Homeຂ່າວຕ່າງປະເທດສ.ອາເມລິກາ ເລັ່ງຫລຸດການໃຊ້ໄຟຟ້າສຸກເສີນ ຫລັງຄວາມຕ້ອງການເພີ່ມສູງຂຶ້ນຈາກຄື້ນຄວາມຮ້ອນ

ສ.ອາເມລິກາ ເລັ່ງຫລຸດການໃຊ້ໄຟຟ້າສຸກເສີນ ຫລັງຄວາມຕ້ອງການເພີ່ມສູງຂຶ້ນຈາກຄື້ນຄວາມຮ້ອນ

ອີງຕາມສຳນັກຂ່າວ ອິນໂຟເຄວສ, ຜູ້ດຳເນີນການ ເຄືອຂ່າຍໄຟຟ້າ PJM ຂອງສ.ອາເມລິກາ ເຊິ່ງເປັນຜູ້ບໍລິຫານລະບົບ ເຄືອຂ່າຍໄຟຟ້າລາຍໃຫຍ່ທີ່ສຸດຂອງປະເທດ ແລະ ຄອບຄຸມພື້ນທີ່ສ່ວນໃຫຍ່ຂອງແຄມຝັ່ງຕາເວັນອອກ ແລະ ພູມິພາກມິດເວສ໌ (Midwest), ໄດ້ສັ່ງໃຫ້ລູກຄ້າທີ່ເຂົ້າຮ່ວມໂຄງການຫລຸດການໃຊ້ໄຟຟ້າໃນກໍລະນີສຸກເສີນ ຫລຸດຜ່ອນການໃຊ້ໄຟຟ້າລົງ. ຫລັງຈາກລະບົບໄຟຟ້າ ຜະເຊີນກັບແຮງກົດດັນ ຈາກບັນຫາເຄື່ອງກຳເນີດໄຟຟ້າຂັດຂ້ອງ, ສາຍສົ່ງໄຟຟ້າທີ່ມີພາລະແບກຫາບເກີນກຳລັງ ແລະ ຄວາມຕ້ອງການໃຊ້ເຄື່ອງປັບອາກາດທີ່ເພີ່ມສູງຂຶ້ນ ຈາກສະພາບຄື້ນຄວາມຮ້ອນ ທີ່ແກ່ຍາວ.

ຜູ້ດຳເນີນການ ເຄືອຂ່າຍໄຟຟ້າ ລະບຸວ່າ: ຄຳສັ່ງດັ່ງກ່າວເປັນສ່ວນໜຶ່ງຂອງການອອກປະກາດແຈ້ງເຕືອນພາວະສຸກເສີນ ຕາມໂຄງການປຸກລະດົມການປະຢັດພະລັງງານຂອງຜູ້ໃຫ້ບໍລິການສາທາລະນູປະໂພກ, ໂດຍມີຜົນບັງຄັບໃຊ້ກັບຜູ້ໃຊ້ໄຟຟ້າທັງພາກອຸດສາຫະກຳ ແລະ ພາກຄົວເຮືອນທີ່ໄດ້ເຮັດສັນຍາເຂົ້າຮ່ວມໂຄງການ ເຊິ່ງພວກເຂົາຈະໄດ້ຮັບຄ່າຕອບແທນແລກປ່ຽນກັບການຕ້ອງຫລຸດການໃຊ້ໄຟຟ້າຕາມຂໍ້ກຳນົດເມື່ອເກີດພາວະສຸກເສີນ.

ການອອກປະກາດໃນຄັ້ງນີ້ ມີເປົ້າໝາຍ ເພື່ອເພີ່ມກຳລັງໄຟຟ້າສຳຮອງຂອງລະບົບ ແລະ ປ້ອງກັນບໍ່ໃຫ້ເກີດໄຟຟ້າດັບ ໃນໄລຍະທີ່ມີການໃຊ້ໄຟຟ້າສູງສຸດ. ພ້ອມກັນນີ້,ຜູ້ດໍາເນີນການເຄືອຂ່າຍໄຟຟ້າຍັງໄດ້ແຈ້ງໃຫ້ຜູ້ບໍລິຫານເຄືອຂ່າຍໄຟຟ້າໃນພື້ນທີ່ໃກ້ຄຽງ ລວມທັງລັດນິວຢອກ ແລະ ພູມິພາກມິດເວສ໌ວ່າອາດຈະມີການຈຳກັດການສົ່ງອອກໄຟຟ້າຈາກລະບົບຂອງ PJM ເພື່ອໃຫ້ພື້ນທີ່ອ້ອມຂ້າງສາມາດວາງແຜນຮັບມືໄດ້ທັນເວລາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments