Homeຂ່າວໜ້າໜຶ່ງກະຊວງການເງິນ ເລັ່ງອັດຊ່ອງວ່າງລາຍຮັບຮົ່ວໄຫລງົບປະມານ

ກະຊວງການເງິນ ເລັ່ງອັດຊ່ອງວ່າງລາຍຮັບຮົ່ວໄຫລງົບປະມານ

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026 ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ກອງປະຊຸມ ສໍາລັບຄໍາຖາມ ແລະ ການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ, ຊຶ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວ ໂດຍສະເພາະຕິດພັນກັບວຽກງານຫັນເປັນທັນສະໄໝ, ບັນຫາໜີ້ສິນສາທາລະນະ ແລະ ການຈັດ ຕັ້ງປະຕິບັດແຜນການລົງທຶນຂອງ ລັດ ແລະ ເອກະຊົນ ໂດຍສັງລວມ 4 ບັນຫາຈຸດສຸມ. ໃນນັ້ນ, ຫົວຂໍ້ສໍາຄັນອີກອັໜຶ່ງທີ່ ສສຊ ໃຫ້ຄວາມສົນໃຈເປັນພິເສດ ແມ່ນຄໍາຖາມທີ່ວ່າ: ລັດຖະບານ ຈະມີກົນໄກ, ມາດຕະການ ແລະ ວິທີການ ໃນການຕິດຕາມກວດກາຄຸນນະພາບຂອງໂຄງການລົງທຶນ ເອກະຊົນແນວໃດ? ໂດຍສະເພາະ ການເຊົ່າ-ສຳປະທານທີ່ດິນ ເພື່ອສໍາຫລວດຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດ, ການສ້າງຕົວເມືອງອັດສະລິຍະ, ການເກັບລາຍຮັບໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ? ລັດຖະບານຈະມີກົນໄກ, ມາດຕະການ ແລະ ວິທີການໃນການຕິດຕາມກວດກາ ຄຸນນະພາບແນວໃດ?

ຕໍ່ຄຳຖາມນີ້ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງສະເພາະບັນຫາທີ່ຕິດພັນກັບກະຊວງການເງິນ ດັ່ງນີ້: ມາຮອດປັດຈຸບັນ, ໂຄງການສຳປະທານບໍ່ແຮ່ ທີ່ສູນກາງອະນຸມັດມີ 407 ໂຄງການ, ມີລາຍຮັບຈາກຄ່າສຳປະທານໃນປີ 2025 ຫລາຍກວ່າ 139 ລ້ານໂດລາສະຫະລັດ. ແນວໃດກໍຕາມ, ເຫັນວ່າລາຍຮັບຈາກຄ່າເຊົ່າ-ຄ່າສຳປະທານ ຍັງບໍ່ທັນສົມຄູ່ກັບຄວາມເປັນຈິງ. ອີກດ້ານໜຶ່ງເຫັນວ່າ: ການເກັບກຳຖານຂໍ້ມູນ ການອະນຸມັດເນື້ອທີ່ສຳປະທານ ແລະ ການເກັບລາຍຮັບ, ຍັງບໍ່ມີການເຊື່ອມຂໍ້ມູນລວມສູນຜ່ານລະບົບຄຸ້ມຄອງຖານຂໍ້ມູນທັນສະໄໝ ເຮັດໃຫ້ທັງສູນກາງ ແລະ ທ້ອງຖິ່ນ ຍັງມີລາຍຮັບຮົ່ວໄຫລ ແລະ ເນື້ອທີ່ທັບຊ້ອນກັນ. ສະນັ້ນ, ຕ້ອງໄດ້ມີການເຊື່ອມຕໍ່ຖານຂໍ້ມູນກັບລະບົບຂອງກະຊວງການເງິນທີ່ມີຢູ່ໃນປັດຈຸບັນ ເພື່ອຄຸ້ມຄອງລວມສູນການເກັບລາຍຮັບຄ່າເຊົ່າ-ສຳປະທານ.

ເພື່ອຮັບປະກັນການລົງທຶນຂອງລັດ ໃຫ້ສາມາດສ້າງຜົນຕອບແທນທາງເສດຖະກິດ ແລະ ເກັບລາຍຮັບໄດ້ຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ກະຊວງການເງິນ ໄດ້ດຳເນີນການຈັດຕັ້ງປະຕິບັດມາດຕະການກວດກາຄຸນນະພາບແຮ່ທາດ ກ່ອນສົ່ງອອກຢູ່ບັນດາດ່ານເປົ້າໝາຍ ເຫັນວ່າ ຍັງມີຊ່ອງວ່າງຫລາຍດ້ານທີ່ຈະຕ້ອງໄດ້ຮີບຮ້ອນແກ້ໄຂ ໂດຍສະເພາະແມ່ນ ມີການແຈ້ງບໍ່ຖືກຕ້ອງກັບຕົວຈິງທາງດ້ານປະເພດແຮ່ທາດ, ປະລິມານ-ນ້ຳໜັກ, ຄວາມເຂັ້ມຂຸ້ນດ້ານຄຸນນະພາບຂອງແຮ່ທາດ ແລະ ແຮ່ຕິດພັນທີ່ມີຄ່າ ໃນເວລາສົ່ງອອກເຮັດໃຫ້ມີຊ່ອງວ່າງຮົ່ວໄຫລດ້ານລາຍຮັບຢ່າງຫລວງຫລາຍ. ຕໍ່ກັບບັນຫາດັ່ງກ່າວ, ກະຊວງການເງິນ ກຳລັງຜັນຂະຫຍາຍສ້າງຕັ້ງຫ້ອງກວດກາຄຸນນະ ພາບແຮ່ທາດ ກ່ອນການສົ່ງອອກໃນທຸກດ່ານສາກົນ, ພ້ອມທັງຈະສົມທົບກັບຂະແໜງການອຸດສາຫະ ກຳ ແລະ ການຄ້າ ຄົ້ນຄວ້າ ແລະ ປັບປຸງກົນໄກ ແລະ ມາດຕະການ ກວດກາຄຸນນະພາບແຮ່ທາດຢູ່ປາກບໍ່ (ຕົ້ນທາງ).

ໃນຕໍ່ໜ້າ, ກະຊວງການເງິນ ຈະເປັນເຈົ້າການຕິດຕາມ ແລະ ກວດກາກ່ອນການອະນຸມັດໂຄງ ການຮ່ວມກັບກັບຂະແໜງການກ່ຽວຂ້ອງ ເພື່ອຮັບປະກັນໃນບົດບາດການຄຸ້ມຄອງເກັບລາຍຮັບ. ພ້ອມກັນນີ້, ກໍຮຽກຮ້ອງມາຍັງສະມາຊິກສະພາແຫ່ງຊາດ, ກະຊວງ-ອົງການ ແລະ ອຳນາດການປົກ ຄອງທ້ອງຖິ່ນ ເປັນເຈົ້າການຊ່ວຍສະໜັບສະໜູນ, ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ດ້ວຍການເຜີຍແຜ່, ເຊື່ອມຊຶມ ແລະ ໂຄສະນາບັນດານິຕິກຳທີ່ກ່ຽວຂ້ອງ ໃຫ້ຜູ້ປະກອບການຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມືຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ, ລົງວັນທີ 13 ເມສາ 2026 ວ່າດ້ວຍການຕ້ານ ແລະ ສະກັດກັ້ນການລັກລອບຂຸດຄົ້ນ, ປຸງແຕ່ງ, ຄ້າຂາຍ, ນຳເຂົ້າສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃນຂອບເຂດທົ່ວປະເທດ ແລະ ຄຳສັ່ງຄະນະເລຂາທິການສູນກາງພັກ ສະບັບເລກທີ 1/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການຊີ້ນຳ ຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາທີ່ດ້ານຊັບພະຍາກອນທຳມະຊາດ.

ຂ່າວ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments