Homeແຈ້ງການສໍາຄັນເຂື່ອນໄຟຟ້ານໍ້າເທີນ 1 ເລັ່ງລະບາຍນໍ້າອອກ ໃນໄລຍະພະຍຸໄມສັກ-ບາວີ ພັດຜ່ານ

ເຂື່ອນໄຟຟ້ານໍ້າເທີນ 1 ເລັ່ງລະບາຍນໍ້າອອກ ໃນໄລຍະພະຍຸໄມສັກ-ບາວີ ພັດຜ່ານ

ແຫລ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ຫ້ອງວ່າການເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ອອກແຈ້ງການ ໃນວັນທີ 6 ກໍລະກົດ 2026 ກ່ຽວກັບການແຈ້ງເຕືອນ ແຜນການປ່ອຍນໍ້າຜ່ານປະຕູລະບາຍນໍ້າລົ້ນ ເພື່ອຈັດການນໍ້ານອງ ໃນໄລຍະພະຍຸໄມສັກ-ບາວີ ພັດຜ່ານ ຈົນກວ່າສະພາບນໍ້າຈະກັບມາປົກກະຕິ.

ຫ້ອງວ່າການເມືອງປາກກະດິງ ແຂວງບໍລິຄຳໄຊ ຂໍຖືເປັນກຽດແຈ້ງມາຍັງນາຍບ້ານ ທີ່ຢູ່ລຸ່ມເຂື່ອນໄຟຟ້ານໍ້າເທີນ 1 ຊາບວ່າ: ເນື່ອງຈາກເຂື່ອນໄຟຟ້ານໍ້າເທີນ 1 ມີແຜນການປ່ອຍນ້ໍາຜ່ານປະຕູລະບາຍນ້ຳລົ້ນຂອງເຂື່ອນ ເພື່ອບໍລິຫານຈັດການນໍານອງ ຊຶ່ງຄາດວ່າຈະເລີ່ມເປີດຕັ້ງແຕ່ເວລາ 08:00 ໂມງຂອງວັນທີ 07 ກໍລະກົດ 2026 ເປັນຕົ້ນໄປ ໂດຍຈະເລີ່ມຕົ້ນປ່ອຍຈາກ 200 ແມັດກ້ອນຕໍ່ວິນາທີ ແລ້ວເພີ່ມຂຶ້ນຊົ່ວໂມງລະ 200 ແມັດກ້ອນຕໍ່ວິນາທີ ພາຍໃນ 8 ຊົ່ວໂມງທໍາອິດ. ຄາດວ່າຈະມີການປ່ອຍນໍ້າໃນປະລິມານ 2.000 ຫາ 3.000 ແມັດກ້ອນຕໍ່ວິນາທີ ຊຶ່ງຈະເຮັດໃຫ້ລະດັບນໍ້າກະດິງ ໃນເຂດລຸ່ມເຂື່ອນເພີ່ມຂຶ້ນ ປະມານ 3 ຫາ 4 ແມັດ ທີ່ສະຖານີວັດແທກນໍ້າ ຄຸ້ມໂພນສີ ບ້ານໂພນຈະເລີນ ໂດຍການເພີ່ມຂຶ້ນຂອງລະດັບນໍ້າ ຢູ່ສາຍນໍ້າກະດິງ ແມ່ນມີປັດໄຈເອື້ອໜູນຈາກການຍູ້ກັບຂອງແມ່ນໍ້າຂອງ.

ສະນັ້ນ, ຈຶ່ງແຈ້ງໃຫ້ອໍານາດການປົກຄອງບ້ານລຸ່ມເຂື່ອນຮັບຮູ້ ແລະ ແຈ້ງຕໍ່ປະຊາຊົນພາຍໃນບ້ານຂອງຕົນ ໃຫ້ມີສະຕິ ແລະ ເຝົ້າລະວັງຕໍ່ກັບສະພາບດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ມີຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງຕົນເອງ. ຖ້າຫາກວ່າບ້ານໃດ ມີສະພາບນ້ຳຖ້ວມທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນ ມອບໃຫ້ການຈັດຕັ້ງບ້ານເກັບຂໍ້ມູນ ຜົນເສຍຫາຍ ທີ່ເກີດຂຶ້ນຈາກໄພນ້ຳຖ້ວມ ແລ້ວສົ່ງລາຍງານຕໍ່ຄະນະຄຸ້ມຄອງໄພພິບັດຂັ້ນເມືອງຮັບຊາບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments