Homeຂ່າວຕ່າງປະເທດຈີນຈະຍົກເລີກນະໂຍບາຍພາສີພິເສດສຳລັບລົດປະຢັດພະລັງງານ-ເອັນອີວີບາງປະເພດເລີ່ມປີ 2027

ຈີນຈະຍົກເລີກນະໂຍບາຍພາສີພິເສດສຳລັບລົດປະຢັດພະລັງງານ-ເອັນອີວີບາງປະເພດເລີ່ມປີ 2027

ສຳນັກຂ່າວຊິນຮວາ, ກະຊວງການເງິນຂອງຈີນ ໄດ້ປະກາດວ່າ ຈີນຈະຍົກເລີກນະໂຍບາຍເກັບພາສີຍານພາຫະນະ ແລະ ເຮືອ ໃນອັດຕາເຄິ່ງໜຶ່ງ (ຫລຸດ 50%) ສຳລັບຍານພາຫະນະປະຢັດພະລັງງານ. ພ້ອມກັນນັ້ນ ກໍຈະຍົກເລີກການຍົກເວັ້ນພາສີສຳລັບຍານພາຫະນະພະລັງງານໃໝ່ (NEV) ບາງປະເພດ ເຊັ່ນ:ຍານພາຫະນະເພື່ອການຄ້າ ທີ່ເປັນລະບົບໄຟຟ້າລ້ວນ; ຍານພາຫະນະປລັກອິນ ໄຮບຣິດ ແລະ ຍານພາຫະນະເພື່ອການຄ້າແຊວເຊື້ອໄຟ ເລີ່ມຕັ້ງແຕ່ວັນທີ1 ມັງກອນ 2027ເປັນຕົ້ນໄປ, ເຊິ່ງຜູ້ເສຍພາສີທີ່ມີຍານພາຫະນະປະເພດເຫລົ່ານີ້ ຈະຕ້ອງໄດ້ຊຳລະພາສີເປັນລາຍປີ.

ໃນຂະນະທີພາສີຍານພາຫະນະ ແລະ ເຮືອ ແມ່ນພາສີຊັບສິນທີ່ຮຽກເກັບເປັນລາຍປີ ຈາກເຈົ້າຂອງ ຫລື ຜູ້ຄອບຄອງຍານພາຫະນະ ແລະ ເຮືອ. ໂດຍແຕ່ລະພາກພື້ນໃນລະດັບແຂວງ ສາມາດກຳນົດອັດຕາພາສີ ທີ່ຈະນຳມາໃຊ້ບັງຄັບສະເພາະໃນພື້ນທີ່ຂອງຕົນເອງໄດ້ ພາຍໃຕ້ຂອບອັດຕາພາສີທີ່ສ່ວນກາງກຳນົດໄວ້.

ເຖິງຢ່າງໃດກໍຕາມ, ຍານພາຫະນະສ່ວນບຸກຄົນ ທີ່ເປັນລະບົບໄຟຟ້າລ້ວນແລະໃຊ້ແຊວເຊື້ອໄຟແມ່ນຍັງຄົງບໍ່ໄດ້ຮັບຜົນກະທົບຈາກການປັບປ່ຽນນະໂຍບາຍໃນຄັ້ງນີ້ ແລະ ຈະໄດ້ຮັບການຍົກເວັ້ນພາສີຕໍ່ໄປ ເນື່ອງຈາກຍານພາຫະນະທັງສອງປະເພດນີ້ ບໍ່ໄດ້ຢູ່ໃນຂອບເຂດການເກັບພາສີ ຕາມກົດໝາຍວ່າດ້ວຍພາສີຍານພາຫະນະ ແລະ ເຮືອ ຂອງຈີນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments