Homeຂ່າວການເມືອງສສຊ ເຂດ 13 ສະເໜີລັດຖະບານ ເພີ່ມທະວີສົ່ງເສີມຫົວໜ່ວຍທຸລະກິດ ສ້າງວຽກເຮັດງານທຳໃຫ້ປະຊາຊົນ

ສສຊ ເຂດ 13 ສະເໜີລັດຖະບານ ເພີ່ມທະວີສົ່ງເສີມຫົວໜ່ວຍທຸລະກິດ ສ້າງວຽກເຮັດງານທຳໃຫ້ປະຊາຊົນ

ໃນວາລະດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X, ໃນວັນທີ 7 ກໍລະກົດ 2026 ນີ້, ພາຍຫລັງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຂຶ້ນຜ່ານຮ່າງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງວາລະແຫ່ງຊາດດັ່ງກ່າວ ຊຶ່ງໂດຍລວມແມ່ນເຫັນດີເປັນເອກພາບຕໍ່ບັນດາເນື້ອໃນ, ທິດທາງແຜນການ ຈັດຕັ້ງປະຕິບັດວຽກງານພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ທີ່ໄດ້ລະບຸໄວ້ໃນຮ່າງວາລະແຫ່ງຊາດສະບັບນີ້, ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງສະເໜີໃຫ້ລັດຖະບານສືບ ຕໍ່ເລັ່ງພັດທະນາຊົນນະບົດ, ເຂດຫ່າງໄກສອກຫລີກ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເປັນຮູບປະທຳ ແລະ ໃຫ້ເລັ່ງພັດທະນາພື້ນຖານໂຄງລ່າງຕ່າງໆ ໂດຍສະເພາະຖະໜົນຫົນທາງ. ໃນນັ້ນ, ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ສະເໜີໃຫ້ລັດຖະບານ ສືບຕໍ່ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSME) ຊຶ່ງກວມອັດຕາສ່ວນສູງຂອງຫົວໜ່ວຍວິສາຫະກິດໃນ ສປປ ລາວ ໃຫ້ເຕີບໂຕ ແລະ ເຂັ້ມແຂງ ເພື່ອນຳໄປສູ່ການສ້າງອາຊີບ, ສ້າງລາຍຮັບ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ.

ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະເໜີລັດຖະບານ ຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບຕ່ຳ 3% ເພື່ອຊ່ວຍຫລຸດອັດຕາດອກເບ້ຍ ແນໃສ່ອໍານວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວບັນດາເຜົ່າ. ນອກນັ້ນ, ທ່ານໄດ້ສະເໜີໃຫ້ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງອາຊີບສະຫງວນສຳລັບຄົນລາວ ເພື່ອປ້ອງກັນການບຽດຢຶດອາຊີບ ແລະ ທຸ ລະກິດຈາກຄົນຕ່າງປະເທດ, ພ້ອມນີ້ທ່ານຍັງສະເໜີໃຫ້ນຳໃຊ້ເທັກໂນໂລຊີດີຈິຕອນ ໃນການຄຸ້ມຄອງຂໍ້ມູນປະຊາກອນ ໃຫ້ເປັນລະບົບ, ຮັດກຸມ ໂດຍໃຫ້ມີການບັນທຶກຂໍ້ມູນຕັ້ງແຕ່ເກີດຈົນເຖິງວາລະສຸດທ້າຍຂອງຊີວິດ, ໃຜເຮັດຫຍັງ, ຢູ່ໃສ, ມີຊັບສິນ, ໜີ້ສິນຫຍັງແດ່ ເພື່ອເພີ່ມທະວີຄວາມໂປ່ງໃສ ແລະ ຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.

ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ເນັ້ນຕື່ມວ່າ: ການຈັດຕັ້ງປະຕິບັດວາລະແຫ່ງຊາດ ບໍ່ຄວນສຸມໃສ່ພຽງແຕ່ເຂດຊົນນະບົດ ແຕ່ຄວນກຳນົດນະໂຍບາຍມະຫາພາກດ້ານການເງິນ ແລະ ເງິນຕາ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການດຳເນີນທຸລະກິດ ແລະ ການສ້າງວຽກເຮັດງານທຳ. ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ມັນຕິດພັນກັບການຈັດສັນອາຊີບຄົງທີ່ ຕາມໂຄງປະກອບເສດຖະກິດຂອງ ສປປ ລາວ ຕາມອັດຕາສ່ວນ ທີ່ສະຫລຸບໃນແຜນ 5 ປີ ຄັ້ງທີ 9 ເຫັນວ່າ: ຂະແໜງກະສິກຳ ກວມອັດຕາສ່ວນ 19,4%, ອຸດສາຫະກໍາ ກວມອັນຕາສ່ວນ 32,5% ແລະ ການບໍລິຫານ ກວມອັດຕາສ່ວນ 41,3% ຊຶ່ງສະແດງໃຫ້ເຫັນວ່າ ການພັດທະນາມີລັກສະນະຫັນປ່ຽນຈາກຂະແໜງກະສິກຳ ໄປສູ່ຂະແໜງອຸດສາຫະກຳ ແລະ ການບໍລິການ ຊຶ່ງເປັນຜົນມາຈາກນະໂຍບາຍສົ່ງ ເສີມການລົງທຶນຂອງລັດຖະບານ ແລະ ການສ້າງວຽກເຮັດງານທຳໃຫ້ແກ່ແຮງງານຈາກເຂດຊົນນະບົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments