Homeຂ່າວພາຍໃນມອບ-ຮັບ ແຜ່ນແພພື້ນເມືອງລາວ ແລະ ເຮືອຈຳລອງ ໃຫ້ ຟິລິບປິນ

ມອບ-ຮັບ ແຜ່ນແພພື້ນເມືອງລາວ ແລະ ເຮືອຈຳລອງ ໃຫ້ ຟິລິບປິນ

ໃນວັນທີ 6 ກໍລະກົດ 2026 ນີ້, ກົມແຜນການ ແລະ ການຮ່ວມມືສາກົນ ແລະ ສະຖາບັນວິຈິດສິນແຫ່ງຊາດລາວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບ ສະມາຄົມຫັດຖະກຳລາວ ຈັດພິທີມອບ-ຮັບ ແຜ່ນແພພື້ນເມືອງລາວ ຈຳນວນ 5 ຜືນ ແລະ ເຮືອຈຳລອງ 1 ລຳ ໃຫ້ແກ່ກະຊວງວັດທະນະທຳ ແລະ ສິລະປະ ແຫ່ງ ຟິລິບປິນ ເພື່ອນຳໄປວາງສະແດງໃນງານວາງສະແດງຫັດຖະກຳພື້ນເມືອງອາຊຽນ ທີ່ ປະເທດຟິລິບປິນ ປະຈຳປີ 2026 ຕາງໜ້າມອບໂດຍ ທ່ານ ຄຳສຸກ ແກ້ວວົງຊາຍ ຫົວໜ້າສະຖາບັນວິຈິດສິນແຫ່ງຊາດ ແລະ ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ແລະ ຮັບໂດຍ ທ່ານ ນາງ ອີລີສະເບດ ຕັນ ເຕ (ELIZABETH T. TE) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຟິລິບປິນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

ການມອບຜົນງານຫັດຖະກຳ ທັງສອງລາຍການໃນຄັ້ງນີ້ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເອກະລັກດ້ານວັດທະນະທຳ ແລະ ພູມປັນຍາຫັດຖະກຳຂອງປະຊາຊົນລາວເທົ່ານັ້ນ, ແຕ່ຍັງເປັນການສະແດງເຖິງນ້ຳໃຈໄມຕີ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ຟິລິບປິນ ພາຍໃຕ້ກອບການຮ່ວມມືອາຊຽນ ພ້ອມທັງເປັນການສະໜັບສະໜູນ ແລະ ປະກອບສ່ວນໃຫ້ແກ່ການເປັນເຈົ້າພາບ ແລະ ປະທານອາຊຽນຂອງຟິລິບປິນ ປະຈຳປີ 2026 ໃຫ້ປະສົບຜົນສຳເລັດ ພາຍໃຕ້ຫົວຂໍ້ “ການນຳທາງອະນາຄົດຂອງອາຊຽນຮ່ວມກັນ”.

ຂ່າວ-ພາບ: ກະຊວງ ວທ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments