Homeຂ່າວໜ້າໜຶ່ງທຫລ ຈະສຸມໃສ່ 5 ວຽກຈຸດສຸມ ທີ່ເປັນບຸລິມະສິດຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເພີ່ມສູງຂຶ້ນ

ທຫລ ຈະສຸມໃສ່ 5 ວຽກຈຸດສຸມ ທີ່ເປັນບຸລິມະສິດຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເພີ່ມສູງຂຶ້ນ

ທະນາຄານແຫ່ງ ສປປ ລາວ (ທຫລ) ຈະສຸມໃສ່ 5 ວຽກງານຈຸດສຸມ ທີ່ເປັນບຸລິມະສິດ ເພື່ອຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເພີ່ມສູງຂຶ້ນ ແລະ ຈະສູ້ຊົນປະຕິບັດຄາດໝາຍທີ່ສະພາແຫ່ງຊາດຮັບ ຮອງ ອັດຕາເງິນເຟີ້ສະເລ່ຍໝົດປີ 2026 ບໍ່ໃຫ້ເກີນ 7%.

ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026 ຫລາຍບັນຫາສຳຄັນ ໂດຍສະເພາະບັນຫາອັດຕາເງິນເຟີ້, ອັດຕາແລກ ປ່ຽນ, ການຄຸ້ມຄອງເງິນຕາຕ່າງປະເທດ ແລະ ການເຂົ້າເຖິງແຫລ່ງທຶນ. ຕໍ່ບັນຫາດັ່ງກ່າວ, ທະນາຄານ ແຫ່ງ ສປປ ລາວ ຈະສຸມໃສ່ 5 ວຽກງານຈຸດສຸມ ທີ່ເປັນບູລິມະສິດ ຄື: 1. ຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບ ໂດຍຈະກຳນົດຂອບອັດຕາແລກປ່ຽນໃຫ້ມີຄວາມຍືດຍຸ່ນ ພ້ອມທັງຮັກສາສ່ວນຕ່າງລະຫວ່າງອັດຕາຂອງ ທະນາຄານທຸລະກິດ (ທທກ) ແລະ ຕະຫລາດນອກລະບົບ ໃຫ້ຫຍັບໃກ້ເຂົ້າກັນ; ຄຸ້ມຄອງ ແລະ ພັດທະນາຕະຫລາດແລກປ່ຽນ ຊື້-ຂາຍ ເງິນຕາຕ່າງປະເທດ (ຕລຕ) ມູນຄ່າສູງ ເພື່ອເປັນຊ່ອງທາງແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງລູກຄ້ານິຕິບຸກຄົນລາຍໃຫຍ່ ເພື່ອຫລຸດ ຜ່ອນແຮງກົດດັນຂອງກຸ່ມລູກຄ້າດັ່ງກ່າວ; ສືບຕໍ່ເກັບຊື້ ແລະ ດັດສົມເງິນຕາຕ່າງປະເທດ ໃຫ້ການນໍາເຂົ້າສິນຄ້າບຸລິມະສິດ ໂດຍສະເພາະນໍ້າມັນເຊື້ອໄຟ ແລະ ສິນຄ້າອື່ນໆ ເມື່ອເຫັນວ່າຈໍາເປັນ; 2. ຄວບຄຸມປະລິມານເງິນລວມ M2 ໃຫ້ມີຄວາມເໝາະສົມ ໂດຍການປະຕິບັດນະໂຍບາຍເງິນຕາແບບປະສົມປະສານ, ພັດທະນາເຄື່ອງມືນະໂຍບາຍໃຫ້ຄົບຖ້ວນ, ມີວິທະຍາສາດ ແລະ ສອດຄ່ອງກັບສະພາບການ ເປັນຕົ້ນ ທົບທວນ-ປະເມີນຄືນອັດຕາດອກເບ້ຍພື້ນຖານ ແລະ ປັບປຸງກົນໄກການຮັກສາເງິນແຮຝາກບັງຄັບ ໃນແຕ່ລະໄລຍະ, ສືບຕໍ່ອອກ ແລະ ຈຳໜ່າຍ ພັນທະບັດ ທຫລ ໄລຍະສັ້ນສະກຸນເງິນກີບ ແລະ ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ການລວມສູນບັນຊີຄັງເງິນ (TSA) ຢູ່ ທຫລ; 3. ຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂັ້ມງວດ ແລະ ຫັນເຂົ້າສູ່ລະບົບທະນາຄານໃຫ້ຫລາຍຂຶ້ນ ໂດຍສະເພາະ ຄຸ້ມຄອງເງິນຕາຕ່າງປະເທດ ຈາກລາຍຮັບຈາກການສົ່ງອອກໃຫ້ບັນລຸ 75% ຂອງມູນຄ່າການສົ່ງອອກ (ບໍ່ລວມຫົວໜ່ວຍທີ່ຍົກເວັ້ນບາງມາດຕາ ຂອງກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ), ພ້ອມທັງຕິດຕາມກະແສເງິນຕາ ຈາກກຸ່ມຜູ້ລົງທຶນຕ່າງປະເທດ ໂດຍຜ່ານການເຈລະຈາຂອງຄະນະສະ ເພາະກິດ ເພື່ອໃຫ້ນັກລົງທຶນໂອນເງິນເຂົ້າມາ. ພ້ອມນີ້, ຍັງຈະສົມທົບກັບກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກ່ຽວຂ້ອງ ເພື່ອດັດສົມຫົວໜ່ວຍນໍາເຂົ້າ, ຈຳກັດໂກຕ້າການນໍາເຂົ້າ (ໂດຍແຍກເປັນ 5 ກຸ່ມສິນຄ້າບູລິມະສິດ ຄື: ນໍ້າມັນເຊື້ອໄຟ, ຄໍາ, ພາຫະນະ, ຢາປົວພະ ຍາດ, ປຸ໋ຍຝຸ່ນ ແລະ ເຄື່ອງອຸປະໂພກ-ບໍລິໂພກ), ພິຈາລະນາດັດສົມເງິນຕາຕ່າງປະເທດໃຫ້ສະເພາະຜູ້ທີ່ໄດ້ຮັບອະນຸຍາດ ແລະ ຊຸກຍູ້ໃຫ້ ທທກ ດັດສົມ ເງິນຕາຕ່າງປະເທດ, ພ້ອມທັງຊຸກຍູ້ສົ່ງເສີມການນໍາໃຊ້ເງິນກີບໂດຍປະສານສົມທົບກັບບັນດາ ກະຊວງກ່ຽວຂ້ອງ ໂດຍສະເພາະການຂາຍດິນ, ຂາຍພາຫະນະ ແລະ ອື່ນໆໃຫ້ເປັນເງິນກີບ. ນອກຈາກນັ້ນ, ກໍຈະຊຸກຍູ້ໃຫ້ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກ ຫັນມານໍາໃຊ້ສະກຸນເງິນທ້ອງຖິ່ນ (ສະກຸນເງິນກີບ-ດົງ, ກີບ-ຢວນ, ກີບ-ບາດ) ເພື່ອຊຳລະຄ່າສິນຄ້າ, ການບໍລິການ ແລະ ການລົງທຶນ ກັບປະເທດຄູ່ຄ້າ ເພື່ອຫລຸດຜ່ອນການເອື່ອຍອີງສະກຸນເງິນແຂງ (ສະກຸນເງິນໂດລາສະຫະລັດ) ຜ່ານທະນາຄານທຸລະກິດ ທີ່ໄດ້ຮັບອະນຸຍາດເປັນຜູ້ໃຫ້ບໍລິການທຸລະກຳເງິນຕາຕ່າງປະເທດຂ້າມສະກຸນ ໃຫ້ເພີ່ມຂຶ້ນ; ສືບຕໍ່ຄົ້ນຄວ້າປັບປຸງຮ່າງຍຸດທະສາດຄຸ້ມຄອງໜີ້ສິນຕ່າງປະເທດ ເພື່ອກະກຽມລາຍງານລັດຖະບານ, ພ້ອມທັງເລັ່ງປັບປຸງກົນໄກກ່ຽວກັບການກູ້ຢືມລະຫວ່າງປະເທດ ເພື່ອກຳນົດອັດຕາສ່ວນໜີ້ສິນຕໍ່ແຫລ່ງທຶນ ແລະ ເງື່ອນໄຂເຂັ້ມງວດໃນການກູ້ຢືມລະຫວ່າງ ປະເທດ ແນໃສ່ຫລຸດຜ່ອນໜີ້ສິນຈາກຕ່າງປະເທດຂອງພາກເອກະຊົນ. ນອກນີ້, ທຫລ ຈະອອກນິຕິກຳການຄຸ້ມຄອງທຸລະກິດຄໍາ ຢູ່ ສປປ ລາວ ໃຫ້ມີຄວາມຮັດກຸມຂຶ້ນຕື່ມ; 4. ຈະສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າກົນໄກການກໍານົດລາຍການ ສິນຄ້າ ເພື່ອສ້າງໂຄງສ້າງລາຄາ ແລະ ມາດຕະການໃນການຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ການດໍາລົງຊີວິດປະຈຳວັນ ໂດຍສະເພາະກຸ່ມປະເພດຕົ້ນທຶນການຜະລິດສິນຄ້າ (ແນວພັນພືດ, ຝຸ່ນວິທະຍາສາດ, ຫົວອາຫານ) ແລະ ກຸ່ມປະເພດຢາປົວພະຍາດ. ນອກນີ້, ຈະສ້າງຕະຫລາດປະມູນສິນຄ້າ ເພື່ອເພີ່ມປະສິດທິພາບໃນການຄຸ້ມຄອງລາຄາສິນ ຄ້າ; 5. ເພື່ອສືບຕໍ່ຊຸກຍູ້ການຜະລິດ ທຫລ ຈະຊຸກຍູ້ ທທກ ໃຫ້ສະໜອງສິນເຊື່ອທີ່ມີຄຸນນະພາບ, ມີລະບົບການຄຸ້ມຄອງຮັດກຸມ, ທັນສະໄໝ, ທົ່ວເຖິງ ແລະ ມີຈຸດສຸມ ຕໍ່ກັບນະໂຍບາຍສິນເຊື່ອເພື່ອກະ ຈາຍແຫລ່ງທຶນສູ່ທ້ອງຖິ່ນ, ຈະສືບຕໍ່ພິຈາລະນາແຫລ່ງທຶນ ໃຫ້ສະເພາະຫົວໜ່ວຍທີ່ຜ່ານການຄົ້ນຄວ້າ ແລະ ເຫັນດີອະນຸມັດຈາກຄະນະຮັບຜິດຊອບຂັ້ນແຂວງ, ນະຄອນຫລວງ ໃນປີ 2025 ເທົ່ານັ້ນ.

ນອກນີ້, ຍັງຈະສືບຕໍ່ປະຕິບັດນະໂຍບາຍການສະໜອງສິນເຊື່ອຜ່ານກອງທຶນຕ່າງໆ ເພື່ອສົ່ງ ເສີມຫົວໜ່ວຍທຸລະກິດ SME ເຊັ່ນ: ສະໜອງຜ່ານກອງທຶນສົ່ງເສີມ SME ແລະ ກອງທຶນການ ສົ່ງເສີມການເຂົ້າເຖິງແຫລ່ງທຶນໃນ ສປປ ລາວ (LAFF); ຄົ້ນຄວ້າກໍານົດນະໂຍບາຍສົ່ງເສີມສິນເຊື່ອສໍາລັບສິນເຊື່ອຂະແໜງກະສິກຳ, ອຸດສາຫະກຳປຸງແຕ່ງ, ສິນເຊື່ອສໍາລັບການຜະລິດສົ່ງອອກ ແລະ ທົດແທນການນໍາເຂົ້າ ດ້ວຍການໝູນໃຊ້ແຫລ່ງທຶນ ຫລື ສະພາບຄ່ອງສ່ວນເກີນ ຂອງບັນດາ ທທກ ບົນພື້ນຖານ ທຫລ ຮີບຮ້ອນຄົ້ນຄວ້ານະໂຍບາຍກະຕຸ້ນ ຄື: ຄົ້ນຄວ້າປັບປຸງລະບຽບການກ່ຽວກັບການຈັດຊັ້ນໜີ້ ແລະ ຫັກເງິນແຮສໍາລັບ ທທກ ທີ່ສະໜອງສິນເຊື່ອຂະແໜງກະສິກຳ, ອຸດສາຫະກຳປຸງແຕ່ງ ເພື່ອທົດແທນການນໍາເຂົ້າ; ຄົ້ນຄວ້າຫລັກການນໍາມູນຄ່າທີ່ບໍລິສັດຄໍ້າປະກັນສິນເຊື່ອ ໃຫ້ການຜະລິດກະສິກຳເປັນສ່ວນຫລຸດ ໃນການຫັກເງິນແຮໜີ້ເສຍໄດ້, ໝາຍຄວາມວ່າ: ສາມາດເອົາມູນຄ່າທີ່ບໍລິສັດ ຄໍ້າປະກັນສິນເຊື່ອລົບຍອດສິນເຊື່ອ ແລ້ວຈຶ່ງເອົາມາຄິດໄລ່ເງິນແຮຈັດຊັ້ນໜີ້ ແລະ ຈະສົມທົບກັບ ກະຊວງການເງິນ ຄົ້ນຄວ້ານໍາໃຊ້ຄັງແຮຂອງ ກະຊວງການເງິນ ເພື່ອດັດສົມດອກເບ້ຍສ່ວນໃດສ່ວນໜຶ່ງ ໃຫ້ຫົວໜ່ວຍທຸລະກິດ ເພື່ອຫລຸດຜ່ອນຕົ້ນທຶນການຜະລິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments