Homeຂ່າວຕ່າງປະເທດອາກຊັງຕິນເປັນປະເທດທຳອິດໃນໂລກຈັດຕັ້ງບໍລິສັດດຳເນີນງານດ້ວຍເອໄອຢ່າງເຕັມຮູບແບບ

ອາກຊັງຕິນເປັນປະເທດທຳອິດໃນໂລກຈັດຕັ້ງບໍລິສັດດຳເນີນງານດ້ວຍເອໄອຢ່າງເຕັມຮູບແບບ

ອີງຕາມສຳນັກຂ່າວຕ່າງປະເທດ, ລັດຖະບານ ອາດຊັງຕິນ ພວມວາງແຜນເປີດທາງໃຫ້ມີການຈັດຕັ້ງບໍລິສັດ ທີ່ດຳເນີນງານດ້ວຍປັນຍາປະດິດ (AI) ຢ່າງເຕັມຮູບແບບ ໂດຍຈະເປັນປະເທດທຳອິດຂອງໂລກທີ່ລິເລີ່ມແນວຄິດດັ່ງກ່າວ.

ເມື່ອເດືອນຜ່ານມາ, ປະທານາທິບໍດີ ຮາເວຍ ມິເລ (Javier Milei) ຜູ້ນຳ ອາກຊັງຕິນ ໄດ້ປະກາດສະເໜີຮ່າງກົດໝາຍຕໍ່ລັດຖະສະພາ ເພື່ອຈັດຕັ້ງ ນິຕິບຸກຄົນທີ່ບໍ່ແມ່ນມະນຸດ (Non-Human Corporations) ເຊິ່ງຈະບໍລິຫານຈັດການໂດຍລະບົບ AI ທັງໝົດ.

ທ່ານ ຮາເວຍ ມິເລ ໄດ້ຂຽນບົດຄວາມສະແດງຄວາມຄິດເຫັນໃນໜັງສືພິມ ໄຟແນນໂຊ ໄທມສ໌ (Financial Times) ໂດຍອະທິບາຍເຖິງບໍລິສັດຮູບແບບໃໝ່ ທີ່ສາມາດດຳເນີນງານໄດ້ໂດຍບໍ່ມີພະນັກງານທີ່ເປັນມະນຸດ ເຊິ່ງຈະໃຫ້ຕົວແທນ AI ຫລື ຫຸ່ນຍົນ ໃຊ້ດຸນພິນິດຢ່າງເປັນເອກະລາດໃນສະພາບແວດລ້ອມທີ່ບໍ່ສາມາດຄາດເດົາໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments