Homeຂ່າວຕ່າງປະເທດເອີຣົບ ມີແຜນອອກມາດຕະການຫ້າມຜູ້ທີ່ມີອາຍຸບໍ່ເຖິງກະສຽນໃຊ້ສື່ສັງຄົມອອນລາຍ

ເອີຣົບ ມີແຜນອອກມາດຕະການຫ້າມຜູ້ທີ່ມີອາຍຸບໍ່ເຖິງກະສຽນໃຊ້ສື່ສັງຄົມອອນລາຍ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 2 ກໍ​ລະ​ກົດ​ນີ້, ເວັບ​ໄຊຢູ​​ແຣກ​ຕິ​ຟ ​ລາຍ​ງານ​ໂດຍ​ອີງ​ຕາມຂໍ້ມູນຈາກເຈົ້າ​ໜ້າ​ທີ່​ສະ​ຫະ​ພາບ​ເອີ​ຣົບ ລາຍງານວ່າ: ຈະເປີດ​ເຜີຍ ​ກ່ຽວ​ກັບ​ສະ​ພາບ​​ການ​ຂອງສະ​ຫະ​ພາບ​ເອີ​ຣົບ ​ປະ​ຈຳ​ປີ ​ໃນ​ວັນ​ທີ 16 ກັນ​ຍາ​ປີ​ນີ້, ທ່ານ ນາງ ອູຊູລາ ວອນ ເດີ ເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບ ມີ​ແຜນ​ຈະ​ປະ​ກາດແຜນ​ການຫ້າມຜູ້ທີ່ມີອາຍຸບໍ່ເຖິງກະສຽນໃຊ້​ສື່​ສັງ​ຄົມ​ອອນ​ລາຍ​​ ໃນເອີ​ຣົບ. ຕາມຂ່າວ​ລາຍ​ງານ​ວ່າ: ​ຍັງ​ບໍ່​ທັນ​ຮູ້​ວ່າ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ ຈະ​ກຳ​ນົດ​​ເກນ​ອາ​ຍຸ​ຈັກ​ປີທີ່​ຫ້າມ​ບໍ່​ໃຫ້​ໃຊ້​ສື່​ສັງ​ຄົມ​ອອນ​ລາຍ ແລະ​ ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ນີ້​ ຢ່າງ​ເປັນ​ຮູບ​ປະ​ທຳ​ຄື​ແນວ​ໃດ. ປັດ​ຈຸ​ບັນ, ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ ຂອ​ງ​ສະ​ຫະ​ພາບ​ເອີ​ຣົບ ​ໄດ້​ສະ​ເໜີ​ແຜນ​ການ​​ທີ່​ແຕກ​ຕ່າງ​ກັນ ​ກ່ຽວ​ກັບ​ວິ​ທີ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​​ດັ່ງ​ກ່າວ, ລວມ​ທັງ​ຫ້າມ​ບໍ່​ໃຫ້​​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ​ບໍ່​ຮອດ​ກຳ​ນົດ​ໃຊ້​ສື່​ສັງ​ຄົມ​ອອນ​ລາຍ​ຢ່າງ​ສິ້ນ​ເຊີງ ຫລື ​ຮຽກ​ຮ້ອງ​ໃຫ້ຜູ້ທີ່ມີອາຍຸບໍ່ເຖິງກະສຽນຕ້ອງ​ໄດ້​ຮັບ​ອະ​ນຸ​ຍາ​ດ​ຈາກ​ຜູ້​ປົກ​ຄອງ​ກ່ອນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments