Homeຂ່າວໜ້າໜຶ່ງເປີດໂຕໂລໂກ ສະຫລອງຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ມາເລເຊຍ

ເປີດໂຕໂລໂກ ສະຫລອງຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ມາເລເຊຍ

ສປປ ລາວ ແລະ ມາເລເຊຍ ໄດ້ຈັດພິທີເປີດໂຕໂລໂກ ການສະຫລອງຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ຢ່າງເປັນທາງການ (ວັນທີ 1 ກໍລະກົດ 1966-2026) ໃນວັນທີ 3 ກໍລະກົດ 2026 ນະຄອນ ຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ແອດີ ເອຍວານ ມາຮມຸດ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງມາເລເຊຍ ປະຈຳ ສປປ ລາວ, ມີທູຕານຸທູດ ແລະ ຜູ້ແທນຈາກອົງການສາກົນ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ໄມທອງ ທຳມະວົງສາ ໄດ້ກ່າວວ່າ: ລາວ ແລະ ມາເລເຊຍ ໄດ້ສ້າງສາຍພົວພັນອັນເຂັ້ມແຂງ ຕະຫລອດ 6 ທົດສະວັດຜ່ານມາ ບົນພື້ນຖານຂອງມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ການເຄົາລົບເຊິ່ງກັນ ແລະ ການຮ່ວມມືອັນເປັນໝາກຜົນ, ນັບແຕ່ສອງປະເທດ ສ້າງຄວາມສຳພັນທາງການທູດ ໃນປີ 1966 ທັງສອງຝ່າຍ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນຂອບການຮ່ວມມືສອງຝ່າຍ, ພາກພື້ນ ແລະ ສາກົນ ເພື່ອນຳຜົນປະໂຫຍດມາສູ່ປະຊາຊົນຂອງທັງສອງປະເທດ, ພ້ອມທັງສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ. ໂລໂກ້ຄົບຮອບ 60 ປີ ເປັນສັນຍາລັກແຫ່ງມິດຕະພາບອັນຍືນຍົງລະຫວ່າງປະຊາຊົນລາວ ແລະ ມາເລເຊຍ, ທັງສະທ້ອນເຖິງຄວາມເຂັ້ມແຂງຂອງການຮ່ວມມື ແລະ ຄວາມມຸ່ງຫວັງຮ່ວມກັນສຳລັບອະນາຄົດ, ສະທ້ອນເຖິງຜົນສຳເລັດຕ່າງໆ ໃນໄລຍະ 60 ປີຜ່ານມາ ແລະ ຄວາມມຸ່ງໝັ້ນຂອງສອງປະເທດ ໃນການຍົກລະດັບການຮ່ວມມື ໃນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ການເຊື່ອມໂຍງ ແລະ ການແລກປ່ຽນລະຫວ່າງປະຊາຊົນ.

ລາວ ແລະ ມາເລເຊຍ ໄດ້ສ້າງສາຍພົວພັນອັນເຂັ້ມແຂງ ຕະຫລອດ 6 ທົດສະວັດຜ່ານມາ ບົນພື້ນຖານຂອງມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ການເຄົາລົບຊຶ່ງກັນ ແລະ ກັນ ການຮ່ວມມືອັນເປັນໝາກຜົນ, ນັບແຕ່ສອງປະເທດ ສ້າງຄວາມສຳພັນທາງການທູດ ໃນປີ 1966 ທັງສອງຝ່າຍ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນຂອບການຮ່ວມມືສອງຝ່າຍ, ພາກພື້ນ ແລະ ສາກົນ ເພື່ອນຳຜົນປະໂຫຍດມາສູ່ປະຊາຊົນຂອງທັງສອງປະເທດ ພ້ອມທັງສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ ໂລໂກຄົບຮອບດັ່ງກ່າວ ເປັນສັນຍະລັກແຫ່ງມິດຕະພາບອັນຍືນຍົງລະຫວ່າງປະຊາຊົນລາວ ແລະ ມາເລເຊຍ ພ້ອມສະທ້ອນເຖິງຄວາມເຂັ້ມແຂງຂອງການຮ່ວມມື ແລະ ຄວາມມຸ່ງຫວັງຮ່ວມກັນສຳລັບອະນາ ຄົດ, ໃນດ້ານການລົງທຶນ, ມາເລເຊຍ ຈັດຢູ່ອັນດັບ 4 ໃນບັນດານັກລົງທຶນຕ່າງປະເທດໃນ ສປປ ລາວ ໂດຍມີມູນຄ່າການລົງທຶນລວມປະມານ 946 ລ້ານໂດລາສະຫະລັດ. ຂະນະດຽວກັນ ມູນຄ່າການຄ້າສອງຝ່າຍ ກໍໄດ້ເພີ່ມຂຶ້ນໃນປີຜ່ານມາ ມາຢູ່ທີ່ຫລາຍກວ່າ 65 ລ້ານໂດລາສະຫະລັດ ຈາກປະມານ 43 ລ້ານໂດລາສະຫະລັດ ໃນປີ 2024, ການຮ່ວມມືດ້ານເສດຖະກິດລະຫວ່າງລາວ ແລະ ມາເລເຊຍ ໄດ້ສ້າງໂອກາດການຈ້າງງານໃຫ້ແກ່ປະຊາຊົນລາວ ແລະ ມີສ່ວນສຳຄັນຕໍ່ການພັດທະນາສັງຄົມ-ເສດຖະກິດຂອງ ສປປ ລາວ. ປີ 2026 ຈະເປັນໂອກາດສຳຄັນ ສຳລັບສອງປະເທດ ໃນການຈັດກິດຈະກຳສະຫລອງຄົບຮອບ 60 ປີ ຜ່ານກິດຈະກຳຕ່າງໆ ລວມທັງການແລກປ່ຽນສານອວຍພອນລະຫວ່າງຜູ້ນຳ, ການຢ້ຽມຢາມລະດັບສູງ ແລະ ການພົບປະສອງຝ່າຍ, ໃນເດືອນພຶດສະພາ ປີນີ້ ທ່ານ ສອນໄຊ ສີພັນດອນ ໄດ້ພົບປະກັບ ທ່ານ ອານວາ ອິບຣາຮິມ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ທີ່ເມືອງເຊບູ ປະເທດຟີລິບປິນ ໂດຍທັງສອງຝ່າຍ ໄດ້ຢືນຢັນຄວາມມຸ່ງໝັ້ນ ໃນການສືບຕໍ່ເສີມສ້າງການຮ່ວມມືສອງຝ່າຍ ແລະ ຮັກສາການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນກອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ລວມທັງໃນຂອບອາຊຽນ.

ທ່ານ ແອດີ ເອຍວານ ມາຮມຸດ ໄດ້ກ່າວວ່າ: ໂລໂກຄົບຮອບ 60 ປີ ທີ່ໄດ້ເປີດໂຕໃນງານເປັນສັນຍະລັກຂອງຄວາມສຳພັນອັນຍາວນານ ລະຫວ່າງສອງປະເທດ ຊຶ່ງສະທ້ອນເຖິງປະຫວັດສາດຮ່ວມກັນ, ການຮ່ວມມືໃນປັດຈຸບັນ ແລະ ຄວາມຫວັງຮ່ວມກັນສຳລັບອະນາຄົດ, ສະທ້ອນເຖິງ 60 ປີແຫ່ງມິດຕະພາບ ທີ່ສ້າງຂຶ້ນບົນພື້ນຖານຂອງການເຄົາລົບ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື ນັບແຕ່ການສ້າງສາຍພົວພັນທາງການທູດ ໃນວັນທີ 1 ກໍລະກົດ 1966. ພ້ອມນີ້, ທ່ານຍັງໄດ້ກ່າວເຖິງການແລກປ່ຽນການຢ້ຽມຢາມລະດັບສູງ ທີ່ເພີ່ມຂຶ້ນໃນຊຸມປີຜ່ານມາ ນາຍົກລັດຖະມົນຕີມາເລເຊຍ ທ່ານ ອັນວາ ອີບຣາຮິມ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນມິຖຸນາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ໄປຢ້ຽມຢາມມາເລເຊຍ ໃນເດືອນພຶດສະພາ 2025. ທັງສອງຝ່າຍ ຍັງໄດ້ມີການຢ້ຽມຢາມເຮັດວຽກຮ່ວມກັນ ໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024 ແລະ ມາເລເຊຍ ເປັນປະທານອາຊຽນ ໃນປີ 2025, ການພົວພັນຢ່າງຕໍ່ເນື່ອງນີ້ ສະທ້ອນໃຫ້ເຫັນເຖິງຄວາມໃກ້ຊິດ ລະຫວ່າງຜູ້ນຳຂອງສອງປະເທດ ແລະ ຄວາມມຸ່ງໝັ້ນຮ່ວມກັນ ໃນການເສີມສ້າງການຮ່ວມມືສອງຝ່າຍ ແລະ ຄວາມເປັນເອກະພາບໃນພາກພື້ນ. ປັດຈຸບັນມາເລເຊຍເປັນຄູ່ຄ້າອັນດັບ 4 ຂອງ ສປປ ລາວ ໃນບັນດາປະເທດສະມາຊິກອາຊຽນ ແລະ ຢູ່ອັນດັບ 13 ຂອງໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments