Homeຂ່າວຕ່າງປະເທດມະຫາວິທະຍາໄລ ຕ້ອງປັບຮູບແບບການສຶກສາໃຫ້ຮັບມືກັບຍຸກຂອງ AI

ມະຫາວິທະຍາໄລ ຕ້ອງປັບຮູບແບບການສຶກສາໃຫ້ຮັບມືກັບຍຸກຂອງ AI

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 5 ກໍລະກົດ ຜ່ານມາວ່າ: ຜົນການສຶກສາຈາກມະຫາວິທະຍາໄລແມນເຊສເຕີ ປະເທດອັງກິດ ທີ່ເຜີຍແຜ່ໃນວັນທີ 3 ກໍລະກົດຜ່ານມາລະບຸວ່າ, ມະຫາວິທະຍາໄລຫຼາຍແຫ່ງຈຳເປັນຕ້ອງທົບທວນຄືນໃໝ່ ກ່ຽວກັບວິທີການສຶກສາໃຫ້ກັບນັກສາໃນໂລກທີ່ປັນຍາປະດິດ (AI) ກຳລັງປ່ຽນແປງວິທີການເຮັດວຽກຢ່າງໄວວາ. ໂດຍລະບຸວ່າ, ການເຕີບໂຕຂອງ AI ຈຳເປັນຕ້ອງມີການປ່ຽນແປງໃນການສຶກສາຊັ້ນສູງທີ່ສຸມໃສ່ການພັດທະນາທັກສະການຄິດຢ່າງມີວິຈາລະນະຍານ, ການຕັດສິນໃຈບົນພື້ນຖານດ້ານຈັນຍາບັນ ແລະ ທັກສະການສື່ສານທີ່ດີຂຶ້ນ.

ທ່ານ ເຄເລຊິ ເອຄຸມາ ຜູ້ຂຽນຫຼັກຂອງການສຶກສາຈາກສະຖາບັນການພັດທະນາໂລກຂອງມະຫາວິທະຍາໄລແມນເຊສເຕີ ກ່າວວ່າ: AI ກຳລັງປ່ຽນແປງວິທີການສ້າງຄວາມຮູ້, ວິທີການຕັດສິນໃຈ, ແລະ ວິທີການເຮັດວຽກໃນຫຼາຍສາຂາອາຊີບ. ມະຫາວິທະຍາໄລຕ່າງໆຈຳເປັນຕ້ອງພິຈາລະນາຢ່າງລະມັດລະວັງກ່ຽວກັບວິທີການກະກຽມນັກສຶກສາໃຫ້ພ້ອມສຳລັບອະນາຄົດແນວໃດ.

ການສຶກສາຊີ້ໃຫ້ເຫັນວ່າ: ໃນຂະນະທີ່ເຄື່ອງມື AI ກຳລັງປ່ຽນແປງວິທີການຮຽນຮູ້ ແລະ ການເຮັດວຽກຂອງຄົນຢ່າງໄວວາ, ຫຼາຍມະຫາວິທະຍາໄລຍັງອີງໃສ່ຮູບແບບການສອນ ແລະ ການປະເມີນຜົນທີ່ອອກແບບມາສຳລັບຍຸກກ່ອນ AI ຊຶ່ງອາດຈະສ້າງຊ່ອງວ່າງລະຫວ່າງທັກສະຂອງຜູ້ຮຽນຈົບ ແລະ ຄວາມຄາດຫວັງຂອງນາຍຈ້າງໄດ້.

ດັ່ງນັ້ນ, ມະຫາວິທະຍາໄລຄວນກ້າວໄປໄກກວ່າການລວມເອົາ AI ເຂົ້າໃນຫຼັກສູດການຮຽນການສອນ ມາສູ່ການທົບທວນເປົ້າໝາຍການສຶກສາຊັ້ນສູງເພື່ອກຽມຄວາມພ້ອມໃຫ້ນັກສຶກສາສາມາດເຮັດວຽກຮ່ວມກັບລະບົບ AI ທີ່ມີຄວາມສາມາດເພີ່ມຂຶ້ນໄດ້ຢ່າງຕໍ່ເນື່ອງ, ແທນທີ່ຈະແຂ່ງຂັນກັບ AI.

ການສຶກສາລະບຸວ່າ: ນັກຮຽນຈົບໃໝ່ຈະຕ້ອງມີທັກສະການວິເຄາະ ແລະ ການສື່ສານທີ່ເຂັ້ມແຂງກວ່າເກົ່າ, ມີຄວາມຮັບຮູ້ກ່ຽວກັບດ້ານຈັນຍາບັນ ແລະ ຄວາມສາມາດເຂົ້າໃຈສະຖານະການທີ່ສັບສົນ. ພ້ອມກັບຄວາມເຂົ້າໃຈກ່ຽວກັບວິທີການເຮັດວຽກຂອງ AI,

ທັງນີ້, ການສຶກສາຍັງໄດ້ກະຕຸ້ນໃຫ້ມີການປ່ຽນແປງທີ່ສຳຄັນໃນວິທີການປະເມີນຜົນ, ໂດຍໃຫ້ເຫດຜົນວ່າການສອບເສັງ ແລະ ການສອນແບບດັ້ງເດີມຄວນເປີດທາງໃຫ້ການປະເມີນຜົນຕົວຈິງຫຼາຍຂຶ້ນເພື່ອວັດແທກຄວາມສາມາດຂອງນັກຮຽນໃນການແກ້ໄຂບັນຫາທີ່ສັບສົນ, ໃຊ້ການຄິດຢ່າງມີວິຈາລະນະ ຍານແລະ ນຳໃຊ້ຄວາມຮູ້ໃນສະຖານະການຕົວຈິງ.

ຢ່າງໃດກໍຕາມ, ທ່ານ ອາຄຸມາກ່າວວ່າ: ສະຖາບັນການສຶກສາຄວນເບິ່ງ AI ເປັນ “ຜູ້ຊ່ວຍດ້ານການສຶກສາ” ແທນທີ່ຈະເປັນໄພຂົ່ມຂູ່ແລະ ຊຸກຍູ້ໃຫ້ນັກຮຽນພັດທະນາຄວາມຮູ້ ແລະ ທັກສະດ້ານ AI ຄຽງຄູ່ກັບຄວາມຊ່ຽວຊານສະເພາະທາງຂອງເຂົາເຈົ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments