ໃນຕອນບ່າຍຂອງວັນທີ 3 ກໍລະກົດ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະກັບ ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນໂອກາດເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 3-5 ກໍລະກົດ 2026.
ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມລັດຖະກິດ ຂອງ ພະນະທ່ານ ມິນ ອອງ ລາຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ຊຶ່ງເປັນນິມິດໝາຍອັນດີງາມໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ຍາວນານ ແລະ ການຮ່ວມມືອັນໃກ້ຊິດຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ລາວ-ມຽນມາ ຕະຫຼອດໄລຍະຫຼາຍກວ່າ 7 ທົດສະວັດ ໃຫ້ໄດ້ຮັບການຮັດແໜ້ນຍິ່ງຂຶ້ນ. ພ້ອມດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຢ່າງຈົບງາມ ຂອງການພົບປະຢ່າງເປັນທາງການ ລະຫວ່າງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ພະນະທ່ານ ມິນ ອອງ ລາຍ ລວມທັງຜົນສໍາເລັດໃນການແລກປ່ຽນເອກະສານຮ່ວມມື ຈໍານວນ 2 ສະບັບ ໃນຕອນເຊົ້າມື້ນີ້.
ຄຽງຄູ່ກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການເລືອກຕັ້ງທົ່ວໄປ ແລະ ການຈັດຕັ້ງຄະນະລັດຖະບານຊຸດໃໝ່ ຂອງ ມຽນມາ ພ້ອມທັງສະແດງຄວາມຊົມເຊີຍ ພະນະທ່ານ ມິນ ອອງ ລາຍ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນມຽນມາ ໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສສ ມຽນມາ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນປີຊາສາມາດ ຂອງ ພະນະທ່ານ, ສສ ມຽນມາ ຈະສືບຕໍ່ໄດ້ຮັບການພັດທະນາໃຫ້ຈະເລີນກ້າວໜ້າ, ປະຊາຊົນມີຄວາມຢູ່ດີກິນດີ. ການເດີນທາງມາຢ້ຽມຢາມລັດຖະກິດໃນຄັ້ງນີ້ ສະແດງໃຫ້ເຫັນເຖິງການໃຫ້ຄວາມສໍາຄັນ ແລະ ຖືເປັນບຸລິມະສິດສູງ ຂອງການນຳ ສສ ມຽນມາ ທີ່ມີຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີຮັກແພງ ແລະ ການຮ່ວມມືອັນໃກ້ຊິດຖານປະເທດບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ລາວ-ມຽນມາ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ໂດຍສະເພາະດ້ານການເມືອງ ທີ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນລະດັບສູງ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນຕະຫຼອດມາ, ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຢ່າງເປັນປົກກະຕິ ເປັນຕົ້ນແມ່ນການຢ້ຽມຢາມ ສສ ມຽນມາ ຂອງ ທ່ານຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ຫຼ້າສຸດແມ່ນການຢ້ຽມຢາມທາງການ ຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດລາວ . ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ທີ່ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດໃນຂະແໜງການຕ່າງໆ ເປັນຕົ້ນແມ່ນ ດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການຂົນສົ່ງ, ພະລັງງານ, ແຮງງານ, ການສຶກສາ, ມະນຸດສະທໍາ, ການແກ້ໄຂບັນຫາໝອກຄວັນຂ້າມຊາຍແດນ ແລະ ດ້ານອື່ນໆ ຜ່ານກົນໄກຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ມຽນມາ ແລະ ບັນດາກົນໄກອື່ນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃຫ້ເປັນຮູບປະທຳ.
ໃນຂະນະດຽວກັນ, ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍຄື ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອຊຶ່ງກັນ ແລະ ກັນຕະຫຼອດໄລຍະຜ່ານມາ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໃນຕໍ່ໜ້າ. ພ້ອມດຽວກັນນີ້, ພະນະທ່ານ ມິນ ອອງ ລາຍ ກໍໄດ້ສະແດງຄວາມຊົມເຊີຍ ພະນະທ່ານ ສອນໄຊ ສີພັນດອນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ພາຍຫຼັງສໍາເລັດການພົບປະກັບບັນດາການນໍາຂອງ ສປປ ລາວ ພະນະທ່ານ ມິນ ອອງ ລາຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະສືບຕໍ່ເດີນທາງໄປຢ້ຽມຢາມນະຄອນຫຼວງພະບາງ ເມືອງມໍລະດົກໂລກ ເພື່ອຢ້ຽມຊົມວັດວາອາຮາມປູຊະນີຍະສະຖານ ແລະ ບັນດາສະຖານທີ່ທ່ອງທ່ຽວສໍາຄັນທາງປະ ຫວັດສາດ ຂອງ ສປປ ລາວ.
(ຂ່າວ: ກຕທ)

