Homeຂ່າວພາຍໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ກັບ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ກັບ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ

ໃນວັນທີ 6 ກໍລະກົດ 2026 ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ (ຢູນີເທວ) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ກັບ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ເພື່ອຮ່ວມຂັບເຄື່ອນການຫັນເປັນດິຈິຕອນໃນຂະແໜງວັດທະນະທຳ ແລະ ການທ່ອງທ່ຽວຂອງ ສປປ ລາວ.

ພິທີດັ່ງກ່າວ ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ຫງຽນ ມິງ ເຕີມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ທ່ານ ເຈີ່ນ ຈຸງ ຮືງ ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ເຂົ້າຮ່ວມເປັນສັກຂີພະຍານ.

ການຮ່ວມມືຄັ້ງນີ້ ມຸ່ງເນັ້ນການພັດທະນາການທ່ອງທ່ຽວດິຈິຕອນ ຜ່ານແພລດຟອມ Lao Travel ເພື່ອລວບລວມ ແລະ ເຜີຍແຜ່ຂໍ້ມູນແຫຼ່ງທ່ອງທ່ຽວ, ທີ່ພັກ, ຮ້ານອາຫານ, ທຸລະກິດບໍລິການທ່ອງທ່ຽວ ແລະ ຂໍ້ມູນທີ່ເປັນປະໂຫຍດ ໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ.

ບໍລິສັດ ສະຕາ ໂທລະຄົມ ຢືນຢັນຄວາມມຸ່ງໝັ້ນທີ່ຈະນຳສະເໜີເທັກໂນໂລຊີ ແລະ ຄວາມຊ່ຽວຊານດ້ານດິຈິຕອນ ມາສົ່ງເສີມການພັດທະນາແພລດຟອມ Lao Travel ໃຫ້ເປັນ “ປະຕູສູ່ດິຈິຕອນ” ຂອງການທ່ອງທ່ຽວລາວ ເພື່ອຍົກລະດັບຂີດຄວາມສາມາດແຂ່ງຂັນ, ສ້າງຄວາມສະດວກໃຫ້ນັກທ່ອງທ່ຽວ ແລະ ປະກອບສ່ວນຂັບເຄື່ອນເສດຖະກິດ ແລະ ການທ່ອງທ່ຽວຂອງລາວໃຫ້ເຕີບໂຕຢ່າງຍືນຍົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments