Homeຂ່າວການເມືອງລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການເຫັນຜົນໄວ ປີ 2026-2027 ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ

ລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການເຫັນຜົນໄວ ປີ 2026-2027 ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ

ໃນຕອນບ່າຍວັນທີ 2 ກໍລະກົດ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຈັດຕັ້ງປະຕິບັດໂຄງການເຫັນຜົນໄວ (Quick Impact Project ຫລື QIP) ປະຈໍາປີ 2026-2027 ພາຍໃຕ້ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນໍ້າຄົງຄາ (Mekong Ganga Cooperation ຫລື MGC) ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສ ອິນເດຍ ໃຫ້ກຽດເຂົ້າຮ່ວມ ແລະ ລົງນາມໃນພິທີຄັ້ງນີ້ ໂດຍມີ ທ່ານ Yogeshwar Sangwan ເອກອັກຄະລັດຖະທູດ ແຫ່ງ ສ ອິນເດຍ ປະຈໍາ ສປປ ລາວ, ຕາງໜ້າໃຫ້ແກ່ ລັດຖະບານ ອິນເດຍ ແລະ ບັນດາທ່ານຕາງໜ້າຈາກ 10 ແຂວງ ທີ່ໄດ້ຮັບອະນຸມັດໂຄງການຂອງຝ່າຍ ສປປ ລາວ ຄື: ແຂວງຈຳປາສັກ, ຫລວງນໍ້າທາ, ສາລະວັນ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ, ບໍ່ແກ້ວ, ເຊກອງ, ອຸດົມໄຊ ແລະ ແຂວງວຽງຈັນ ໂດຍມີ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຮ່ວມກັບ ຜູ້ຕາງໜ້າຈາກບັນດາກົມທີ່ກ່ຽວຂ້ອງ ຂອງ ກະຊວງການຕ່າງປະເທດ ແລະ ພະນັກງານຈາກສະຖານທູດອິນເດຍ ເຂົ້າຮ່ວມ.

ໃນສົກປີ 2026-2027 ນີ້, ສປປ ລາວ ໄດ້ຮັບການສະໜັບສະໜູນຈາກລັດຖະບານອິນເດຍ ສຳລັບໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຈຳນວນ 10 ໂຄງການ ລວມເປັນມູນຄ່າ 498.387,37 ໂດລາສະຫະລັດ ຄື: ໂຄງການກໍ່ສ້າງອາຄານໂຮງຮຽນປະຖົມ ແລະ ສິ່ງອໍານວຍຄວາມສະດວກທາງດ້ານສາທາລະນະສຸກ ບ້ານກາງໂຂງ, ແຂວງຈຳປາສັກ, ມູນຄ່າ 50.000 ໂດລາສະຫະລັດ; ໂຄງການກໍ່ສ້າງອາຄານ ສຳລັບ ພະຍາດວັນນະໂລກໂຮງໝໍວຽງຄູຄຳ, ແຂວງຫລວງນໍ້າທາ, ມູນຄ່າ 49.532 ໂດລາສະຫະລັດ; ໂຄງການກໍ່ສ້າງອາຄານປະສູດ, ສຸກສາລາບ້ານແບ່ງອຸດົມ, ແຂວງສາລາວັນ, ມູນຄ່າ 49.906 ໂດລາສະຫະລັດ; ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມສາທິດ, ແຂວງຊຽງຂວາງ, ມູນຄ່າ 49.500 ໂດລາສະຫະລັດ; ໂຄງການສົ່ງເສີມປູກຜັກອິນຊີ (ເຮືອນແກ້ວ) ເພື່ອເປັນສິນຄ້າໃນໄລຍະລະດູແລ້ງ ແລະ ລະດູຝົນ, ແຂວງຫົວພັນ, ມູນຄ່າ 49.906 ໂດລາສະຫະລັດ; ໂຄງການກໍ່ສ້າງຫ້ອງການປົກຄອງຕາແສງຖິ່ນແກ້ວ, ແຂວງວຽງຈັນ, ມູນຄ່າ 50.000 ໂດລາສະຫະລັດ; ໂຄງການກໍ່ສ້າງອາຄານໂຮງຮຽນປະຖົມສີສະຫວ່າງໃຕ້, ແຂວງສະຫວັນນະເຂດ, ມູນຄ່າ 50.000 ໂດລາສະຫະລັດ; ໂຄງການກໍ່ສ້າງຫໍວາງສະແດງຜົນງານ ແລະ ສະໜອງອຸປະກອນຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ແຂວງບໍ່ແກ້ວ, ມູນຄ່າ 49.991,37 ໂດລາສະຫະລັດ; ໂຄງການກໍ່ສ້າງອາຄານໂຮງຮຽນປະຖົມກຳກອກ, ແຂວງເຊກອງ, ມູນຄ່າ 49.683 ໂດລາສະຫະລັດ ແລະ ໂຄງການກໍ່ສ້າງອາຄານສຸກສາລາບ້ານຫ້ວຍປອດ, ແຂວງອຸດົມໄຊ, ມູນຄ່າ 49.869 ໂດລາສະຫະລັດ.

ໃນໂອກາດດັ່ງກ່າວ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໃນນາມກອງເລຂາແຫ່ງຊາດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ໄດ້ຕາງໜ້າໃຫ້ ສປປ ລາວ ກ່າວສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ສຶບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍຜ່ານຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຂອງ ສປປ ລາວ ລວມທັງ ການເພິ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ອິນເດຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ແຫ່ງ ສ ອິນເດຍ ປະຈຳ ສປປ ລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາໂຄງການເຫັນຜົນໄວເຫລົ່ານີ້ ຈະຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ບັນລຸຄາດໝາຍທີ່ວາງໄວ້ ເພື່ອຮ່ວມກັນຊຸກຍູ້ການພັດທະນາແບບຍືນຍົງໃນອະນຸພາກພື້ນແມ່ນ້ຳຂອງ.

ສ ອິນເດຍ ໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012 ໂດຍມີຈຸດປະສົງ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກລຸ່ມແມ່ນ້ຳຂອງ ແລະ ສົ່ງເສີມສາຍພົວພັນອັນດີກັບອິນເດຍ, ນັບຕັ້ງແຕ່ສ້າງຕັ້ງໂຄງການດັ່ງກ່າວ ສປປ ລາວ ໄດ້ຮັບອະນຸມັດໂຄງການ ທັງໝົດ 36 ໂຄງການ ລວມມູນຄ່າ 1.763.678 ໂດລາສະຫະລັດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments