ທີມຊາດມາຣົກ (ໂມຣັອກໂຄ) ມາໂຊຟອມຮ້ອນແຮງໃນເຄິ່ງເວລາຫຼັງໄລ່ຖະຫຼົ່ມ ເຈົ້າພາບຮ່ວມທີມຊາດການາດາ ໄປແບບຂາດຮອຍ 3-0 ຈາກການເໝົາຄົນດຽວສອງປະຕູ ຂອງອັດເຊດິນ ອູນາຮີ ກ່ອນທີ່ ໂຊຟີຢານ ຣາຮີມີ ຕົວສຳຮອງຈະຍິງປິດທ້າຍ ພານຳທີມຜ່ານເຂົ້າສູ່ຮອບກ່ອນຮອງຊະນະເລີດ ຫຼື ຮອບ 8 ທີມສຸດທ້າຍ ໃນການແຂ່ງຂັນເຕະບານໂລກໄດ້ເປັນສະໄໝທີ 2 ຕິດຕໍ່ກັນ. ທີມມາຣົກ ຈະເຂົ້າໄປຖ້າພົບກັບຜູ້ຊະນະລະຫວ່າງ ຝຣັ່ງ ຫຼື ປາຣາໄກວ ໃນວັນທີ 9 ກໍລະກົດ 2026 ເພື່ອລຸ້ນສ້າງປະຫວັດສາດໜ້າໃໝ່ອີກຄັ້ງ. ທີມການາດາ ເຖິງວ່າຕ້ອງຢຸດຕິເສັ້ນທາງເວີຄັບ 2026 ໄວ້ພຽງຮອບ 16 ທີມ ແຕ່ພວກເຂົາກໍສ້າງປະຫວັດສາດຄັ້ງສຳຄັນ ດ້ວຍການຜ່ານເຂົ້າສູ່ຮອບນັອກເອົາ ແລະ ຜ່ານເຂົ້າເຖິງຮອບ 16 ທີມສຸດທ້າຍເຕະບານໂລກໄດ້ເປັນຄັ້ງທຳອິດ ນັບເປັນຜົນງານທີ່ໜ້າພາກພູມໃຈຂອງເຈົ້າພາບຮ່ວມໃນຄັ້ງນີ້.

