Homeຂ່າວໜ້າໜຶ່ງທ່ານປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງເອກອັກຄະລັດຖະທູດ ມາເລເຊຍ ປະຈຳລາວ

ທ່ານປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງເອກອັກຄະລັດຖະທູດ ມາເລເຊຍ ປະຈຳລາວ

ໃນຕອນບ່າຍຂອງວັນທີ 6 ກໍລະກົດ 2026 ທີ່ສູນກາງແນວລາວສ້າງຊາດ (ສນຊ) ທ່ານ ປອ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບອຳລາໜ້າທີ່ຂອງ ທ່ານ ອີດີ ອີວານ ບິນ ມາມຸດ (Edi Irwan bin Mashmud) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງມາເລເຊຍ ປະຈຳ ສປປລາວ ໃນໂອກາດທີ່ທ່ານຈະສິ້ນສຸດວາລະການດຳລົງຕຳແໜ່ງທາງການທູດ ຢູ່ ສປປລາວ.

ການພົບປະ ທ່ານເອກອັກຄະລັດຖະທູດ ມາເລເຊຍ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານ ສນຊ ກໍຄືພາກສ່ວນກ່ຽວຂ້ອງຕ່າງໆ ທີ່ໄດ້ໃຫ້ການຮ່ວມມື ອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອຕະຫຼອດໄລຍະການປະຕິບັດໜ້າທີ່ທາງການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສຳເລັດເປັນຢ່າງດີ ພ້ອມທັງສະຫຼຸບຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງ ສອງລັດຖະບານ ລາວ-ມາເລເຊຍ ໃນໄລຍະຜ່ານມາ.

ໂອກາດດຽວກັນ ທ່ານ ປອ ກິແກ້ວ ໄຂຄຳພິທູນ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວທາງການທູດ ຂອງ ທ່ານ ອີດີ ອີວານ ບິນ ມາມຸດ ທີ່ໄດ້ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມນີ້ ທ່ານປະທານ ສນຊ ຍັງໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນມາເລເຊຍ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມຂົງເຂດການສຶກສາ ການພັດທະນາຊັບພະຍາກອນມະນຸດ ແລະ ການລົງທຶນ ເຊິ່ງເປັນສ່ວນໜຶ່ງທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານ ມາເລເຊຍ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຍົກລະດັບການຮ່ວມມືໃນດ້ານຕ່າງໆ ຮ່ວມກັບ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.

ຂ່າວ,ຮູບ: ສນຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments