Homeຂ່າວໜ້າໜຶ່ງປະທານາທິບໍດີ ສສ ມຽນມາ ເຄື່ອນໄຫວຢ້ຽມຢາມແຂວງຫລວງພະບາງ

ປະທານາທິບໍດີ ສສ ມຽນມາ ເຄື່ອນໄຫວຢ້ຽມຢາມແຂວງຫລວງພະບາງ

ວັນທີ 5 ກໍລະກົດ 2026 ນີ້, ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຕິດຕາມ ໄດ້ສືບຕໍ່ເດີນທາງຢ້ຽມຢາມແຂວງຫລວງພະບາງ ເມືອງມໍລະດົກໂລກ ສປປ ລາວ ໃຫ້ກຽດຕ້ອນຮັບໂດຍມີ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງເລຂາຄະນະບໍລິຫານງານພັກແຂວງຫລວງພະບາງ, ປະທານຄະນະກໍາມະການປົກຄອງແຂວງ ຫລວງພະບາງ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 3-5 ກໍລະກົດ 2026.

ໃນໂອກາດນີ້, ທ່ານ ມິນ ອອງ ລາຍ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫລວງພະບາງ ຢູ່ຫ້ອງຮັບແຂກໂຮງແຮມສຸພັດຕາ. ໃນຂະນະດຽວກັນ, ທ່ານ ເລຂາຄະນະບໍລິຫານງານພັກແຂວງຫລວງພະບາງ ຕາງໜ້າໃຫ້ກັບການນໍາແຂວງ, ປະຊາຊົນບັນດາເຜົ່າທົ່ວແຂວງ ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມລັດຖະກິດ ຂອງ ທ່ານ ມິນ ອອງ ລາຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ຊຶ່ງເປັນນິມິດໝາຍອັນດີງາມໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ຍາວນານ ແລະ ການຮ່ວມມືອັນໃກ້ຊິດຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ລາວ-ມຽນມາ, ພິເສດ ແມ່ນມາຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ແຂວງຫລວງພະບາງ ເມືອງມໍລະດົກໂລກ. ພ້ອມທັງລາຍງານສະພາບລວມໂດຍຫຍໍ້ຕໍ່ກັບການພັດທະນາເສດຖະກິດ-ສັງຄົມແຂວງ ຕື່ມອີກ.

ໃນຂະນະດຽວກັນ, ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ບຸນເລື່ອມ ມະນີວົງ ພ້ອມຄະນະ. ໃນການພົບປະຄັ້ງນີ້, ທັງສອງຝ່າຍໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການເສີມສ້າງສາຍພົວພັນມິດຕະພາບ ແລະ ຄວາມຮ່ວມມື ລະຫວ່າງ ແຂວງ ຫລວງພະບາງ ແລະ ສາທາລະນະລັດສະຫະພາບມຽນມາ ໃຫ້ນັບມື້ນັບພັດທະນາເລິກເຊິ່ງ.

ພ້ອມນີ້, ທ່ານ ບຸນເລື່ອມ ມະນີວົງ ຍັງໄດ້ຈັດພິທີບາສີສູ່ຂວັນ ຕາມຮີດຄອງປະເພນີອັນດີງາມຂອງຊາວລາວ ເພື່ອຕ້ອນຮັບ ແລະ ອວຍພອນໃຫ້ແກ່ ທ່ານ ມິນ ອອງ ລາຍ ແລະ ຄະນະ ໃຫ້ປະສົບແຕ່ຄວາມສຸກຄວາມຈະເລີນ ແລະ ປະສົບຜົນສຳເລັດໃນພາລະກິດມາຢ້ຽມຢາມ ສປປ ລາວ.

ໃນວັນດຽວກັນ, ທ່ານ ມິນ ອອງ ລາຍ ແລະ ຄະນະ ໄດ້ເຂົ້າຢ້ຽມຊົມ ຫໍພິພິທະພັນແຫ່ງຊາດຫລວງພະບາງ ແລະ ວັດຊຽງທອງ ຊຶ່ງແມ່ນ ມໍລະດົກທາງວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວສຳຄັນຂອງນະຄອນຫລວງພະບາງ ທີ່ສະທ້ອນໃຫ້ເຫັນຄຸນຄ່າດ້ານປະຫວັດສາດ, ສິລະປະ ແລະ ວັດທະນະທຳອັນເປັນເອກະລັກຂອງລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments