ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ VI ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການນໍາພາ ປະຈໍາ 6 ເດືອນທ້າຍປີ 2026 ( ເປີດກວ້າງ ) ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາ ສະຫາຍ ຮອງເລຂາຄະນະພັກ, ຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ ແລະ ພະນັກງານຫຼັກແຫຼ່ງ ຈາກພາກສ່ວນຕ່າງໆ ຢູ່ບັນດາອົງການອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງເລຂາຄະນະພັກ ກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາຮອບດ້ານ ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການນໍາພາ ປະຈໍາ 6 ເດືອນທ້າຍປີ 2026 ເຊິ່ງໄລຍະຜ່ານມາ ມີສິ່ງທ້າທາຍຫຼາຍດ້ານທີ່ສົ່ງຜົນກະທົບ ແຕ່ເຖິງຢ່າງໃດກໍຕາມ ຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໃນທົ່ວກອງທັບ ໄດ້ຮັບຮູ້, ເຊື່ອມຊຶມ, ກໍາແໜ້ນ ແນວທາງແຜນນະໂຍບາຍ ຂອງພັກ-ລັດ, ຂອງກອງທັບ ແລະ ປາຖະກະຖາ, ເປີດຂະບວນການແຂ່ງຂັນ ທົ່ວກອງທັບ ເພື່ອຂໍ່ານັບຮັບຕ້ອນບັນດາວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ສາກົນ; ອອກຄໍາສັ່ງແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງອົບຮົມການເມືອງ-ແນວຄິດ, ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ໂຄສະນາ-ປາຖະກະຖາ, ການສ້າງນັກຮົບ-ກົມກອງວັດທະນະທຳ ແລະ ການເຄື່ອນໄຫວວຽກງານສື່ມ່ວນຊົນໃນກອງທັບ ປະຈຳປີ 2026 ໃຫ້ບັນດາອົງການ, ກົມກອງ ໃນທົ່ວກອງທັບ; ຄົ້ນຄວ້າ-ປັບປຸງເນື້ອໃນເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແຕ່ລະເປົ້າໝາຍ ເປັນຕົ້ນ: ຂັ້ນນາຍທະຫານ, ນາຍສິບ ແລະ ທະຫານໃໝ່, ເຄື່ອນໄຫວສະແດງສິລະປະຮັບໃຊ້ພິທີສະເຫຼີມສະຫຼອງວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ຂອງກອງທັບ ແລະ ສາກົນ ສຳເລັດຕາມແຜນການ, ເອົາໃຈໃສ່ວຽກງານປັບປຸງກໍ່ສ້າງພັກ-ພະນັກງານ, ເສີມຂະຫຍາຍບົດບາດການນໍາພາຂອງພັກ ປະຕິບັດຕາມ 5 ຫຼັກ 3 ທິດນໍາ ຂອງພັກວາງອອກ ໂດຍຕິດພັນກັບການປັບປຸງພັກໃນ 4 ດ້ານ ໄປພ້ອມໆ ກັນ, ເປັນເສນາທິການໃຫ້ແກ່ຄະນະພັກກະຊວງ ກໍຄືກົມໃຫຍ່ການເມືອງກອງທັບ ໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິຂອງຂັ້ນເທິງ; ຈັດຕັ້ງເຝິກອົບຮົມກວດສອບເລຂາ, ຮອງເລຂາຮາກຖານພັກ ຢູ່ກຳລັງຫຼວງ ແລະ ທ້ອງຖິ່ນສໍາເລັດ 8 ຄະນະພັກ; ບົ່ງຕົວແຕ່ງຕັ້ງປ່ຽນແທນກຳມະການຄະນະພັກ 13 ຄະນະພັກ; ສໍາເລັດພິມປຶ້ມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ແຈກຢາຍໃຫ້ບັນດາຄະນະພັກ ກໍາລັງຫຼວງ-ກໍາລັງທ້ອງຖິ່ນ; ຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວກຳລັງຫຼວງ ປະຈຳປີ 2025 ຈໍານວນ 1.349 ໜ່ວຍພັກ; ອອກບັດສະມາຊິກພັກສົມບູນ ຈໍານວນ 672 ບັດ ແລະ ຍົກຍ້າຍສະມາຊິກພັກ 978 ຄັ້ງ ນອກນັ້ນ, ກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ປັບປຸງສ້ອມແປງຄ້າຍຄູ ໃຫ້ແໜ້ນໜາຖາວອນ, ປັບປຸງປົວແປງພະຫະນະອາວຸດ-ຍຸດໂທປະກອນ ຮັບໃຊ້ໃນທົ່ວກອງທັບ ເພື່ອຮັບປະກັນໃນການຮັບໃຊ້ໃນໜ້າທີ່ວຽກງານການເມືອງ ຂອງກຳລັງປະກອບອາວຸດ ພ້ອມນີ້, ຄະນະພັກກະຊວງປ້ອງກັນປະເທດ ຍັງໄດ້ເອົາໃຈໃສ່ສ້າງສາຍພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ ເປັນຕົ້ນໄດ້ເຂົ້າຮ່ວມກອງປະຊຸມ, ການປະດັບຫຼຽນກາ, ກິດກະກໍາຕ່າງໆ ຢູ່ບັນດາປະເທດຄູ່ຮ່ວມມືຍຸດທະສາດ ເພື່ອຍາດແຍ່ງການຊ່ວຍເຫຼືອ ເປັນຕົ້ນ ສສ ຫວຽດນາມ, ສປ ຈີນ, ສ ຣັດເຊຍ ແລະ ປະເທດອື່ນໆ ເຮັດໃຫ້ກອງທັບ ນັບມື້ມີຄວາມກ້າວໜ້າ ແລະ ທັນສະໄໝ.

ຈາກນັ້ນ, ບັນດາບັນດາສະຫາຍຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ໄດ້ຜັດປ່ຽນກັນປະກອບຄໍາເຫັນຕໍ່ບົດສະຫຼຸບຢ່າງກົງໄປກົງມາ ເພື່ອແກ້ໄຂບັນຫາ ທີ່ຍັງຄົງຄ້າງ ນໍາເອົາໄປຄົ້ນຄວ້າປັບປຸງໃຫ້ຄົບຖ້ວນ ແລະ ຈັດຕັ້ງໃຫ້ສອດຄ່ອງໃນຕໍ່ໜ້າ ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້. ເຊິ່ງກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈິ່ງຈະສໍາເລັດ.

