Homeຂ່າວໜ້າໜຶ່ງຫົວໜ້າ ຄຕພ ພົບປະກັບ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມນູນິດກູບາ

ຫົວໜ້າ ຄຕພ ພົບປະກັບ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມນູນິດກູບາ

ໃນວັນທີ 7 ກໍລະກົດ 2026, ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ (ຄຕພ) ໄດ້ພົບປະຜ່ານຮູບແບບວິດີໂອທາງໄກກັບ ສະຫາຍ ເອມີລິໂອ ຣັດມິຣ ໂລຊາດາ ກາຣເຊຍ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.

ໃນໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະຜ່ານວີດິໂອທາງໄກ ກັບ ສະຫາຍ ເອມີລິໂອ ຣັດມິຣ ໂລຊາດາ ກາຣເຊຍ. ຝ່າຍລາວ ໄດ້ແຈ້ງສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ຜົນສໍາເລັດການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ; ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫລວງທີ່ປະຊາຊົນກູບາອ້າຍນ້ອງ ພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນຂອງ ພັກກອມມູນິດກູບາ ຍາດມາໄດ້ຕະຫລອດໄລຍະ 60 ກວ່າປີຜ່ານມາ ໂດຍສະເພາະ ຜົນສຳເລັດທີ່ມີຄວາມໝາຍຄວາມສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ໃນທ່າມກາງການຖືກປິດລ້ອມທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ເປັນເວລາກວ່າຫົກທົດສະວັດ.

ສະຫາຍ ເອມີລິໂອ ຣັດມິຣ ໂລຊາດາ ກາຣເຊຍ ໄດ້ແຈ້ງໃຫ້ຊາບກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ VIII ຂອງພັກກອມມູນິດກູບາ ແລະ ການກະກຽມຈັດກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກກອມມູນິດກູບາ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງ ສ ກູບາ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດ ການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ຜົນສໍາເລັດ ໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ; ບົດບາດ ແລະ ອິດທິພົນຂອງ ພັກ ແລະ ລັດຖະບານ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ພ້ອມທັງສະແດງຄວາມຂອບໃຈມາຍັງ ພັກ, ລັດຖະບານ ແລະ ປະຊາ ຊົນລາວອ້າຍນ້ອງ ທີ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນການປະຕິວັດກູບາ ຕະຫລອດໄລຍະຜ່ານມາ.

ສອງຝ່າຍຍັງໄດ້ຕີລາຄາສູງ ແລະ ປິຕິຍິນດີທີ່ສາຍພົວພັນ ແລະ ການຮ່ວມມືອັນດີງາມລະຫວ່າງ ລາວ ແລະ ກູບາ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ; ປຶກສາຫາລືກ່ຽວກັບທິດທາງໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນຕໍ່ໜ້າ; ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments