Homeຂ່າວຕ່າງປະເທດການລາດຕະເວນຮ່ວມຕາມລຳແມ່ນ້ຳຂອງ ສປ ຈີນ-ສປປ ລາວ-ມຽນມາ-ໄທ ຄັ້ງທີ 166 ສຳເລັດ

ການລາດຕະເວນຮ່ວມຕາມລຳແມ່ນ້ຳຂອງ ສປ ຈີນ-ສປປ ລາວ-ມຽນມາ-ໄທ ຄັ້ງທີ 166 ສຳເລັດ

ວິທະຍຸ ໂທລະພາບສູນກາງຈີນ, ເມື່ອບໍ່ດົນມານີ້ ເຮືອ​ລາດ​ຕະ​ເວນ​ຈີນ 53108 ທີ່​ໄດ້ເຂົ້າຮ່ວມ​ຝຶກ​ອົບ​ຮົມ​ກັບ ສປປລາວ ແລະ ມຽນ​ມາ ໄດ້​ກັບ​ຄືນ​ສູ່​ທ່າ​ເຮືອຕຳຫລວດ​ຈິງ​ຮ່າ​ ຂອງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ ​ແຂວງ​ຢູນ​ນານ​ ຂອງ ສປຈີນ​ ຢ່າງ​ສະ​ດວກ​ປອດ​ໄພ​ ເຊິ່ງ​​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ການລາດຕະເວນຮ່ວມເພື່ອບັງຄັບໃຊ້ກົດໝາຍຕາມລຳແມ່ນ້ຳຂອງ ສປຈີນ-ສປປລາວ-ມຽນມາ-ໄທ ຄັ້ງທີ 166 ໄດ້ສິ້ນ​ສຸດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ ການ​ເຄື່ອນ​ໄຫວ​ຄັ້ງ​ນີ້​ດໍາເນີນ​ພາຍ​ໃຕ້​ຫົວ​ຂໍ້ “​ການຕ້ານ​ຢາ​ເສບ​ຕິ​ດແບບບໍ່​ມີ​ຊາຍ​ແດນ, ຮ່ວມ​ມື​ກັນ​​ກຳ​ຈັດ​ອັນ​ຕະ​ລາຍ​ຈາກ​ຢາ​ເສບ​ຕິດ” ພາກ​ສ່ວນບັງຄັບໃຊ້​ກົດ​ໝາຍ​ຂອງ​ ສປຈີນ, ສປປລາວ, ມຽນ​ມາ ແລະ ໄທ ​ໄດ້​ປະ​ສານ​ງານກັນ​ຢ່າງ​ໃກ້​ຊິດ ແລະ ຮ່ວມ​ກັນ​ພະ​ຍາ​ຍາມ​ສຳ​ເລັດການ​ເຄື່ອນ​ໄຫວບັງຄັບໃຊ້ກົດ​ໝາຍ​ຕ່າງໆ ​ຢ່າງ​ມີ​ປະ​ສິດ​ທິ​​ພາບສູງ ເປັນ​ຕົ້ນ: ການ​ລາດ​ຕະ​ເວນ​ຮ່ວມເພື່ອບັງຄັບໃຊ້​ກົດ​ໝາຍຕາມ​ລຳ​ແມ່​ນ້ຳ​ຂອງ, ການ​​ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນຫລາຍ​ຝ່າຍ, ຮ່ວມ​ກັນ​ໂຄ​ສະ​ນາ ກ່ຽວກັບການ​ຕ້ານ​ຢາ​ເສບ​ຕິດ ແລະ ການ​ຝຶກ​ຊ້ອມ​ ກ່ຽວກັບການປາບປາມຮ່ວມ​ກັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments