Homeຂ່າວດ່ວນອັງກິດ ເຫຼືອ 10 ຄົນ ຊະນະ ເມັກຊິໂກ ຜ່ານເຂົ້າຮອບ 8 ທີມສຸດ​ທ້າຍ

ອັງກິດ ເຫຼືອ 10 ຄົນ ຊະນະ ເມັກຊິໂກ ຜ່ານເຂົ້າຮອບ 8 ທີມສຸດ​ທ້າຍ

ທີມຊາດອັງກິດ ສວມບົດຫົວໃຈນັກສູ້ໃນສະຖານະການເຫຼືອຜູ້ຫຼິ້ນ 10 ຄົນ ແຕ່​ສາ​ມາດເອົາຊະນະເຈົ້າພາບຮ່ວມ ທີມຊາດເມັກຊິໂກ ໄປແບບສຸດມັນ 3-2 ປະ​ຕູ, ໃນການແຂ່ງຂັນເຕະບານໂລກ 2026 ຮອບ 16 ທີມສຸດທ້າຍ ເມື່ອຕອນເຊົ້າວັນທີ 6 ກໍລະກົດນີ້ ທີ່ສະໜາມເອັດຕາດິໂອ ອັດເຕກ້າ ປະເທດເມັກຊິໂກ.

ເກມເຄິ່ງທຳອິດ ອັງກິດ ເປັນ​ຝ່າຍ​ຍິງ​ປະ​ຕູ​ຂຶ້ນ​ນຳ​ກ່ອນ 2-0 ຈາກການເໝົາຄົນດຽວສອງປະຕູຂອງ ຈູດ ເບວລິງແຮມ ໃນ​ນາ​ທີ​ທີ 36 ແລະ 38, ກ່ອນທີ່ ຮູລຽນ ກິນໂຍເນດ ຈະຍິງຕີໄຂ່ແຕກໃຫ້​ເຈົ້າພາບ​ຮ່ວມ ແມັກ​ຊິກ​ໂກ ໃນ​ນາ​ທີ​ທີ 42, ຈົບ​ເຄິ່ງ​ເວ​ລາ​ທຳ​ອິດ ອັງ​ກິດນຳ​ຢູ່ 2-1.

ກັບ​ເຂົ້າສູ່ເຄິ່ງເວ​ລາ​ທີ 2, ໃນ​ນາ​ທີ​ທີ 54 ອັງ​ກິດຕ້ອງ​ເຫຼືອ​ຜູ້ຫຼິ້ນ​ພຽງ 10 ຄົນ ເມື່ອ ​ຈາກາເຣວ ຄວານຊາ ໄດ້​ຮັບ​ໃບ​ແດງ ຖືກ​ໄລ່​ອອກ​ຈາກ​ສະ​ໜາມ, ເຖິງວ່າ ອັງ​ກິດ ຈະ​ເຫຼືອ​ຜູ້ຫຼິ້ນ​ພຽງ 10 ຄົນ ແຕ່ກໍ​ມາໄດ້​ຈຸດ​ໂທດ ໃນ​ນາ​ທີ​ທີ 58, ​ແຮຣີ ເຄນ ຮັບ​ໜ້າ​ທີ່ ຍິງ​ເຂົ້າ​ໄປ ເຮັດ​ໃຫ້​ອັງ​ກິດ​ນຳຫ່າງ​ເປັນ 3-1.

​ເກມດຳ​ເນີນ​ມາ​ຮອດ​ນາ​ທີ​ທີ 67, ແມັກ​ຊິກ​ໂກ ກໍ​ມາ​ໄດ້​ຈຸດ​ໂທດ ແລະ ເປັນ ຣາອູນ ຮິເມເນດຮັບ​ໜ້າ​ທີ່​ຍິງ​ເຂົ້າ​ໄປ ເຮັດ​ໃຫ້​ແມັກ​ຊິກ​ໂກ​ໄລ່​ມາ​ເປັນ 2-3 ໃນໄລຍະເວລາທີ່ເຫຼືອອັງກິດ ບໍ່ມີທາງເລືອກ ຕ້ອງຖອຍລົງມາຕັ້ງເກມຮັບໃນແດນຂອງຕົນເອງ ແລະ ປ່ອຍໃຫ້ເມັກຊິໂກ ທີ່ໄດ້ປຽບຕົວຜູ້ຫຼິ້ນເດີນໜ້າພັບສະໜາມບຸກກົດດັນຢ່າງໜັກໜ່ວງ. ແຕ່ດ້ວຍເກມ​ຮັບ​ອັນ​ໜຽວ​ແໜ້ນ​ຂອງ​ອັງ​ກິດ ​ສາ​ມາດຢັນເອົາໄວ້ໄດ້ທັງໝົດ, ຈົບເກມ ອັງກິດ ເອົາຊະນະໄປແບບຫວຸດຫວິດ 3-2 ປະຕູ, ຜ່ານ​ເຂົ້າ​ສູ່​ຮອບ 8 ທີມ​ສຸດ​ທ້າຍ ໄປ​ພົບ​ກັບ ນອກ​ແວ ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments