ກອງປະຊຸມກະກຽມຄັ້ງທີ 2 ສໍາລັບກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ຮອບວຽນທີ 3 ໄດ້ຈັດຂຶ້ນວັນທີ 1 ກໍລະກົດ 2026 ທີ່ເຊີແນວ ປະເທດສະວິດເຊີແລນ, ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໂດຍມີປະເທດລັດພາຄີ, ປະເທດລົງນາມ, ປະເທດສັງເກດການ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ ເພື່ອສືບຕໍ່ກະກຽມເອກະສານຜົນຂອງກອງປະຊຸມສຳລັບກອງປະຊຸມທົບທວນ ທີ່ຈະຈັດຂຶ້ນໃນວັນທີ 14-18 ກັນຍາ 2026 ທີ່ນະຄອນຫຼວງວຽງຈັນ ສປປ ລາວ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອໃຫ້ບັນດາລັດພາຄີ ແລະ ພາກສ່ວນກ່ຽວຂ້ອງໄດ້ທົບທວນຄວາມຄືບໜ້າໃນການປະຕິບັດສົນທິສັນຍານັບແຕ່ກອງປະຊຸມທົບທວນຮອບທີ 2 ແລະ ພິຈາລະນາເອກະສານສໍາຄັນທີ່ຈະກຳນົດທິດທາງການດຳເນີນງານໃນໄລຍະ 5 ປີຕໍ່ໜ້າ. ກອງປະຊຸມໄດ້ແລກ ປ່ຽນຄໍາຄິດເຫັນກ່ຽວກັບເອກະສານສຳຄັນຂອງກອງປະຊຸມທົບທວນ ຊຶ່ງປະກອບດ້ວຍ ເອກະສານທົບທວນການດຳເນີນງານຂອງສົນທິສັນຍາ (2021-2026), ແຜນປະຕິບັດການນະຄອນຫຼວງວຽງຈັນ 2027-2031 ແລະ ຖະແຫຼງການທາງການເມືອງ ແລະ ກົນໄກການສະໜັບສະໜູນການຈັດຕັ້ງປະຕິບັດ ໂດຍສະເພາະແມ່ນໂຄງການທຶນສະໜັບສະໜູນເຂົ້າຮ່ວມກອງປະຊຸມ. ສປປ ລາວ ໃນນາມປະທານກອງປະຊຸມ ຈະໄດ້ນຳເອົາເອກະສານທັງໝົດນີ້ ເພື່ອໄປພິຈາລະນາຮັບຮອງໃນກອງປະຊຸມທົບທວນ ທີ່ ນະຄອນຫຼວງວຽງຈັນ ໃນເດືອນກັນຍາ 2026.

ແຜນປະຕິບັດງານນະຄອນຫຼວງວຽງຈັນ 2027-2031 ແມ່ນແຜນການຈັດຕັ້ງປະຕິບັດສົນທິສັນຍາໃນໄລຍະ 5 ປີຂ້າງໜ້າ ເພື່ອຊີ້ນໍາການປະຕິບັດພັນທະໃນໄລຍະທົບທວນຄັ້ງຕໍ່ໄປ ໂດຍເລັ່ງໃສ່ຄວາມສໍາຄັນຂອງການເສີມສ້າງການຮ່ວມມືສາກົນ, ຄວາມສາມັກຄີ ແລະ ການສະໜັບສະໜູນຢ່າງຍືນຍົງສຳລັບປະເທດທີ່ໄດ້ຮັບຜົນກະທົບ. ກອງປະຊຸມຍັງໄດ້ຮັບຟັງລາຍງານກ່ຽວກັບການສະໜັບສະໜູນການປະຕິບັດ, ລວມທັງໂຄງການທຶນສະໜັບສະໜູນເຂົ້າຮ່ວມກອງປະຊຸມ, ການລະດົມທຶນ, ການປະກອບສ່ວນຕາມມາດຕາ 14 ຂອງສົນທິສັນຍາ, ພ້ອມທັງການກະກຽມດ້ານພະລາທິການສຳລັບກອງປະຊຸມທົບທວນຮອບທີ 3 ທີ່ ນະຄອນຫຼວງວຽງຈັນ ແລະ ການຢ້ຽມຢາມພາກສະໜາມ ທີ່ແຂວງຫຼວງພະບາງ.
ກອງປະຊຸມກະກຽມຄວາມພ້ອມຄັ້ງທີ 2 ໄດ້ສິ້ນສຸດລົງດ້ວຍການຮັບຮອງບົດລາຍງານຜົນການປະຊຸມ, ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນຂອງລັດພາຄີ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຮ່ວມກັນຈັດກຽມກອງປະຊຸມທົບທວນສົນທິສັນຍາ CCM ຮອບທີ 3 ທີ່ຈະຈັດຂຶ້ນຢູ່ນະຄອນ ຫຼວງວຽງຈັນ ລະຫວ່າງ ວັນທີ 14 – 18 ກັນຍາ 2026 ໃຫ້ປະສົບຜົນສຳເລັດ.
(ຂ່າວ: ກຕທ)

