Homeຂ່າວຕ່າງປະເທດອິດສະຣາແອນ ຫລຸດອັດຕາດອກເບ້ຍເຫລືອ 3,5% ຕ່ຳສຸດໃນຮອບກວ່າ 3 ປີ

ອິດສະຣາແອນ ຫລຸດອັດຕາດອກເບ້ຍເຫລືອ 3,5% ຕ່ຳສຸດໃນຮອບກວ່າ 3 ປີ

ສຳນັກຂ່າວຊິນຮວາ ລາຍງານວ່າ: ທະນາຄານກາງ ອິດສະຣາແອນ ໄດ້ປັບຫລຸດອັດຕາດອກເບ້ຍນະໂຍບາຍລົງ 0,2% ສູ່ລະດັບ 3,5% ຊຶ່ງເປັນລະດັບຕໍ່າສຸດ ເປັນຄັ້ງທີ 4 ນັບຕັ້ງແຕ່ເດືອນພະຈິກ 2025 ເປັນຕົ້ນມາ ຫລັງຈາກທີ່ໄດ້ຮັກສາອັດຕາດອກເບ້ຍໄວ້ທີ່ລະດັບ 4,5% ເປັນເວລາເກືອບ 2 ປີ. ຫລັງຈາກສິ້ນສຸດກອງປະຊຸມໃນວັນທີ 6 ກໍລະກົດ ຜ່ານມາ, ທະນາຄານກາງອິດສະຣาແອນ ໄດ້ອອກຖະແຫລງການວ່າ: ການປັບຫລຸດອັດຕາດອກເບ້ຍຄັ້ງຫລ້າສຸດນີ້ ມີແຮງຂັບເຄື່ອນມາຈາກອັດຕາເງິນເຟີ້ທີ່ຢູ່ໃນລະດັບຕ່ຳ ໂດຍຢູ່ທີ່ 1.9% ຊຶ່ງໃກ້ຄຽງກັບຈຸດເຄິ່ງກາງຂອງຂອບເປົ້າໝາຍທີ່ລັດຖະບານກຳນົດໄວ້ຄື 1% – 3%. ຖະແຫລງການລະບຸເພີ່ມເຕີມວ່າ ບົດບັນທຶກຄວາມເຂົ້າໃຈ (MOU) ທີ່ເຮັດຂຶ້ນລະຫວ່າງ ສ.ອາເມລິກາ ກັບ ອີຣານ ມີສ່ວນຊ່ວຍຫລຸດຜ່ອນຄວາມເຂັ່ງຕຶງທາງດ້ານພູມສາດການເມືອງໂລກ ແລະ ເຮັດໃຫ້ລາຄາພະລັງງານປັບຕົວຫລຸດລົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments