Homeຂ່າວຕ່າງປະເທດ3 ປະເທດໃນເອີຣົບ ມີຜູ້ເສຍຊີວິດຫລາຍກວ່າ 3.700 ຄົນ ຈາກຄື້ນຄວາມຮ້ອນ

3 ປະເທດໃນເອີຣົບ ມີຜູ້ເສຍຊີວິດຫລາຍກວ່າ 3.700 ຄົນ ຈາກຄື້ນຄວາມຮ້ອນ

ຕາມຂ່າວຈາກນະຄອນຫລວງປີຣີ ຂອງຝຣັ່ງ, ຝຣັ່ງ, ໂຮນລັງ ແລະ ແບນຊິກ ມີຜູ້ເສຍຊີວິດຫລາຍກວ່າ 3.700 ຄົນ ໃນລະຫວ່າງຄື້ນຄວາມຮ້ອນ ໃນເດືອນມິຖຸນາ ທີ່ເຮັດໃຫ້ອຸນຫະພູມສູງຂຶ້ນທົ່ວເອີຣົບ. ເຈົ້າໜ້າທີ່ກ່ຽວຂ້ອງໄດ້ເຕືອນວ່າ ຕົວເລກນີ້ເປັນພຽງແຕ່ເບື້ອງຕົ້ນ ແລະ ອາດຈະເພີ່ມຂຶ້ນ. ຜູ້ຊ່ຽວຊານກ່າວວ່າ ຄື້ນຄວາມຮ້ອນໄດ້ແກ່ຍາວຕັ້ງ ແຕ່ວັນທີ 20 ຫາ 28 ມິຖຸນາ ເປັນຄື້ນຄວາມຮ້ອນທີ່ຮຸນແຮງທີ່ສຸດ ທີ່ເຄີຍບັນທຶກໄວ້ໃນເອີຣົບ ສົ່ງຜົນໃຫ້ການຜະລິດໄຟຟ້າຢຸດຊົ່ວຄາວ, ພື້ນຖານໂຄງລ່າງໄດ້ຮັບຄວາມເສຍຫາຍ ແລະ ກີນຂີດຈຳກັດຂອງລະບົບສາທາລະນະສຸກ ຊຶ່ງລ້ວນເປັນຜົນຈາກພາວະໂລກຮ້ອນ. ທ່ານ ນາງ ສະເຕຟານີ ຣີສ,ລັດຖະມົນຕີກະຊວງສາທາລະນະສຸກຝຣັ່ງ ກ່າວກັບສະຖານີໂທລະພາບທ້ອງຖິ່ນວ່າ: ມີຜູ້ເສຍຊີວິດຫລາຍກວ່າ 2.025 ຄົນໃນ ລະຫວ່າງຄື້ນຄວາມຮ້ອນ ໃນປະເທດຝຣັ່ງ ໂດຍສະເພາະໃນບັນດາຜູ້ທີ່ມີອາຍຸຫລາຍກວ່າ 45 ປີ. ໜ່ວຍງານສາທາລະນະສຸກຂອງປະເທດ ລະບຸວ່າ: ຈຳນວນຜູ້ເສຍຊີວິດ ຢູ່ເຮືອນເພີ່ມຂຶ້ນ 91% ລະຫວ່າງ ວັນທີ 22 ແລະ 28 ມິຖຸນາ ເມື່ອທຽບກັບອາທິດກ່ອນໜ້ານີ້ ໃນຂະນະທີ່ຜູ້ເສຍຊີວິດໃນເຮືອນພັກຜູ້ສູງອາຍູ ແລະ ສະຖານທີ່ເບິ່ງແຍງສຸຂະພາບກໍ່ເພີ່ມຂຶ້ນເຊັ່ນກັນ. ໃນຂະນະທີ່ອັດຕາການເສຍຊີວິດ “ອາດຈະສູງກວ່າ” ຕົວເລກເບື້ອງຕົ້ນເຫລົ່ານີ້. ກ່ອນນ້ານີ້ ກະຊວງ ສາທາ ລະນະສຸກຂອງແບນຊິກ ກ່າວວ່າ: ໄດ້ບັນທຶກອັດຕາການເສຍຊີວິດ ທີ່ສູງ ເກີນປົກກະຕິ ປະມານ 1.200 ຄົນ, ລະຫວ່າງ ວັນທີ 18 ແລະ 29 ມິຖຸນາ, ໂດຍລະບຸວ່າ: 530 ຄົນໃນນັ້ນມີອາຍຸ 85 ປີຂຶ້ນໄປ, ສ່ວນຜູ້ທີ່ມີອາຍຸຕ່ຳກວ່າ 65 ປີ ມີຈຳນວນ 180 ຄົນ. ດ້ານທາງການໃນໂຮນລັງ ກ່າວວ່າ: ຄື້ນຄວາມຮ້ອນເຮັດໃຫ້ມີຜູ້ເສຍຊີວິດສູງຜິດປົກກະຕິປະມານ 480 ຄົນ, ສ່ວນໃຫຍ່ແມ່ນຜູ້ທີ່ມີອາຍຸ 80 ປີຂຶ້ນໄປ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments