸດ) ແລະ ຊຳລະຜ່ານທະນາຄານໄດ້. ປັດຈຸບັນ ເພື່ອເອກະພາບກັນຕໍ່ກົນໄກການຄຸ້ມຄອງຄ່າທໍານຽມ, ຄ່າບໍລິການ ໃນການນໍາໃຊ້ລະບົບທີ່ດິນແບບລວມສູນທັນສະໄໝ, ພ້ອມທັງການເກັບອາກອນທີ່ດິນປະຈຳປີ (ທີ່ຍັງຄ້າງ) ແລະ ອາກອນລາຍໄດ້ຈາກການຊື້-ຂາຍທີ່ດິນ ຊຶ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດໃນໄຕມາດທີ III, 2026.
ການຜັນຂະຫຍາຍລະບົບດັ່ງກ່າວ, ສາມາດຫັນການເກັບຄ່າທໍານຽມ, ຄ່າບໍລິການ ແລະ ກອງທຶນຕ່າງໆຢູ່ຈຸດດຽວເຂົ້າບັນຊີຄັງເງິນແຫ່ງລັດແບບລວມສູນ ແລະ ມີຜົນສໍາເລັດທີ່ພົ້ນເດັ່ນດັ່ງນີ້: ສຳເລັດການຜັນຂະຫຍາຍລະບົບ ຢູ່ 15 ດ່ານສາກົນ (ເພີ່ມໃໝ່ 6 ດ່ານສາກົນ ໃນໄລຍະ 6 ເດືອນຕົ້ນປີ 2026) ແລະ ສືບຕໍ່ຜັນຂະຫຍາຍໃຫ້ສຳເລັດ 12 ດ່ານສາກົນເປົ້າໝາຍພາຍໃນປີ 2026 ແລະ ຈະສືບຕໍ່ຜັນຂະຫຍາຍໄປບັນດາກົມ ແລະ ຂະແໜງການອື່ນໆ.

