Homeຂ່າວໜ້າໜຶ່ງລັດຖະບານສືບຕໍ່ແກ້ໄຂບັນຫານໍ້າມັນສົ່ງເສີມການນຳໃຊ້ລົດໄຟຟ້າບັນລຸ 30% ໃນປີ 2030

ລັດຖະບານສືບຕໍ່ແກ້ໄຂບັນຫານໍ້າມັນສົ່ງເສີມການນຳໃຊ້ລົດໄຟຟ້າບັນລຸ 30% ໃນປີ 2030

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ລາຍງານຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ວ່າ ລັດຖະບານໄດ້ດຳເນີນຫຼາຍມາດຕະການເພື່ອແກ້ໄຂບັນຫາການຂາດແຄນ ແລະ ຄວາມຜັນຜວນຂອງລາຄານໍ້າມັນເຊື້ອໄຟໂດຍໄດ້ຫຼຸດອັດຕາອາກອນຊົມໃຊ້ນໍ້າມັນ ນຳໃຊ້ກອງທຶນນໍ້າມັນ ແລະ ຈັດສັນເງິນຕາຕ່າງປະເທດເພື່ອນຳເຂົ້ານໍ້າມັນເຮັດໃຫ້ການສະໜອງນໍ້າມັນກັບຄືນສູ່ພາວະປົກກະຕິ ແລະ ລາຄາຄ່ອຍໆຫຼຸດລົງ ພ້ອມກັນນີ້ ລັດຖະບານຍັງໄດ້ຊຸກຍູ້ການນຳໃຊ້ລົດໄຟຟ້າ (EV) ແລະ ພະລັງງານທາງເລືອກພ້ອມເປີດໃຫ້ບໍລິການລົດເມ BRT ແລະ ລົດໂດຍສານໄຟຟ້າເພື່ອຫຼຸດການນຳເຂົ້ານໍ້າມັນ ແລະ ເສີມສ້າງຄວາມໝັ້ນຄົງດ້ານພະລັງງານ.

ໃນຕໍ່ໜ້າລັດຖະບານຈະສືບຕໍ່ຊອກຫາແຫຼ່ງນຳເຂົ້ານໍ້າມັນໃໝ່ ຂະຫຍາຍຄັງສຳຮອງນໍ້າມັນ ແລະ ຜັກດັນການນຳໃຊ້ລົດໄຟຟ້າໃຫ້ບັນລຸ 30% ພາຍໃນປີ 2030 ໂດຍສະເພາະການຫັນປ່ຽນລົດບໍລິຫານລັດໃຫ້ເປັນລົດໄຟຟ້າໃຫ້ໄດ້ 50%.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments