ກອງປະຊຸມທົບທວນ ວຽກງານສື່ສານລະດົມຊຸມຊົນກ່ຽວກັບ ວັນສັກວັກຊິນກັນພະ ຍາດແຫ່ງຊາດ ໂປລິໂອ 2026 ຈັດຂຶ້ນໃນວັນທີ 8 ກໍລະກົດ 2026 ເພື່ອປຶກສາຫາລືໃນວຽກງານໂຄສະນາລະດົມຊຸມຊົນໃຫ້ມີຄວາມຮູ້ ຄວາມເຂົ້າໃຈໃນການກັນພະຍາດ ແລະ ສົ່ງເສີມສຸຂະພາບ ໂດຍສະເພາະ ການສ້າງຄວາມເຂົ້າໃຈກ່ຽວກັບວຽກງານການໃຫ້ວັກຊິນ ກັນພະຍາດຂອງເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ໃຫ້ໄດ້ຮັບວັກຊິນຄົບຕາມເກນອາຍຸ ແລະ ຄົບຕາມຕາຕະລາງການໃຫ້ວັກຊິນ.
ທ່ານ ວັນນະໄຊ ຊາດຕະກູນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ວຽກງານສື່ສານລະດົມຊຸມຊົນ ຫລື ວຽກງານໂຄສະນາສຸຂະສຶກສາ ເປັນວຽກງານໜຶ່ງທີ່ມີຄວາມສຳຄັນ, ເປັນວຽກງານທີ່ປູກຈິດສຳນຶກໃຫ້ປະຊາຊົນຊົນ, ຄົນໃນຊຸມຊົນມີຄວາມຮູ້, ຄວາມເຂົ້າໃຈ ແລະ ໃຫ້ຄວາມສຳຄັນໃນການຮັກສາສຸຂະພາບ ໂດຍປະຕິບັດພຶດຕິກຳການດຳລົງຊີວິດ ໃຫ້ຖືກສຸຂະລັກສະນະຄື ກິນສະອາດ, ດື່ມສະອາດ ແລະ ຢູ່ສະອາດ ຊຶ່ງເປັນພື້ນຖານການປະຕິບັດອະນາໄມ 3 ສະອາດ, ເຖິງຢ່າງ ໃດກໍຕາມຍັງອົງມີປະກອບອື່ນທີ່ສຳຄັນໃນການກັນພະຍາດ ແລະ ສົ່ງເສີມສຸຂະພາບ ໜຶ່ງໃນນັ້ນ ກໍຄື ເດັກນ້ອຍທີ່ເກີດມາຕ້ອງໄດ້ຮັບວັກຊິນໃຫ້ຄົບໂດສ ຕາມຕາຕະລາງການໃຫ້ວັກຊິນ ກັນພະຍາດແຫ່ງຊາດກ່ອນເດັກຈະອາຍຸໄດ້ 5 ປີ. ສິ່ງດັ່ງກ່າວ, ຍັງເປັນບັນຫາ ແລະ ສິ່ງທ້າທາຍສຳລັບສາທາລະນະສຸກ ຍ້ອນພູມສັນຖານຂອງປະເທດ, ບ້ານເຮືອນຂອງປະຊາຊົນຕັ້ງຢູ່ເຂດຫ່າງໄກ, ເຂດທີ່ເຂົ້າເຖິງຍາກ, ພາ ສາປາກເວົ້າທີ່ແຕກຕ່າງກັນ, ຄວາມເຊື່ອດັ້ງເດີມ ລວມໄປເຖິງຄວາມບໍ່ເຊື່ອໝັ້ນຕໍ່ວັກຊິນ, ສັກແລ້ວລູກເຈັບ, ສັກແລ້ວລູກໄຂ້, ສັກແລ້ວຈະພາໃຫ້ລູກເສຍຊີວິດ ຫລື ບໍ່ເຂົ້າໃຈວ່າສັກຢາກັນພະຍາດ ແມ່ນສັກໄປເພື່ອຫຍັງ, ສັກຍ້ອນແພດມາສັກ, ສັກຍ້ອນມີແຈ້ງການຈາກການຈັດຕັ້ງ. ສິ່ງເຫລົ່ານັ້ນ ແມ່ນຕິດພັນກັບວຽກງານສື່ສານໃນການລະດົມຊຸມຊົນ ຈະຕ້ອງໄດ້ອອກແຮງ ເພື່ອສ້າງຄວາມເຊື່ອໝັ້ນກັບຊຸມຊົນເພື່ອເອົາຊະນະຕໍ່ກັບອຸປະສັກ ແລະ ຄວາມເຊື່ອຕ່າງໆທີ່ບໍ່ຖືກຕ້ອງຕໍ່ກັບວຽກງານການໃຫ້ວັກຊິນ.

ເພື່ອເພີ່ມອັດຕາປົກຄຸມວັກຊິນກັນພະຍາດ ໂດຍສະເພາະແມ່ນພະຍາດໂປລີໂອ ແລະ ພະຍາດໝາກແດງ ກະຊວງສາທາລະນະສຸກ ຮ່ວມກັບຄູ່ຮ່ວມພັດທະນາ ໄດ້ຈັດຕັ້ງປະຕິບັດຂະບວນການຢອດວັກຊິນກັນພະຍາດ ໂປລີໂອ ແລະ ສັກວັກຊິນກັນພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ເພີ່ມໃຫ້ກຸ່ມເດັກອາຍຸລຸ່ມ 5 ປີ ໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນໃຫ້ເດັກນ້ອຍໃນກຸ່ມເປົ້າໝາຍທຸກຄົນທັງໃນຕົວເມືອງ ແລະ ຊົນະບົດໃຫ້ໄດ້ຮັບວັກຊິນທຸກຖ້ວນໜ້າ ໂດຍບໍ່ໃຫ້ມີເດັກຄົນໃດພາດໂອກາດ.

