Homeຂ່າວໜ້າໜຶ່ງຍທຂ ຈະສຸມໃສ່ປັບປຸງເສັ້ນທາງ ແລະ ພັດທະນາລະບົບສະໜອງນໍ້າປະປາ ໃຫ້ແກ່ຊຸມຊົນ

ຍທຂ ຈະສຸມໃສ່ປັບປຸງເສັ້ນທາງ ແລະ ພັດທະນາລະບົບສະໜອງນໍ້າປະປາ ໃຫ້ແກ່ຊຸມຊົນ

ເພື່ອຮັບປະກັນວຽກຈຸດສຸມຂອງການປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະການກໍ່ສ້າງພື້ນຖານໂຄງລ່າງ ໃຫ້ບັນລຸຕາມຄາດໝາຍ, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈະສຸມໃສ່ 2 ວຽກຈຸດສຸມໃຫຍ່ ຄື: ພັດທະນາເສັ້ນ ທາງຍຸດທະສາດ ແລະ ບັນດາເສັ້ນທາງສາຍຫລັກ ໂດຍສະເພາະແມ່ນທາງຫລວງແຫ່ງຊາດ ທີ່ເປັນເສັ້ນ ທາງເຊື່ອມໂຍງ-ເຊື່ອມຈອດລະຫວ່າງປະເທດ, ເສັ້ນທາງແຂວງ-ແຂວງ, ແຂວງ-ເມືອງ, ເມືອງ-ຕາແສງ, ຕາແສງ-ບ້ານ ແລະ ເຂດຈຸດສຸມພັດທະນາຕ່າງໆ; ຈະຂະຫຍາຍ ແລະ ພັດທະນາລະບົບສະໜອງນໍ້າປະປາໃຫ້ແກ່ຊຸມຊົນ ໂດຍສະເພາະບັນດາຕາແສງ ແລະ ບ້ານທີ່ຍັງບໍ່ທັນມີນໍ້າກິນ-ນໍ້າໃຊ້ ແລະ ການພັດທະນາຕົວເມືອງ (ແຜນຜັງຕາແສງ ແລະ ບ້ານ).

ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະ ການກໍ່ສ້າງ-ສ້ອມແປງຖະໜົນຖົນທາງ ແລະ ການພັດທະນາລະບົບສະໜອງນ້ຳປະປາ ໃຫ້ແກ່ຊຸມຊົນ ໃນກອງປະ ຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ນີ້ວ່າ: ເພື່ອຮັບປະກັນການກໍ່ສ້າງ, ບູລະນະສ້ອມແປງເສັ້ນທາງຫລວງແຫ່ງຊາດ, ເສັ້ນທາງທ້ອງຖິ່ນ, ເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງ, ເມືອງ, ຕາແສງ ແລະ ບ້ານ ເຮັດໃຫ້ການຂົນສົ່ງສິນຄ້າ, ການທ່ອງທ່ຽວ ແລະ ການສັນຈອນຂອງປະຊາຊົນ ມີຄວາມສະດວກໂລ່ງລ່ຽນ ແລະ ຫລຸດຜ່ອນອຸບັດເຫດ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ວາງກົນໄກໃນການຈັດຕັ້ງປະຕິບັດ ໂດຍຈະສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງ ການທີ່ມີທຶນແລ້ວ ແລະ ບັນດາໂຄງການທີ່ໄດ້ເຊັນສັນຍາກັບ ລັດຖະບານແລ້ວ ໂດຍສະເພາະກອງທຶນທາງທີ່ກໍາລັງຈັດຕັ້ງປະຕິບັດຢູ່ໃນຂອບເຂດທົ່ວປະເທດ; ຄົ້ນຄວ້າສ້າງແຜນຟື້ນຟູ ແລະ ກໍ່ສ້າງໃໝ່ ໂດຍນຳໃຊ້ແຫລ່ງທຶນຕ່າງໆ ເປັນຕົ້ນ ບ້ວງກອງທຶນທາງ ໃຫ້ໄດ້ 2.000-2.500 ຕື້ຕໍ່ປີ, ການລົງທຶນບ້ວງປົກກະຕິຂອງລັດ, ທຶນ ODA, ທຶນລັດ ແລະ ເອກະຊົນ ຕາມມະຕິ 165/ສພຊ ກໍຄື ມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່, ທຶນໃນຮູບແບບ BOT ຫລື PPP, ທຶນເກີນແຜນຂອງອົງການປົກຄອງທ້ອງຖິ່ນ, ການປະກອບສ່ວນຂອງພາກທຸລະກິດ ແລະ ສັງຄົມ. ພ້ອມນີ້, ກະຊວງ ຍທຂ ຍັງຈະສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການນໍ້າປະປາ ທີ່ມີທຶນແລ້ວ, ການລົງທຶນປົກກະຕິຂອງລັດ ແລະ ລັດວິສາຫະກິດນໍ້າປະປາ, ພ້ອມນັ້ນຍັງຈະເລັ່ງສຸມໃສ່ແກ້ໄຂບັນຫານໍ້າສູນເສຍບໍ່ເປັນເສດຖະກິດ ໃຫ້ຫລຸດໜ້ອຍຖອຍລົງ, ຄົ້ນຄວ້າສ້າງແຜນລົງທຶນພັດທະ ນາລະບົບນໍ້າປະປາໃໝ່ຢູ່ບັນດາເມືອງ ແລະ ຕາແສງ, ວາງແຜນຜັງເມືອງ, ມາດຕະການບັງຄັບໃຊ້ກົດໝາຍຜັງເມືອງ ແລະ ຍົກຄຸນນະພາບໃນການບໍລິຫານ ແລະ ຄຸ້ມຄອງຕົວເມືອງ (ການແກ້ໄຂບັນຫາຂີ້ເຫຍື້ອ, ນໍ້າຖ້ວມຂັງ).

ສຳລັບມາດຕະການຈັດຕັ້ງປະຕິບັດ ກະຊວງ ຍທຂ ຈະສົມທົບກັບກະຊວງວັດທະນາທໍາ ແລະ ການທ່ອງທ່ຽວ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສ້າງແຜນພັດທະນາເສັ້ນທາງເຂົ້າສູ່ແຫລ່ງທ່ອງທ່ຽວ ໃນຂອບເຂດທົ່ວປະເທດ ແລະ ສະເໜີລັດຖະບານ ອອກເປັນມະຕິຮັບຮອງ; ຈະສົມທົບກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສ້າງແຜນພັດທະນາເສັ້ນ ທາງເຂົ້າສູ່ເຂດການຜະລິດ ໃນຂອບເຂດທົ່ວປະເທດ ແລະ ສະເໜີລັດຖະບານ ອອກເປັນມະຕິຮັບ ຮອງ. ສ່ວນການຂະຫຍາຍລະບົບນໍ້າປະປາ ແລະ ການພັດທະນາຕົວເມືອງ, ກະຊວງ ຍທຂ ຈະສົມ ທົບກັບອົງການປົກຄອງທ້ອງຖິ່ນ ເພື່ອສ້າງແຜນພັດທະນາລະບົບນໍ້າປະປາຊຸມຊົນ ຢູ່ບັນດາຕົວເມືອງ, ຕາແສງ ແລະ ເຂດຈຸດສຸມການພັດທະນາ ໂດຍຈະລະດົມຂໍທຶນ ODA ຈາກບັນດາຄູ່ຮ່ວມພັດທະນາ ເປັນຕົ້ນ ທະນາຄານໂລກ, ADB, AIIB ແລະ ຄູ່ຮ່ວມພັດທະນາອື່ນໆ ລວມທັງທຶນຂອງລັດຖະບານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments