Homeຂ່າວໜ້າໜຶ່ງຂໍ້ມູນຊີວະປະຫວັດ ທ່ານ ມິນ ອອງ ລາຍ ໂອກາດເດີນທາງຢ້ຽມຢາມລັດຖະກິດ ສປປ ລາວ

ຂໍ້ມູນຊີວະປະຫວັດ ທ່ານ ມິນ ອອງ ລາຍ ໂອກາດເດີນທາງຢ້ຽມຢາມລັດຖະກິດ ສປປ ລາວ

ຊື່: ທ່ານ ມິນ ອອງ ລາຍ (H.E. U Min Aung Hlaing)

ຕຳແໜ່ງປັດຈຸບັນ: ປະທານາທິບໍດີ

ສາສະໜາ: ພຸດ

ການສຶກສາທາງທະຫານ: ວິທະຍາຄານປ້ອງກັນຊາດກອງທັບ (Defence Services Academy) ລະດັບປະລິນຍາຕີວິທະຍາສາດການທະຫານ (B.Sc.);

ວິທະຍາໄລບັນຊາ-ເສນາທິການກອງທັບ (Command and General Staff College); ວິທະຍາໄລປ້ອງກັນຊາດ (National Defence College) ລະດັບປະລິນຍາໂທ ສາຂາການສຶກສາດ້ານການປ້ອງກັນປະເທດ (M.A. Defence Studies).

ຕຳແໜ່ງທີ່ເຄີຍດຳລົງ: ເຄີຍໄດ້ຖືກແຕ່ງຕັ້ງລົງຮັບໜ້າທີ່ຫລາຍຕຳແໜ່ງໃນກົມກອງທະຫານຮາບ; ອາຈານສອນ ຢູ່ ວິທະຍາໄລບັນຊາ-ເສນາທິການກອງທັບ; ຜູ້ບັນຊາການກອງພົນທະຫານຮາບ; ຜູ້ບັນຊາການໂຮງຮຽນນາຍຮ້ອຍກອງທັບ; ປະທານສະພາສັນຕິພາບ ແລະ ພັດທະນາລັດຣາຄິນ (2004-2005) ຄວບຄູ່ກັບຕຳ ແໜ່ງຜູ້ບັນຊາການທະຫານພາກຕາເວັນຕົກ; ປະທານສະພາສັນຕິພາບ ແລະ ພັດທະນາລັດຊານຕາເວັນອອກ (2005-2008) ຄວບຄູ່ກັບຕຳແໜ່ງຜູ້ບັນຊາການພາກສາມຫລ່ຽມຄຳ; ຜູ້ບັນຊາ ການສຳນັກງານກອງປະຕິບັດການພິເສດ; ຫົວໜ້າເສນາທິການກອງທັບ (ກອງທັບບົກ, ກອງທັບເຮືອ ແລະ ກອງທັບອາກາດ); ຜູ້ບັນຊາການທະຫານສູງສຸດກອງທັບມຽນມາ (2011-2026); ປະທານສະພາບໍລິຫານແຫ່ງລັດ (State Administration Council) (2021-2025)

ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສະຫະພາບມຽນມາ (2021-2025); ປະທານຄະນະກຳມະການຄວາມໜັ້ນຄົງ ແລະ ສັນຕິພາບແຫ່ງລັດ (ກໍລະກົດ 2025 -ມີນາ 2026); ປະທານາທິບໍດີຮັກສາການ (ສິງຫາ 2025 -ມີນາ 2026); ປະທານາທິບໍດີ (10 ເມສາ 2026-ປັດຈຸບັນ)

ຫລຽນໄຊກຽດຕິຄຸນ ພາຍໃນປະເທດ:

– ທິງກະຫະ (Thingaha) (2012).

– ທະເຣ ສີທູ (Thray Sithu) (2012).

– ມະຫາ ທະເຣ ສີທູ (Maha Thray Sithu) (2017).

– ມະໂດ ມະຫາ ທະເຣ ສີທູ (Thado Maha Thray Sithu) (2022).

– ທະໂດ ທິຣິ ທຸດດຳມະ (Thado Thiri Thudhamma) (2022).

-ອັກຄະ ມະຫາ ທິຣິ ທຸດດຳມະ (Agga Maha Thiri Thudhamma) (2026).

-ອັກຄະ ມະຫາ ທະເຣ ສີທູ (Agga Maha Thray Sithu) (2026).

ນາມມະຍົດທາງສາສະໜາ:

– ໄດ້ຮັບນາມມະຍົດ “ມະຫາ ມິງກະລາ ທຳມະ ໂຊຕິກະ ທາຊະ” ຈາກສະມາຄົມພຸດທະສາສະນິກະຊົນຊາຍໜຸ່ມ (YMBA) (2019).

– ໄດ້ຮັບນາມມະຍົດ “ທະໂດ ທິຣິ ອັກຄະ ມະຫາ ມິງກະລາ ໂຊຕິກະ” ຈາກ YMBA (2020).

– ໄດ້ຮັບສົມນາມ “ອັກຄະ ມະຫາ ມິງກະລາ ທຳມະ ໂຊຕິກະທາຊະ” ຈາກ YMBA (2020).

ຫລຽນ, ລາງວັນ, ນາມມະຍົດທີ່ໄດ້ຮັບ: ເຄື່ອງ ຣາຊະອິດຊະຣິຍາພອນ ປຣະຖະມາພອນມົງກຸດໄທ ໃນປີ 2013;

ລາງວັນກຽດຕິຄຸນຄວາມກ້າຫານ ຊັ້ນໜຶ່ງ ຂອງ ກອງທັບມາເລເຊຍ ໃນປີ 2013; ເຄື່ອງ ຣາຊະອິດຊະຣິຍາພອນ ປຣະຖະມາພອນຊ້າງເຜືອກ ໃນປີ 2018;

ປະລິນຍາດຸດສະດີກິດຕິມະສັກ (Honoris Causa) ຈາກສະຖາບັນສຶກສາຕາເວັນອອກ ສັງກັດສະຖາບັນວິທະຍາສາດຣັດເຊຍ (2020); ສາດສະດາຈານກິດຕິມະສັກ ວິທະຍາໄລການທະຫານລັດເຊຍ (2021)

ຫລຽນໄຊ Alexander Nevsky ຂອງ ສະຫະພັນລັດເຊຍ (2023); ປະລິນຍາດຸດສະດີກິດຕິມະສັກ ປະລິນຍາເອກສາຂາບໍລິຫານລັດ (Doctor of Public Administration, Honoris Causa) ຈາກມະຫາວິທະຍາໄລຢ່າງກຸ້ງ (2026).

ສະຖານະຄອບຄົວ: ແຕ່ງງານແລ້ວ.

ຖານະລູກ: ມີລູກຊາຍ 1 ຄົນ ແລະ ລູກສາວ 1 ຄົນ.

ກິດຈະກຳຍາມຫວ່າງ: ອ່ານປຶ້ມ, ຫລິ້ນກິລາກ໋ອບ ແລະ ຍ່າງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments