ຕອນເຊົ້າ ວັນທີ 7 ກໍລະກົດ 2026, ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI ໄດ້ໄຂຂຶ້ນ ຢ່າງເປັນທາງການ ທີ່ຫ້ອງປະຊຸມຊັ້ນສອງ (ຄອສພ) ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄຳພັນ ເຜິຍຍະວົງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ. ເຂົ້າຮ່ວມມີບັນດາສະຫາຍຄະນະປະຈຳພັກ ແລະ ກຳມະການຄະນະພັກ.
ກອງປະຊຸມ ໄດ້ປຶກສາຫາລື ແລະ ຮັບຟັງການຜ່ານມະຕິຂອງຄະນະເລຂາທິການສູນກາງພັກ ແລະ ມະຕິຂອງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI, ບົດສະຫຼຸບຜົນການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ແລະ ແຜນດໍາເນີນງານຂອງຄະນະບໍລິຫານງານພັກ ສະໄໝທີ VI, ຫຼັງຈາກນັ້ນ ບັນດາສະຫາຍໃນຄະນະບໍລິຫານງານພັກ ໄດ້ແລກປ່ຽນປະກອບຄໍາເຫັນຕໍ່ ບົດສະຫຼຸບຫຍໍ້ຜົນການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ແລະ ແຜນດໍາເນີນງານຂອງຄະນະບໍລິຫານງານພັກ ສະໄໝທີ VI ຢ່າງກົງໄປກົງໄປມາ ແລະ ມີຄວາມເປັນເອກະພາບສູງຕໍ່ເອກະສອງເອກະສານດັ່ງກ່າວ.

ຕອນທ້າຍຂອງກອງປະຊຸມ, ໄດ້ຮັບຟັງການໃຫ້ກຽດໂອ້ລົມຂອງ ສະຫາຍ ປອ. ຄໍາພັນ ເຜີຍຍະວົງ ປະທານກອງປະຊຸມ ເພິ່ນໄດ້ໃຫ້ທິດຊີ້ນໍາວຽກງານຈຸດສຸມໃນຕໍ່ໜ້າຈຳນວນໜຶ່ງ ໂດຍເນັ້ນໜັກໃຫ້ຄະນະບໍລິຫານງານພັກທຸກສະຫາຍ ຍົກສູງຄວາມຮັບຜິດຊອບຂອງຕົນ ເປັນແບບຢ່າງນຳໜ້າ ໃນໜ້າທີ່ວຽກງານຂອງຕົນຮັບຜິດຊອບ ແລະ ຊີ້ນຳ-ນຳພາ, ເອົາໃຈໃສ່ສຶກສາອົບຮົມ ນຳພາວຽກງານການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກຢູ່ໃນກົມກອງຂອງຕົນເປັນປົກກະຕິ, ນຳພາຈັດຕັ້ງເຊື່ອມຊຶມບັນດາເອກະສານມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ, ພ້ອມທັງຈັດຕັ້ງຜັນຂະຫຍາຍແຜນພັດທະນາວຽກງານໂຄສະນາອົບຮົມ ປີ 2026-2030 ທີ່ນອນໃນ 9 ແຜນງານ 42 ໂຄງການ ຫັນເປັນແຜນລະອຽດເຂົ້າວຽກງານຕົວຈິງຂອງແຕ່ໜ່ວຍພັກ ກໍ່ຄື ຂອງແຕ່ລະກົມ.

