Homeແຈ້ງການສໍາຄັນເຕືອນ! 4 ແຂວງລະວັງນໍ້າຖ້ວມຊຸ ແລະ ດິນເຈື່ອນ

ເຕືອນ! 4 ແຂວງລະວັງນໍ້າຖ້ວມຊຸ ແລະ ດິນເຈື່ອນ

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງເຕືອນປະຊາຊົນ 4 ແຂວງ ໃນມື້ນີ້ ໃຫ້ລະວັງລະວັງນໍ້າຖ້ວມຊຸ ແລະ ດິນເຈື່ອນ. 4 ແຂວງດັ່ງກ່າວ ຫຼື ເຂດພື້ນທີ່ສ່ຽງນໍ້າຖ້ວມຊຸ ແລະ ດິນເຈື່ອນ ມີແຂວງ ຄຳມ່ວນ ຈຸດສ່ຽງແມ່ນເຂດເມືອງ ບົວລະພາ, ຫີນບູນ, ນາກາຍ ແລະ ເມືອງ ຍົມມະລາດ; ແຂວງ ບໍລິຄຳໄຊຈຸດສ່ຽງແມ່ນເຂດ ເມືອງ ປາກກະດິງ, ຄຳເກີດ ແລະ ເມືອງ ວຽງທອງ; ແຂວງ ໄຊສົມບູນ ຈຸດສ່ຽງແມ່ນເຂດ ເມືອງ ທ່າໂທມ ແລະ ເມືອງ ລ້ອງຊານ ແລະ ແຂວງ ຊຽງຂວາງຈຸດສ່ຽງແມ່ນ ເຂດເມືອງ ຄູນ ແລະ ເມືອງ ໝອກໃໝ່.

ການແຈ້ງເຕືອນດັ່ງກ່າວຍ້ອນລົມມໍລະສຸມຕາເວັນຕົກສ່ຽງໃຕ້ໄດ້ມີກໍາລັງແຮງ ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະມີຝົນຕົກປານກາງ ຫາ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments