Homeຂ່າວໜ້າໜຶ່ງປະທານາທິບໍດີ ສສ ມຽນມາ ຕ້ອນຮັບປະທານສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ມຽນ​ມາ

ປະທານາທິບໍດີ ສສ ມຽນມາ ຕ້ອນຮັບປະທານສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ມຽນ​ມາ

ໃນວັນທີ 4 ກໍລະກົດ 2026 ນີ້, ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈັນ​ທະ​ວົງ ແສນ​ອາ​ມາດ​ມົນ​ຕີ ປະທານສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ມຽນ​ມາ ພ້ອມດ້ວຍຄະນະ ຢູ່ນະຄອນຫລວງວຽງຈັນ. ໃນໂອກາດດັ່ງກ່າວ, ທ່ານ ຈັນ​ທະ​ວົງ ແສນ​ອາ​ມາດ​ມົນ​ຕີ ໄດ້ສະແດງຄວາມຂອບໃຈຢ່າງສູງ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ ທ່ານ ມິນ ອອງ ລາຍ ສະລະເວລາອັນມີຄ່າ ຕ້ອນຮັບຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ມຽນມາ ເຂົ້າຢ້ຽມຂໍ່ານັບ ໃນໂອກາດ​ຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ຜົນສໍາເລັດຂອງການພົບປະຢ່າງເປັນທາງການ ຂອງ ທ່ານປະທານປະເທດ ທອງລຸນ ສີສຸລິດ ແລະ ທ່ານ ມິນ ອອງ ລາຍ ຊຶ່ງເຕັມໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງສອງປະເທດ ລາວ ແລະ ມຽນມາ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ພ້ອມກັນນີ້, ທ່ານກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງປະຊາຊົນມຽນມາ ທີ່ຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກ ແລະ ລັດຖະບານມຽນມາ ຕະຫລອດໄລຍະຜ່ານມາ ຊຶ່ງໄດ້ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນມຽນມາ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ, ​ລັດ​ຖະ​ບານມຽນມາ​ ໄດ້ຮັບຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນຈາກທົ່ວປວງຊົນ, ພ້ອມທັງເຊື່ອໝັ້ນວ່າ ພາຍ​ໃຕ້​ການ​ນຳ​ພາ​ອັນປີຊາສາມາດຂອງ ​ທ່ານ ມິນ ອອງ ລາຍ, ມຽນມາ ຈະ​ສືບຕໍ່ໄດ້​ຮັບ​ຜົນ​ສຳ​ເລັດ​ອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນ​ຮັ່ງມີ ​ເຂັ້ມ​ແຂງ ແລະ ສີວິ​ໄລ​ ຍິ່ງໆຂຶ້ນ.

ໃນໂອກາດນີ້, ປະທານສະມາຄົມມິດຕະພາບ ລາວ-ມຽນມາ ໄດ້ລາຍງານສະພາບການເຄື່ອນໄຫວຂອງ ສະມາຄົມມິດຕະພາບ ລາວ-ມຽນມາ ຊຶ່ງມີກົນໄກປະສານງານ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ແລະ ປະຕິບັດ​ພາລະບົດ​ບາດເຄື່ອນໄຫວ​ວຽກ​ງານການທູດປະຊາຊົນໃນການ​ເປັນ​ຂົວຕໍ່,​ ສະໜັບສະໜູນ ແລະ ຊຸກຍູ້ໃຫ້ປະຊາຊົນສອງປະເທດມີການພົວພັນຮ່ວມມື ແລະ ໄປມາຫາສູ່ກັນນັບມື້ນັບຫລາຍຂຶ້ນ ລວມທັງມີການຈັດກິດຈະກໍາ ເນື່ອງໃນໂອກາດວັນສໍາຄັນຕ່າງໆຂອງທັງສອງປະເທດ ລາວ ແລະ ມຽນມາ. ຄຽງຄູ່ກັນນີ້, ປະທານສະມາຄົມມິດຕະພາບ ລາວ-ມຽນມາ ໄດ້ສະເໜີ ໃຫ້ລັດຖະບານມຽນມາ ຊ່ວຍສະໜັບສະໜູນ, ຊຸກຍູ້ປະຊາຊົນສອງປະເທດໃຫ້ມີການໄປມາຫາສູ່, ພົວພັນຮ່ວມມື, ສ້າງຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສະໜັບສະໜູນຊຸກຍູ້ນັກ​ທຸ​ລະ​ກິດ, ​ນັກ​ລົງ​ທຶນ ແລະ ນັກ​ທ່ອງ​ທ່ຽວ ຂອງສອງ​ປະ​ເທດ​ໃຫ້ມີການພົວ​ພັນ​ຮ່ວມ​ມື​ກັນ​ໃຫ້​ນັບ​ມື້ນັບຫລາຍ​ຂຶ້ນ ໂດຍສະເພາະແມ່ນປະຊາຊົນສອງປະເທດທີ່ອາໄສຢູ່ຕາມບໍລິເວນຊາຍແດນ ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ມຽນ​ມາ ໃຫ້ສືບຕໍ່ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້, ທ່ານ ມິນ ອອງ ລາຍ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ມຽນ​ມາ ທີ່ໄດ້ຮ່ວມມືກັນ, ຊ່ວຍເຫລືອກັນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ, ພ້ອມທັງປະຕິບັດ​ພາລະບົດ​ບາດການເຄື່ອນໄຫວ​ວຽກ​ງານການທູດປະຊາຊົນ ໃນການ​ເປັນ​ຂົວຕໍ່,​ ສະໜັບສະໜູນ ແລະ ຊຸກຍູ້ ໃຫ້ປະຊາຊົນສອງປະເທດມີການພົວພັນຮ່ວມມື ແລະ ໄປມາຫາສູ່ກັນນັບມື້ນັບຫລາຍຂຶ້ນ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງປະເທດ ລາວ-ມຽນມາ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ​ສ ມຽນ​ມາ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ກ້າວຂຶ້ນສູ່ລະດັບໃໝ່.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments