ໃນວາລະດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດ 2026 ນີ້, ພາຍຫລັງ ທ່ານນາຍົກລັດຖະມົນຕີ ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລ້ວ, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ໄດ້ຕາງໜ້າ ໃຫ້ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ສືບຕໍ່ຊຸກຍູ້ການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ໃຫ້ມີການຂະຫຍາຍຕົວ, ມີຄຸນນະພາບ, ຮັກສາສະຖຽນລະພາບດ້ານການເງິນ-ເງິນຕາ ໃຫ້ມີຄວາມໜັກແໜ້ນ, ຕໍ່ເນື່ອງ, ຍືນຍົງ ແລະ ບັນລຸຕາມແຜນການ.
ພ້ອມນີ້ ຄະນະປະຈຳສະພາແຫ່ງຊາດ ຍັງສະເໜີໃຫ້ລັດຖະບານ ສືບຕໍ່ຊຸກຍູ້ສົ່ງເສີມການລົງ ທຶນ ພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທີ່ຕ້ອງການຢ່າງມີຈຸດສຸມ ໂດຍສະເພາະ ການຜະລິດກະສິກຳ ເພື່ອຮັບປະກັນການຄໍ້າປະກັນສະບຽງອາຫານ, ການປຸງແຕ່ງຜະລິດຕະພັນກະສິກຳ ແລະ ອຸດ ສາຫະກຳ ເພື່ອທົດແທນການນໍາເຂົ້າ ໂດຍຫັນປ່ຽນຈາກແນວຄິດແບບເປັນແຕ່ລະໂຄງການ ມາສູ່ການຄິດແບບເປັນລະບົບ ທີ່ມີການເຊື່ອມໂຍງລະຫວ່າງການຜະລິດ, ການປຸງແຕ່ງ, ການຂົນສົ່ງ, ການຕະ ຫລາດ ເຂົ້າກັນເປັນຕ່ອງໂສ້ມູນຄ່າ ທີ່ສາມາດສ້າງລາຍຮັບທີ່ຍືນຍົງໃຫ້ກັບປະຊາຊົນ ຕິດພັນກັບວາລະແຫ່ງຊາດວ່າດ້ວຍການ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍການສ້າງເສດຖະກິດຂຶ້ນມາຈາກຮາກຖານ, ສ່ວນການຂຸດຄົ້ນ ຫລື ນໍາໃຊ້ຊັບພະຍາກອນທຳມະຊາດ ອາດບໍ່ຈຳເປັນໃຫ້ການຍົກເວັ້ນ ຫລື ຜ່ອນຜັນໃດໆ, ສ້າງມູນຄ່າເພີ່ມເປັນສິນຄ້າສົ່ງອອກໃຫ້ມີຄວາມຫລາກຫລາຍ ແລະ ເພີ່ມຜົນຜະລິດທີ່ມີຄຸນນະພາບ, ຫລຸດຜ່ອນການສົ່ງອອກວັດຖຸດິບກະສິກຳ, ແຮ່ທາດ, ການຂາຍໄຟໂດຍກົງຈາກໂຄງການໄປຕ່າງປະເທດ, ມີມາດຕະການປົກປ້ອງຜູ້ຜະລິດພາຍໃນ ທີ່ເໝາະສົມ ເພື່ອໃຫ້ເວລາແກ່ເຂົາເຈົ້າພັດທະນາຕົນເອງໃຫ້ເຂັ້ມແຂງ; ສືບຕໍ່ພັດທະນາຂະແໜງການທີ່ເປັນທ່າແຮງ ເປັນຕົ້ນ ອຸດ ສາຫະກຳພະລັງງານໄຟຟ້າ ແລະ ບໍ່ແຮ່ ໃຫ້ກາຍເປັນເສົາຄໍ້າ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະ ການພັດທະນາພະລັງງານສະອາດ ເປັນມິດຕໍ່ສິ່ງແວດລ້ອມ ໃຫ້ກວມສ່ວນໃຫຍ່ ແລະ ພິຈາລະນາພະລັງງານຖ່ານຫີນຈໍານວນໜຶ່ງຢ່າງເລັ່ງດ່ວນ ຕາມຍຸດທະສາດຂອງຂະແໜງການ ເພື່ອຮັບປະກັນສະຖຽນລະພາບ ແລະ ການສະໜອງໄຟລະດູແລ້ງ ໃຫ້ພຽງພໍ ແລະ ມີແຜນໃຫ້ ກຸ້ມຕົນເອງໄດ້ພາຍໃນປີ 2030; ນໍາໃຊ້ທ່າແຮງຕ່າງໆເພື່ອໃຫ້ ສປປ ລາວ ກາຍເປັນສູນກາງການຄ້າພະລັງ ງານໃນຂົງເຂດພາກພື້ນ, ຊຸກຍູ້ກົນໄກການຄ້າລະຫວ່າງລະບົບສູ່ລະບົບ, ປັບປຸງອັດຕາພັນທະໄຟຟ້າທີ່ສົ່ງອອກຂາຍໃຫ້ຕ່າງປະເທດ ໃຫ້ມີຄວາມເໝາະສົມ, ສະໜອງພະລັງງານພາຍໃນໃຫ້ພຽງພໍ, ສ້າງລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ ໂດຍຢຸດຕິການຍົກເວັ້ນພາສີ-ອາກອນເກີນກວ່າທີ່ ກົດໝາຍວ່າດ້ວຍສົ່ງເສີມການລົງທຶນ ໄດ້ກຳນົດໄວ້; ສືບຕໍ່ຄຸ້ມຄອງ ແລະ ຕິດຕາມກວດກາຂະແໜງແຮ່ທາດໃຫ້ເຂັ້ມງວດເດັດຂາດ. ໃນນັ້ນ, ໃຫ້ມີກຳນົດເວລາ ພາຍໃນ 2-3 ປີ ໃຫ້ຢຸດຕິການສົ່ງອອກແຮ່ດິບ ເພື່ອກະຕຸ້ນໃຫ້ເກີດມີການກໍ່ສ້າງໂຮງງານຫລອມ, ປຸງແຕ່ງພາຍໃນ. ສໍາລັບບາງແຮ່ທາດເຂັ້ມຂຸ້ນ ເຊັ່ນ: ຄໍາ, ທອງ ແດງ, ເງິນ ທີ່ເຮົາມີໂຮງຫລອມແລ້ວ ຄວນຢຸດຕິເດັດຂາດສົ່ງອອກແຮ່ດິບ ຫລື ແຮ່ເຂັ້ມຂຸ້ນດັ່ງກ່າວທັນທີ, ພ້ອມທັງເປີດກວ້າງຮັບຕະຫລາດໃໝ່ ເພື່ອປ້ອງກັນການຜູກຂາດດ້ານລາຄາ ສໍາລັບບາງແຮ່ທາດ ຍຸດທະສາດ, ດັດສົມໂຄງການຂຸດຄົ້ນແຮ່ຫາຍາກ, ປະຕິບັດມາດຕະການເດັດຂາດຕໍ່ໂຄງການແຮ່ທາດ; ຮີບຮ້ອນກໍານົດ ຄືນໃໝ່ປະເພດ ແຮ່ທາດທີ່ເປັນຍຸດທະສາດ ແລະ ແຮ່ທາດທົ່ວໄປ, ກຳນົດເຂດສະ ຫງວນ, ເຂດຫວງຫ້າມ, ເຂດທີ່ອະນຸຍາດໃຫ້ຂຸດຄົ້ນ ໃຫ້ຈະແຈ້ງຊັດເຈນ. ສໍາລັບໂຄງການຢູ່ໃນໄລຍະສຶກສາກ່ອນຈະກ້າວເຂົ້າສູ່ໄລຍະຂຸດຄົ້ນໃນຕໍ່ໜ້າ ໃຫ້ຄັດເລືອກເອົາໂຄງການທີ່ເຫັນວ່າຄົບທຸກເງື່ອນໄຂ ເປັນມືອາຊີບ, ມີປະສົບການ, ທຶນຮອນ ແລະ ມີເຕັກນິກວິຊາການທີ່ສາມາດຢັ້ງຢືນໄດ້ ແລະ ມີກົນໄກໃນການຄຸ້ມຄອງການຂຸດຄົ້ນໄປຕາມການອອກແບບ ຫລື ແຜນການທີ່ວາງໄວ້ ເພື່ອຮັບປະກັນຄວາມປອດໄພ ແລະ ຜົນປະໂຫຍດຂອງປະຊາຊົນ, ລັດ ແລະ ຜູ້ລົງທຶນ ໃຫ້ເໝາະສົມ.
ສະເໜີໃຫ້ລັດຖະບານ ສຸມໃສ່ກໍ່ສ້າງ ແລະ ບູລະນະສ້ອມແປງທາງ ໃຫ້ໄດ້ມາດຕະຖານ ແລະ ສາມາດນໍາໃຊ້ໄດ້ປົກກະຕິ ໃຫ້ສົມຄູ່ກັບງົບປະມານການລົງທຶນ, ສືບຕໍ່ປະຕິບັດນະໂຍບາຍຊຸກຍູ້ສົ່ງ ເສີມການກໍ່ສ້າງ ແລະ ສ້ອມແປງທາງໄລຍະໃໝ່ໃຫ້ສໍາເລັດ ເພື່ອເຊື່ອມຕໍ່ເຂດຜະລິດ, ໂຮງງານປຸງແຕ່ງ, ການຂົນສົ່ງສິນຄ້າ, ການສັນຈອນຂອງປະຊາຊົນ ແລະ ການທ່ອງທ່ຽວ; ເອົາໃຈໃສ່ປະຕິບັດຄາດໝາຍທີ່ຍັງມີຄວາມຄືບໜ້າໜ້ອຍຂອງຂະແໜງການສຶກສາ ແລະ ສາທາລະນະສຸກ ໃຫ້ບັນລຸຕາມແຜນການ ເປັນຕົ້ນ ການແກ້ໄຂບັນຫາການຂາດແຄນຄູ ແລະ ແພດຢູ່ຊົນນະບົດ, ການປະລະການຮຽນ, ຄຸນນະ ພາບຂອງຄູ ແລະ ນັກຮຽນ, ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອເປີດສົກຮຽນໃໝ່, ການປັບປຸງລະ ບົບການສຶກສາສາຍສາມັນຈາກ 5+4+3 ເປັນ 6+3+3; ສືບຕໍ່ປະຕິບັດຄາດໝາຍພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບການກໍ່ສ້າງຮາກຖານການເມືອງ ໃຫ້ແຂງແຮງກວ່າເກົ່າ ຕາມຈຸດສຸມລັດຖະບານ ແລະ ທ້ອງຖິ່ນ, ສືບຕໍ່ສ້າງຕັ້ງຕາແສງໃຫ້ສຳເລັດ ຕາມຄາດໝາຍ 617 ຕາ ແສງ ໃນກາງປີ 2027, ພ້ອມທັງສະໜອງງົບປະມານໃຫ້ພຽງພໍໃນການຈັດຕັ້ງປະຕິບັດ ການເຄື່ອນ ໄຫວວຽກງານດັ່ງກ່າວ; ເອົາໃຈໃສ່ພັດທະນາ ແລະ ຂະຫຍາຍຜະລິດຕະພັນການທ່ອງທ່ຽວ ໃຫ້ເປັນທ່າແຮງລະດັບຊາດ, ອາຊຽນ, ພາກພື້ນ ແລະ ສາກົນ ໃນການສົ່ງເສີມ ແລະ ພັດທະນາການທ່ອງທ່ຽວແບບລະບົບນິເວດ, ຊຸມຊົນມີສ່ວນຮ່ວມ ໂດຍນໍາໃຊ້ ມໍລະດົກວັດທະນະທຳ, ບຸນປະເພນີ ຂອງຊາດ ແລະ ທ້ອງຖິ່ນ.

