ວັນທີ 8 ເດືອນ 7 ແມ່ນວັນຄົບຮອບ 32 ປີ ແຫ່ງການມໍລະນະກຳຂອງ ສະຫາຍ ກິມ ອິນ ຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມເກົາຫລີ ແລະ ປະທານປະເທດຕະຫລອດການຂອງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ.
ເນື່ອງໃນໂອກາດວັນດັ່ງກ່າວນີ້, ປະຊາຊົນ ສປປ ເກົາຫລີ ແລະ ບຸກຄົນກ້າວໜ້າຂອງໂລກໄດ້ທົບທວນຄືນ ຄຸນງາມຄວາມດີອັນມະຫາສານ ດ້ວຍຈິດໃຈອັນສູງສົ່ງ ຊຶ່ງປະທານ ກິມ ອິນ ຊຸງ ໄດ້ສ້າງໄວ້ໃນພາລະກິດ ເພື່ອສ້າງສາປະເທດຊາດໃຫ້ມີຄວາມເຂັ້ມແຂງ, ປະຊາຊົນມີຄວາມຜາສຸກໃນພາລະກິດສັງຄົມນິຍົມ ແລະ ຄວາມເປັນເອກະລາດຂອງໂລກເປັນໄລຍະເວລາ 70 ປີ ນັບຕັ້ງແຕ່ເພິ່ນໄດ້ເລີ່ມອອກເດີນຕາມເສັ້ນທາງຂອງການປະຕິວັດ ແຕ່ອາຍຸຍັງໜຸ່ມນ້ອຍ ໃນໄວ 10 ປາຍປີ. ນັບແຕ່ມື້ເພິ່ນເລີ່ມການປະຕິວັດ, ສະຫາຍ ກິມ ອິນ ຊຸງ ໄດ້ອະທິບາຍແຈ້ງເຖິງຄວາມຈິງເຖິງຫລັກທີ່ວ່າ ເອກະລາດ ແມ່ນເສັ້ນຊີວິດຂອງມະຫາຊົນ ແລະ ເປັນສິ່ງທີ່ເຮັດໃຫ້ປະເທດຊາດມີຊີວິດຊີວາ, ໄດ້ກໍ່ຕັ້ງແນວຄວາມຄິດຈຸເຊ ທີ່ຖືເອົາມະຫາຊົນເປັນໃຈກາງ ແລະ ແກ້ໄຂທຸກບັນຫາຕາມສີສັນຂອງ ສປປ ເກົາຫລີ ເພື່ອຜົນປະໂຫຍດຂອງປະຊາຊົນ ສປປ ເກົາຫລີ ແລະ ເພື່ອໃຫ້ສອດຄ່ອງກັບສະພາບເງື່ອນໄຂອັນສະເພາະຂອງປະເທດໃນຕະຫລອດໄລຍະຂອງການຊີ້ນຳການປະຕິວັດ.
ສະຫາຍ ກິມ ອິນ ຊຸງ ໄດ້ນໍາພາການຕໍ່ສູ້ຈົນບັນລຸຜົນສໍາເລັດໃນພາລະກິດປົດປ່ອຍຊາດ ດ້ວຍແຜນການອັນຍິ່ງໃຫຍ່ໃນການສ້າງສາປະເທດຊາດໃຫ້ມີຄວາມຮັ່ງມີ, ການເຮັດສົງຄາມກັບກຸ່ມຈັກກະພັດຕໍ່ຕ້ານປະຊາຊົນ ສປປ ເກົາຫລີ, ພາລະກິດຟື້ນຟູ ແລະ ສ້າງສາປະເທດຊາດຫລັງສົງຄາມ ແລະ ພາລະກິດການປະຕິວັດສັງຄົມໃນສອງໄລຍະ.ເພິ່ນຍັງເຮັດໃຫ້ແນ່ໃຈວ່າ ການຫັນເປັນອຸດສາຫະກຳສັງຄົມນິຍົມເປັນຈິງໄດ້ຜ່ານການຂະຫຍາຍຕົວຂຶ້ນຢ່າງແຮງ
ເໝືອນດັ່ງມ້າຕິດປີກອັນໄດ້ສ້າງພື້ນຖານທີ່ເຂັ້ມແຂງໃຫ້ກັບການສ້າງເສດຖະກິດທີ່ເພິ່ງພາຕົນເອງຂອງຊາດ.
ໃນໄລຍະເວລາແຫ່ງການນຳພາການປະຕິວັດ, ສະຫາຍ ກິມ ອິນ ຊຸງ ໄດ້ຍົກສູງຄັນທຸງແຫ່ງຈິດໃຈກຸ້ມຕົນເອງ, ເພິ່ງຕົນເອງ, ໄດ້ທັບມ້າງອຸປະສັກ, ຄວາມກົດດັນ, ການແຊກແຊງກິດຈະການພາຍໃນທຸກປະການຢ່າງເດັດດ່ຽວ ສາມາດສ້າງພື້ນຖານອັນໜັກແໜ້ນໃນການກຸ້ມຕົນເອງ, ເພິ່ງຕົນເອງ ແລະ ທ່າແຮງບົ່ມຊ້ອນແຫ່ງການພັດທະນາພາຍໃນ ຊຶ່ງເຮັດໃຫ້ສັງຄົມນິຍົມຕາມສີສັນຂອງ ສປປ ເກົາຫລີ ນັບມື້ນັບໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ທ່າມກາງພາຍຸລົມແຮງ.
ເພິ່ນແມ່ນບິດາຂອງປະເທດຊາດຜູ້ທີ່ເຕົ້າໂຮມເອົາປະຊາຊົນ ສປປ ເກົາຫລີ ທີ່ຮັກປະເທດຊາດທຸກຄົນດ້ວຍຈິດໃຈອັນກວ້າງຂວາງຂອງເພິ່ນ. ເພິ່ນແມ່ນດວງອາທິດຂອງທຸກຄົນ, ບໍ່ພຽງແຕ່ເປັນການນຳຂອງພັກການເມືອງຕ່າງໆ ແລະ ປະມຸກລັດ ລວມໄປເຖິງບຸກຄົນສຳຄັນຂອງຫລາຍໆປະເທດທົ່ວໂລກເທົ່ານັ້ນ, ແຕ່ຍັງລວມເຖິງບຸກຄົນທີ່ມີອຸດົມການ ແລະ ທັດສະນະການເມືອງທີ່ແຕກຕ່າງ, ເຄົາລົບບູຊາຢ່າງໜັກແໜ້ນ ແລະ ປະທັບໃຈກັບບຸກຄະລິກລັກສະນະອັນສູງສົ່ງຂອງເພິ່ນ.
ສະຫາຍ ກິມ ອິນ ຊຸງ ໄດ້ເຮັດສຳເລັດພາລະກິດສ້າງພັກ, ລັດ ແລະ ກອງທັບຈຸເຊ ອັນກາຍເປັນພື້ນຖານການເມືອງ ແລະ ການທະຫານທີ່ເຂັ້ມແຂງໃຫ້ແກ່ຜົນສຳເລັດຂອງການປະຕິວັດຈຸເຊ. ເພິ່ນໄດ້ຫາທາງແກ້ໄຂອັນສົມບູນແບບໃຫ້ກັບບັນຫາຜູ້ສືບທອດການນຳ ທີ່ເປັນປັດໄຈຫລັກໃນການສືບຕໍ່ພາລະກິດປະຕິວັດ ແລະ ສືບຕໍ່ມູນເຊື້ອການປະຕິວັດຢ່າງມີຄວາມບໍລິສຸດ ແລະ ຍັງໄດ້ຊີ້ນຳຄວາມພະຍາຍາມອັນຍິ່ງໃຫຍ່ ເພື່ອສ້າງຄົນລຸ້ນໃໝ່ໃຫ້ກາຍເປັນຜູ້ສືບທອດການປະຕິວັດ. ດ້ວຍວຽກງານການຕ່າງປະເທດທີ່ຫ້າວຫັນຂອງເພິ່ນ, ເພິ່ນໄດ້ຍົກສູງພາລະບົດບາດ ແລະ ອຳນາດຂອງ ສປປ ເກົາຫລີ ໃນເວທີສາກົນຢ່າງໂດດເດັ່ນ ແລະ ບັນລຸຜົນສຳເລັດອັນຍິ່ງໃຫຍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຂະບວນການສັງຄົມນິຍົມ ແລະ ການຍາດໄດ້ໄຊຊະນະຂອງພາລະກິດເອກະລາດຕ້ານລັດທິຈັກກະພັດ.
ປະທານ ກິມ ອິນ ຊຸງ ແລະ ປະທານ ໄກສອນ ພົມວິຫານ ແມ່ນຜູ້ສ້າງຕັ້ງສາຍພົວພັນ ແລະ ການຮ່ວມມືມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ເກົາຫລີ-ສປປ ລາວ ຊຶ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ພາຍໃຕ້ຄັນທຸງຂອງພາລະກິດສັງຄົມນິຍົມ ແລະ ພາລະກິດເອກະລາດຕ້ານລັດທິຈັກກະພັດ.
ຜົນສຳເລັດທີ່ທ່ານປະທານໄດ້ອຸທິດຜ່ານມານັ້ນ ເປັນຜົນສຳເລັດອັນຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດ ສາດຂອງຊາດທີ່ແກ່ຍາວຫລາຍພັນປີ ດ້ວຍແນວຄວາມຄິດ ແລະ ທິດສະດີອັນຍິ່ງໃຫຍ່, ຄວາມສາມາດໃນການນຳພາອັນໂດດເດັ່ນ ແລະ ການປະຕິວັດອັນຍິ່ງໃຫຍ່ຂອງ ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ເພື່ອເປີດອະນາຄົດທີ່ສົດໃສຂອງປະເທດ ສປປ ເກົາຫລີ ຈຸເຊຈະຖືກນຳໄປສູ່ປະຊາຊົນລຸ້ນຕໍ່ໄປ.
ພາລະກິດປະຕິວັດຈຸເຊ ທີ່ໄດ້ເລີ່ມຂຶ້ນ ແລະ ນຳໄປສູ່ໄຊຊະນະ ໂດຍສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ກໍາລັງໄດ້ຮັບການສານຕໍ່ຢ່າງຕໍ່ເນື່ອງໂດຍ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ໃນປັດຈຸບັນ ແລະ ທຸກແຜນການອັນຍາວໄກ ແລະ ຄວາມປາຖະໜາຂອງສະຫາຍ ກິມ ອິນ ຊຸງ ຈະໄດ້ຮັບການປະຕິບັດໃຫ້ເປັນຮູບປະທໍາຢ່າງມີຜົນສຳເລັດ.

