Homeຂ່າວໜ້າໜຶ່ງສສຊ ຈຳປາສັກສະເໜີຫຼາຍບັນຫາສຳຄັນຕໍ່ບົດລາຍງານຂອງລັດຖະບານ

ສສຊ ຈຳປາສັກສະເໜີຫຼາຍບັນຫາສຳຄັນຕໍ່ບົດລາຍງານຂອງລັດຖະບານ

ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດນີ້ ທ່ານ ອາລຸນໄຊ ສູນນະລາດ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງເລກທີ 15 ແຂວງຈຳປາສັກໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານໂດຍພື້ນຖານແມ່ນເຫັນດີ ແລະ ຊົມເຊີຍຜົນສຳເລັດໃນການຊີ້ນຳຂອງຄະນະລັດຖະບານເປັນຕົ້ນການສ້າງເສດຖະກິດເອກະລາດ ແລະ ເປັນເຈົ້ນຕົນເອງໂດຍາະເພາະການກໍ່ສ້າງເສັ້ນທາງຄອນກຣີດທີ່ປະຊາຊົນມີສ່ວນຮ່ວມສະແດງໃຫ້ເຫັນການລະດົມປະຊາຊົນເຂົ້າຮ່ວມການພັດທະນາ ນະໂຍບາຍຊຸກຍູ້ການຜະລິດເປັນສິນຄ້າ ແລະ ການຜະລິດທົດແທນການນຳເຂົ້າທີ່ເລີ່ມເຫັນໝາກຜົນຢ່າງຈະແຈ້ງ ສຳລັບແຂວງຈຳປາສັກປັດຈຸບັນມີການຂະຫຍາຍການຜະລິດພືດເສດຖະກິດໃໝ່ເຊັ່ນ ຖົ່ວລຽນ ສະຕໍເບີຣີ ແລະ ພືດສວນອື່ນໆ ລວມທັງການລ້ຽງສັດທີ່ສາມາດຜະລິດເພື່ອສົ່ງອອກ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ພ້ອມນີ້ການຈັດເກັບລາຍຮັບຂອງລັດຜ່ານການນຳໃຊ້ລະບົບດິຈິຕອນເຊັ່ນ ດ່ານສາກົນໜອງນົກຂຽນທີ່ລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງຫຼັງຈາກປັບປຸງລະບົບການຄຸ້ມຄອງຈາກລະດັບປະມານ 2 ຕື້ກີບເພີ່ມເປັນເກືອບ 30 ຕື້ກີບຕໍ່ກັບຜົນສຳເລັດດັ່ງກ່າວຄວນໄດ້ຮັບການຂະຫຍາຍໄປຍັງບັນດາດ່ານສາກົນອື່ນໆເພື່ອຍົກລະດັບປະສິດທິພາບການຈັດເກັບລາຍຮັບ.

ໂອກາດນີ້ຍັງໄດ້ສະເໜີໃຫ້ລັດຖະບານທົບທວນບາງນະໂຍບາຍສຳຄັນ ໂດຍສະເພາະການພັດທະນາໂຄງສ້າງພື້ນຖານດ້ານຂົນສົ່ງເຊັ່ນ ການຂະຫຍາຍລະບົບລົດໄຟໄປຍັງເຂດພາກໃຕ້ເພື່ອຮອງຮັບທ່າແຮງການຜະລິດ ແລະ ການຄ້າຂອງພາກພື້ນ ພ້ອມທັງຊ່ວຍຍົກລະດັບການເຕີບໂຕທາງເສດຖະກິດການປະຕິບັດນະໂຍບາຍຄຸ້ມຄອງການນຳເຂົ້າສິນຄ້າບາງດ້ານຍັງຂາດຄວາມເປັນເອກະພາບ ສະນັ້ນ ຄວນກຳນົດມາດຕະການໃຫ້ຊັດເຈນກວ່າເກົ່າ ກົນໄກການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນກໍຄວນໄດ້ຮັບການທົບທວນ ແລະ ປັບປຸງເພື່ອໃຫ້ການບໍລິຫານລັດມີປະສິດທິພາບສູງຂຶ້ນ ສຳລັບບັນຫາການບໍລິຫານບຸກຄະລາກອນທີ່ລັດຖະບານໄດ້ສະເໜີມີໂກຕ້າ 2.500 ຕຳແໜ່ງຄວນແບ່ງໃຫ້ທົ່ວເຖິງໂດຍໃຫ້ຄວາມສຳຄັນແກ່ບຸກຄະລາກອນຂະແໜງສາທາລະນະສຸກ ແລະ ຄູອາສາສະໝັກທີ່ໄດ້ເສຍສະຫຼະ ແລະ ປະຕິບັດໜ້າທີ່ມາເປັນເວລາຍາວນານເພື່ອເປັນຂວັນ ແລະ ກຳລັງໃຈໃນການປະຕິບັດໜ້າທີ່ຮັບໃຊ້ສັງຄົມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments