Homeຂ່າວພາຍໃນພິທີມອບໃບຍ້ອງຍໍຈາກເອກອັກຄະຣາຊະທູດຍີ່ປຸ່ນ ໃຫ້ແກ່ທ່ານ ນາງ ສີສົມບູນ ອຸນາວົງ

ພິທີມອບໃບຍ້ອງຍໍຈາກເອກອັກຄະຣາຊະທູດຍີ່ປຸ່ນ ໃຫ້ແກ່ທ່ານ ນາງ ສີສົມບູນ ອຸນາວົງ

ເມື່ອບໍ່ດົນມານີ້, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ໄດ້ມອບ “ໃບຍ້ອງຍໍຈາກເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ” ໃຫ້ແກ່ ທ່ານນາງ ສີສົມບູນ ອຸນາວົງ ອະດີດຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ (ປັດຈຸບັນແມ່ນກະຊວງການເງິນ) ທີ່ເຮືອນພັກຊົ່ວຄາວຂອງເອກອັກຄະຣາຊະທູດຍີ່ປຸ່ນ.

ພາຍຫຼັງສໍາເລັດການສຶກສາຈາກມະຫາວິທະຍາໄລແຫ່ງຊາດ, ທ່ານນາງ ສີສົມບູນ ອຸນາວົງ ກໍໄດ້ເລີ່ມເຮັດວຽກທີ່ຄະນະກໍາມະການແຜນການແຫ່ງຊາດລາວ. ໃນປີ 2012, ເພິ່ນ ໄດ້ດໍາລົງຕໍາແໜ່ງເປັນ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ, ຕັ້ງແຕ່ນັ້ນເປັນຕົ້ນມາ ເພິ່ນກໍໄດ້ພົວພັນເຮັດວຽກກ່ຽວກັບວຽກງານການຮ່ວມມືຂອງລັດຖະບານຍີ່ປຸ່ນຕະຫຼອດມາ. ຫຼັງຈາກນັ້ນບໍ່ດົນ, ເພິ່ນກໍໄດ້ດໍາລົງຕໍາແໜ່ງເປັນຫົວໜ້າກົມ ແລະ ມີບົດບາດສໍາຄັນໃນການປະສານງານ ແລະ ອໍານວຍຄວາມສະດວກດ້ານການຮ່ວມມືທາງເສດຖະກິດ ແລະ ການຊ່ວຍເຫຼືອເພື່ອການພັດທະນາຈາກປະເທດຍີ່ປຸ່ນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ.

ເຖິງແມ່ນວ່າ, ທ່ານນາງ ສີສົມບູນ ອຸນາວົງ ຈະມີໜ້າທີ່ຮັບຜິດຊອບຢ່າງຫຼວງຫຼາຍໃນວຽກງານການຊ່ວຍເຫຼືອຈາກບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການສາກົນຕ່າງໆ, ເພິ່ນກໍໄດ້ພະຍາຍາມຢ່າງສຸດຄວາມສາມາດ ແລະ ອໍານວຍຄວາມສະດວກໃນການຮັບເອົາການສະໜັບສະໜູນຈາກລັດຖະບານຍີ່ປຸ່ນໃຫ້ເປັນໄປຢ່າງລາບລື່ນ ແລະ ມີປະສິດທິພາບສູງສຸດ. ຕະຫຼອດການດໍາລົງຕໍາແໜ່ງ, ເພິ່ນໄດ້ປະກອບສ່ວນຢ່າງພົ້ນເດັ່ນໃນການເສີມສ້າງສາຍພົວພັນມິດຕະພາບ ລາວ-ຍີ່ປຸ່ນ.

ໃນຖານະການເປັນປະທານຮ່ວມຂອງກອງປະຊຸມປຶກສາຫາລືດ້ານນະໂຍບາຍ ລະຫວ່າງ ກະຊວງການຕ່າງປະເທດຍີ່ປຸ່ນ ກັບ ລັດຖະບານລາວ, ເພິ່ນໄດ້ປະສານງານ ແລະ ຮວບຮວມຂໍ້ມູນຈາກກະຊວງ ແລະ ກົມກອງທີ່ກ່ຽວຂ້ອງເພື່ອຮັບປະກັນວ່າຍຸດທະສາດການພັດທະນາຂອງປະເທດລາວໄດ້ສອດຄ່ອງກັບລໍາດັບຄວາມສໍາຄັນດ້ານການຮ່ວມມືທາງເສດຖະກິດຂອງປະເທດຍີ່ປຸ່ນ. ເພິ່ນຍັງໄດ້ປະສານງານຮ່ວມມືໃນໂຄງການຮ່ວມມືເພື່ອການພັດທະນາຂອງປະເທດຍີ່ປຸ່ນ ເປັນຕົ້ນກໍແມ່ນໂຄງການຊ່ວຍເຫຼືອ, ໂຄງການກູ້ຢືມເງິນເຢນດອກເບ້ຍຕໍ່າ ແລະ ໂຄງການຮ່ວມມືດ້ານເຕັກນິກ. ນອກຈາກນັ້ນ, ຍັງຊຸກຍູ້ບັນດາວຽກງານຂອງອົງການໄຈກາຢ່າງຫ້າວເຫັນເຊັ່ນ: ໂຄງການສໍາຫຼວດວຽກງານປະຈໍາປີ, ໂຄງການຮ່ວມມືດ້ານເຕັກນິກ ແລະ ໂຄງການສົ່ງອາສາສະໝັກຍີ່ປຸ່ນມາປະຈໍາ ສປປ ລາວ ເປັນຕົ້ນ.

ຄວາມທຸ່ມເທ, ນໍາພາ ແລະ ມຸ່ງໝັ້ນຂອງເພິ່ນ ທີ່ມີຕໍ່ສາຍພົວພັນຂອງສອງປະເທດ ແມ່ນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ຄວາມສໍາເລັດຂອງການຮ່ວມມືດ້ານການພັດທະນາ ແລະ ເສີມສ້າງມິດຕະພາບອັນຍາວນານຂອງສອງປະເທດໃຫ້ແໜ້ນແກ່ນຍິ່ງໆຂຶ້ນ.

ດັ່ງນັ້ນ, ໃນໂອກາດນີ້ ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ຈຶ່ງໄດ້ມອບໃບຍ້ອງຍໍ ເພື່ອແທນຄຳຂອບໃຈຕໍ່ກັບ ທ່ານນາງ ສີສົມບູນ ອຸນາວົງ ບຸກຄະລາກອນຜູ້ທີ່ໄດ້ອຸທິດຕົນເປັນເວລາຍາວນານຫຼາຍປີເພື່ອສົ່ງເສີມມິດຕະພາບ ແລະ ການຮ່ວມມືຂອງສອງປະເທດໂດຍຜ່ານການຊຸກຍູ້ວຽກງານດ້ານເສດຖະກິດ ແລະ ການຊ່ວຍເຫຼືອເພື່ອການພັດທະນາ.

(ແຫຼ່ງຂ່າວ: ສະຖານທູດຍີ່ປຸນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments