ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ທັດສະນະສຶກສາ ແລະ ຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ ໃນວັນທີ 6 ກໍລະກົດ 2026 ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 5-14 ກໍລະກົດ 2026 ນີ້. ການທັດສະນະຄັ້ງນີ້, ນໍາພາຄະນະໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ແລະ ສະຫາຍ ເລ່ຫ້າວ ຮອງຫົວໜ້າຫ້ອງການຊາວໜຸ່ມ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ


ການມາທັດສະນະຄັ້ງນີ້, ເພື່ອສຶກສາປະຫວັດຄວາມເປັນມາ ຂອງປະທານ ໄກສອນ ພົມວິຫານ, ມູນເຊື້ອ, ນໍ້າໃຈ ແລະ ແນວຄິດການປະຕິວັດ ຂອງຜູ້ນຳທີ່ເຄົາລົບຮັກຂອງປວງຊົນລາວ, ເປັນຜູ້ລິເລີ່ມເສີມສ້າງສາຍພົວພັນລະຫວ່າງ ສອງຊາດ ລາວ-ຫວຽດນາມ ຮ່ວມກັບຜູ້ນຳການປະຕິວັດລາວທ່ານອື່ນໆ ເພື່ອນຳເອົາແນວຄິດການປະຕິວັດ, ຕໍ່ສູ້ຍາດເອົາເອກະລາດ ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາໃຫ້ປວງຊົນລາວ, ສຶກສາມູນເຊື້ອນໍ້າໃຈສາມັກຄີພິເສດ ຂອງຜູ້ນຳ ລາວ-ຫວຽດນາມ ໂດຍສະເພາະປະທານ ໄກສອນ ພົມວິຫານ ແລະ ປະທານ ໂຮ່ຈີ່ມິງ ທີ່ຍາມໃດກໍຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕະຫລອດມາ, ເພື່ອເປັນການສືບທອດມູນເຊື້ອ ແລະ ເສີມຂະຫຍາຍຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ, ສອງກອງທັບ ໃຫ້ເລິກເຊິ່ງ ໂດຍສະເພາະຊາວໜຸ່ມ ຂອງສອງກອງທັບ ຜູ້ທີ່ເປັນກໍາລັງແຮງ, ເປັນຕົວແທນ ແລະ ເປັນຜູ້ສືບທອດໜ້າທີ່, ພາລະກິດອັນມີກຽດສະຫງ່າ ທີ່ປະຊາຊົນສອງຊາດ ມອບໝາຍໃຫ້.

