Homeຂ່າວກິລາແບນຊິກ ເຂ່ຍ ອາເມຣິກາ ເຈົ້າພາບຮ່ວມ ຕົກຮອບອີກທີມ

ແບນຊິກ ເຂ່ຍ ອາເມຣິກາ ເຈົ້າພາບຮ່ວມ ຕົກຮອບອີກທີມ

ການແຂ່ງຂັນເຕະບານໂລກ ຮອບ 16 ທີມສຸດທ້າຍ ໃນຕອນເຊົ້າວັນທີ 7 ກໍລະກົດ ຕາມເວລາໃນປະເທດເຮົາ, ທີ່ສະໜາມລູແມນຟິລ ສະຫະລັດອາເມຣິກາ, ເປັນການພົບກັນລະຫວ່າງ ອາເມຣິກາ ເຈົ້າພາບຮ່ວມ ພົບກັບ ແບນຊິກ.

ເລີ່ມເກມໄດ້ພຽງ 9 ນາທີ, ແບນຊິກກໍມາໄດ້ປະຕູຂຶ້ນນຳກ່ອນ 1-0 ຈາກການຍິງຂອງ ຊານ ເດີ ເກເຕລາເຣີ, ຈາກນັ້ນ ເຈົ້າຖິ່ນກໍພະຍາຍາມເປີດເກມບຸກຢ່າງໜັກ ແລະ ກໍມາໄດ້ປະຕູຕີສະເໜີ 1-1 ໃນນາທີທີ 31 ຈາການຍິງຂອງ ມາລິກ ທິວແມນ. ແນວໃດກໍຕາມ ເຈົ້າຖິ່ນດີໃຈບໍ່ພໍເທົ່າໃດ, ແບນຊິກກໍມາຍິງປະຕູຂຶ້ນນຳ ເປັນ 2-1 ໃນນາທີທີ 33 ຈາກການຍິງຂອງ ຊານ ເດີ ເກເຕລາເຣີ ຄົນເດີມ, ເຮັດໃຫ້ຈົບເຄິ່ງເວລາທຳອິດ ແບນຊິກ ຍັງນຳຢູ່ 2-1.

ເຂົ້າສູ່ເຄິ່ງເວລາທີ 2, ນາທີທີ 57 ແບນຊິກຍິງໜີຫ່າງໄປເປັນ 3-1 ຈາກການຍິງຂອງ ຮານ ຟານາເກັນ ແລະ ຊ່ວງທົດເວລາບາດເຈັບ ນາທີທີ 90+3 ໂຣເມລູ ລູກາກູ ກໍມາຍິງປະຕູປິດທ້າຍ ໃຫ້ແບນຊິກເອົາຊະນະອາເມຣິກາໄປໄດ້ 4-1 ປະຕູ, ຜ່ານເຂົ້າຮອບ 8 ທີມສຸດທ້າຍໄດ້ສຳເລັດ ໂດຍຈະໄປພົບກັບ ແອັດສະປາຍ ໃນວັນທີ 11 ກໍລະກົດນີ້. ການປະລາໄຊຕໍ່ແບນຊິກໃນເກມນີ້, ເຮັດໃຫ້ ເຈົ້າພາບຮ່ວມ 3 ປະເທດ ຕົກຮອບ 16 ທີມສຸດທ້າຍໄປທັງໝົດແລ້ວ ໄດ້ແກ່ ການາດາ, ແມັກຊິກໂກ ແລະ ສະຫະລັດອາເມຣິກາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments