ສະໂມສອນ ເບ ສະຫວັນ ເອັບຊີ ໄດ້ເດີນທາງຈາກແຂວງຊຽງໃໝ່ ປະເທດໄທ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ນະຄອນຫຼວງວຽງຈັນ ດ້ວຍຄວາມປອດໄພເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກສ້າງຜົນງານຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່ ກາານເເຂ່ງຂັນເຕະບານເຍົາວະຊົນນາໆຊາດ ລາຍການ COPA NAKA 2026 ໃນຮຸ່ນອາຍຸເກີນ 10 ປີ ຫຼື U10 ພ້ອມໄດ້ໂຄຕ້າໄປຮ່ວມເເຂ່ງຂັນທີ່ປະເທດສິງກະໂປ ນຳພາທີມເດີນທາງກັບໂດຍ ທ່ານ ຄອນສະຫວັນ ສິດທິໄທ ຫົວໜ້າຄູຝຶກສະໂມສອນ ເບ ສະຫວັນ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະບໍລິຫານງານສະໂມສອນ ແລະ ຜູ້ປົກຄອງນັກກິລາ.
ເຕະບານເຍົາວະຊົນ ຢູ10 ລາຍການ COPA NAKA 2026 ຈັດຂຶ້ນ ລະຫວ່າງວັນທີ 4-5 ກໍລະກົດ 2026 ທີ່ແຂວງຊຽງໃໝ່ ປະເທດໄທ ມີທີມທີ່ມາຈາກ 12 ຊາດ ໃນຂົງເຂດທະວີບອາຊີ ແລະ ອາຊຽນ ເຂົ້າຮ່ວມ, ໃນນັ້ນ ຜົນງານທີມ ເບ ສະຫວັນ ສາມາດເອົາຊະນະຄູ່ແຂ່ງຂັນຂາດຮອຍ ໂດຍສະເພາະໃນຮອບ 8 ທີມ ຊຽງໃໝ່ ເອັບເອ ເຖິງ 7-0 ປະຕູ, ຮອບຮອງຊະນະເລີດ ຊະນະ ທີມລຳປາງ ອາຣີນ່າ 5-1 ປະຕູ ຜ່ານເຂົ້າຊີງຊະນະເລີດ ຢູ10 ເບ ສະຫວັນ ສາມາດເອົາຊະນະ ສະປີລິດ ອາຄາເດມີ້ (Spirit Academy) ທີມຈາກສປປ ລາວ ດ້ວຍກັນ 5-2ປະຕູ ຄວ້າແຊັມລາຍການດັ່ງກ່າວໄປຄອງ ພ້ອມໄດ້ສິດ ໄປແຂ່ງຂັນທີ່ປະເທດສິງກະໂທ ໃນເດືອນພະຈິກ 2026ນີ້
ຍັງເຫຼືອພຽງອີກ 5 ວັນ ສຳລັບ ນັກເຕະ ເບ ສະຫວັນ ມີແຜນຈະສືບຕໍ່ອອກເດີນທາງໄປແຂ່ງຂັນທີ່ນະຄອນ ຊຽງໄຮ ສປ ຈີນ ໃນວັນທີ 12 ກໍລະກົດ 2026ນີ້. ກ່ອນໜ້ານີ້ ສະໂມສອນ ເບ ສະຫວັນ ໃນຮຸ່ນດັງກ່າວ ກໍໄດ້ສາຍແວວ ໃນການຄວ້າແຊັມເຕະບານຊີງແຊັມນາໆຊາດ ທີ່ນະຄອນຖາຍຫງຽນ ສສ ຫວຽດນາມມາແລ້ວ

