Homeຂ່າວກິລາຝຣັ່ງ ຊະນະ ປາຣາໄກວ 1-0 ຜ່ານເຂົ້າຮອບ 8 ທີມເຕະບານບານໂລກ 2026

ຝຣັ່ງ ຊະນະ ປາຣາໄກວ 1-0 ຜ່ານເຂົ້າຮອບ 8 ທີມເຕະບານບານໂລກ 2026

ກ່ອນການແຂ່ງຂັນຄູ່ລະຫວ່າງ ທີມຊາດປາຣາໄກວ ພົບ ທີມຊາດຝຣັ່ງ ໃນການແຂ່ງຂັນເຕະບານໂລກ 2026 ຮອບ 16 ທີມສຸດທ້າຍ ເມື່ອຕອນເຊົ້າຂອງວັນທີ 5 ກໍລະກົດ 2026 ຕາມເວລາ ໃນສປປ ລາວ ທີ່ສະໜາມ ລິນຄອນ ໄຟແນນຊຽວ ຟີວ (Lincoln Financial Field) ເມືອງຟິລາເດວເຟຍ ສະຫະລັດອາເມຣິກາ

ເກມນີ້, ຝຣັ່ງ ຕ້ອງພົບກັບວຽກໜັກຕະຫຼອດກວ່າ 1 ຊົ່ວໂມງ ເມື່ອ ປາຣາໄກວ ວາງແຜນຕັ້ງເກມຮັບໄດ້ຢ່າງໜຽວແໜ້ນ ຈົນເກືອບຫາໂອກາດເຈາະບໍ່ໄດ້ ແຕ່ເກມປ່ຽນທັນທີຫຼັງຈາກທີ່ ດີດີເຢ ເດຊອງ ສົ່ງ ເດຊີເຣ ດູເອ ລົງສະໜາມໃນນາທີ 61 ແລະ ພຽງແຕ່ຫ້ານາທີທີ່ຢູ່ໃນສະໜາມ ດາວຮຸ່ງຟອມຮ້ອນແຮງກໍຮຽກຈຸດໂທດໃຫ້ກັບທີມໄດ້ສຳເລັດ ຫຼັງຜູ້ຕັດສິນເຊັກ VAR ກ່ອນຢືນຢັນຄຳຕັດສິນ ແລະ ເປັນ ຄີລີຢັນ ເອັມບັບເປ ຮັບໜ້າທີ່ເດຕະຈຸດໂທບໍ່ພາດໃນນາທີ 70 ກາຍເປັນປະຕູ ໃຫ້ພາທີມ ຝຣັ່ງ ເອົາຊະນະ ປາຣາໄກວ 1-0 ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍ ໄປພົບກັບ ທີມຊາດມາຣົກ (ໂມຣັອກໂກ) ໃນວັນທີ 9 ກໍລະກົດນີ້. ປະຕູນີ້ເປັນລູກທີ 7 ຂອງ ເອັມບັບເປ ໃນບານໂລກ 2026 ສ້າງສະຖິຕິຍິງເທົ່າກັບ ລີໂອເນວ ເມດຊີ ແຕ່ຂຶ້ນນຳດາວຊັນໂວ (ຜູ້ຍິງປະຕູສູງສຸດ) ຂອງລາຍການ ຈາກຈຳນວນແອດຊິດທີ່ຫຼາຍກວ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments