ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 6 ກໍລະກົດ 2026 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງ ພັກ-ລັດ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ສະມາ ຊິກສະພາແຫ່ງຊາດ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນ ພົດ ເປີດກອງປະຊຸມວ່າ: ການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນຄັ້ງນີ້ ເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ທັງເປັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງສະພາແຫ່ງຊາດ, ຂອງລັດຖະບານ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ໂດຍສະເພາະແມ່ນມະຕິ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ໃຫ້ເປັນອັນລະອຽດ ຊຶ່ງສະແດງອອກໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X ເພື່ອສືບຕໍ່ສ້າງໃຫ້ປະເທດເຮົາມີການພັດທະນາຕາມທິດສີຂຽວ ແລະ ຍືນຍົງ ແລະ ສູ້ຊົນໃຫ້ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ມີປະສິດທິພາບ ປະສິດທິຜົນສູງຂຶ້ນເລື້ອຍໆ.

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ພິຈາລະນາ ແລະ ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ພິຈາລະນາ-ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 2 ສະບັບ ຄື: ກົດໝາຍວ່າດ້ວຍ ຄັງເງິນແຫ່ງລັດ (ສະບັບສ້າງໃໝ່) ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ). ພ້ອມນີ້, ກອງປະຊຸມ ຍັງຈະໄດ້ພິຈາລະນາ ຮັບຮອງບັນຫາທີ່ສໍາຄັນ, ຈຳເປັນ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ພ້ອມນີ້, ທ່ານ ໄຊສົມພອນ ພົມວິຫານ ຍັງຮຽກຮ້ອງໃຫ້ບັນດາສະມາຊິກສະພາແຫ່ງຊາດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ຄວາມຮູ້ ຄວາມສາມາດເຂົ້າໃນການຄົ້ນຄ້ວາ, ພິຈາລະນາ ແລະ ປະກອບຄຳເຫັນຢ່າງມີປະຊາທິປະໄຕ ແລະ ກົງໄປກົງມາ, ສ້າງສັນຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ກ້າວໄປເຖິງການຕົກລົງ ແລະ ຮັບຮອງ ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

