Homeຂ່າວໜ້າໜຶ່ງສປປ ລາວ ແລະ ເຄືອຈັກກະພົບ ບາຮາມາສ ລົງນາມວ່າດ້ວຍການສ້າງສາຍພົວພັນການທູດລະຫວ່າງປະເທດ

ສປປ ລາວ ແລະ ເຄືອຈັກກະພົບ ບາຮາມາສ ລົງນາມວ່າດ້ວຍການສ້າງສາຍພົວພັນການທູດລະຫວ່າງປະເທດ

ທ້າຍເດືອນມິຖຸນາ 2026 ຜ່ານມາ, ທີ່ນະຄອນນິວຢອກ, ສະຫະລັດອາເມລິກາ, ໄດ້ມີພິທີລົງນາມຖະແຫລງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ເຄືອຈັກກະພົບ ບາຮາມາສ, ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຮ່ວມລົງນາມໂດຍ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ເຄືອຈັກກະພົບ ບາຮາມາສ ໂດຍ ທ່ານ ສະແຕນ ໂອດູມາ ສະມິດຕ໌ (H.E. Mr. Stan Oduma Smith) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນແຫ່ງເຄືອຈັກກະພົບ ບາຮາມາສ ປະຈໍາອົງການ ສປຊ, ມີບັນດານັກການທູດທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ເຄືອຈັກກະພົບ ບາຮາມາສ ໄດ້ຮັບເອກະລາດ ໃນວັນທີ 10 ກໍລະກົດ 1973 ຈາກປະເທດອັງກິດ, ມີນະຄອນຫລວງຊື່ວ່າ ນັສເຊົາ(Nassau). ບາຮາມາສ ມີລະບົບການປົກຄອງແບບເຄືອຈັກກະພົບ ໂດຍມີກະສັດອັງກິດເປັນປະມຸກລັດ ຊຶ່ງມີຜູ້ສໍາເລັດຣາຊະການ ເປັນຜູ້ຕາງໜ້າ ແລະນາຍົກລັດຖະມົນຕີເປັນຫົວໜ້າລັດຖະບານ; ບາຮາມາສ ເປັນປະເທດເກາະດອນ ປະກອບດ້ວຍເກາະດອນໃຫຍ່ ແລະ ນ້ອຍກວ່າ 700 ດອນ, ມີເນື້ອທີ່ທັງໝົດ: 13.943 ກິໂລຕາແມັດ, ຕັ້ງຢູ່ມະຫາສະໝຸດອັດລັງຕິກ, ມີປະຊາກອນປະມານ 412.628 ຄົນ; ພາສາທາງການ: ອັງກິດ, ນັບຖືສາສະໜາຄຣິສ ເປັນສ່ວນໃຫຍ່ (ໂປຣແຕັສແຕັງ, ກາໂຕລິກ) ແລະ ຖືສາສະໜາອື່ນໆ ແລະ ໃຊ້ສະກຸນເງິນ: Bahamian dollar (BSD), ລາຍໄດ້ສະເລ່ຍຕໍ່ຫົວຄົນຕໍ່ປີ ປະມານ 35.257 ໂດລາສະຫະລັດ(2024), ທ່າແຮງດ້ານເສດຖະກິດທີ່ສຳຄັນ ແມ່ນການທ່ອງທ່ຽວ (ປະມານ 11 ລ້ານຄົນໃນປີ 2024), ການບໍລິການດ້ານການເງິນ, ສາຂາສະຖາບັນການເງິນທີ່ສໍາຄັນຂອງໂລກຈໍານວນໜຶ່ງ ແລະ ອື່ນໆ.

ເຄືອຈັກກະພົບ ບາຮາມາສ ໄດ້ເຂົ້າເປັນສະມາຊິກອົງການສະຫະປະຊາຊາດ ໃນວັນທີ 18 ກັນຍາ 1973, ໃນຖານະທີ່ເປັນສະມາຊິກຂອງສະຫະປະຊາຊາດ, ບາຮາມາສ ໄດ້ປະກອບສ່ວນຢ່າງຫ້າວຫັນໃນຂົງເຂດຕ່າງໆຂອງ ສປຊ ລວມທັງເປັນສະມາຊິກຂອງ ສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ການລົງສະໝັກເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ສໍາລັບສົກປີ 2032-2033 ຊຶ່ງສະແດງໃຫ້ເຫັນຄວາມມຸ່ງໝັ້ນທີ່ຈະປະກອບ ສ່ວນການເຄື່ອນໄຫວໃນຂອບວຽກ ອົງການ ສປຊ ຢ່າງຕັ້ງໜ້າ ເພື່ອເຮັດບົດບາດປະກອບສ່ວນການແກ້ໄຂບັນຫາຕ່າງໆເຊັ່ນ: ສະພາບການປ່ຽນແປງດິນຟ້າອາກາດ ແລະ ການແກ້ໄຂບັນຫາດ້ານການພັດທະນາຂອງບັນດາປະເທດທີ່ເກາະດອນນ້ອຍກຳລັງພັດທະນາ(SIDS). ນອກຈາກນັ້ນ, ຍັງມີບົດບາດການເຄື່ອນໄຫວຢ່າງຫ້າວຫັນໃນນາມເປັນສະມາຊິກຂອງ ຂະບວນການບໍ່ຮ່ວມກຸ່ມ NAM ແລະ ກຸ່ມ G77 ແລະ ສປ ຈີນ.

ໂອກາດນີ້, ທັງສອງຝ່າຍຍັງໄດ້ຢືນຢັນຄືນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນດ້ານຕ່າງໆໃນຕໍ່ໜ້າ, ລວມທັງການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີສາ ກົນ. ປັດຈຸບັນ, ສປປ ລາວ ພວມເຮັດໜ້າທີ່ເປັນສະມາຊິກສະພາບໍລິຫານອົງການອຸຍນີເຊັບ ແລະ ສະພາບໍລິຫານງານກຸ່ມປະເທດກຳລັງພັດທະນາ ທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs). ການສ້າງຕັ້ງສາຍພົວພັນການທູດຄັ້ງນີ້ ເປັນການປະກອບສ່ວນໃຫ້ແກ່ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງ ສປປ ລາວ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ແລະ ເຮັດໃຫ້ ສປປ ລາວ ມີສາຍພົວພັນການທູດກັບຕ່າງປະເທດເພີ່ມຂຶ້ນເປັນ 153 ປະເທດ ໃນທົ່ວໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments